ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ກ່ຽວກັບ ​ເວັບ​ໄຊ​ນີ້

 ເວັບໄຊ​ນີ້ໄດ້ຮັບການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂດຍ ກະຊວງຍຸຕິທຳ ດ້ວຍການນຳເອົາບັນດານິຕິກຳ ແລະ ຮ່າງນິຕິກຳ ລົງໃນຈົດໝາຍເຫດທາງລັດຖະການ ແນໃສ່ເຮັດໃຫ້ບັນດານິຕິກຳ ທີ່ຖືກຮັບຮອງ ແລະ ປະ ກາດໃຊ້ແລ້ວ ມີຜົນສັກສິດຕາມກົດໝາຍ ແລະ ສ້້າງເງື່ອນໄຂໃຫ້ປະຊາຊົນ, ອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ທາງດ້ານກົດໝາຍ ແລະ ປະກອບຄຳເຫັນໃສ່ຮ່າງນິຕິກຳ ປະກອບສ່ວນໃນການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ.

   ກົດໝາຍຢູ່ ສປປ ລາວ ຖືກຮັບຮອງໂດຍ ສະພາແຫ່ງຊາດ ແລະ ປະກາດໃຊ້ໂດຍ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ. ນິຕິກຳໃຕ້ກົດໝາຍ ເຊັ່ນ: ດຳລັດ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະອື່ນໆ ສາມາດອອກໂດຍສະພາແຫ່ງຊາດ ຫຼື ຄະນະປະຈຳສະພາ ແຫ່ງຊາດ, ປະທານປະເທດ, ລັດຖະບານ, ນາຍົກລັດຖະມົນຕີ ຫຼື ກະຊວງ. ນິຕິກຳທ້ອງຖິ່ນ ສາມາດສ້າງຂຶ້ນ ແລະ ຈັດຕັ້ງປະຕິບັດໄດ້ ເພື່ອແກ້ໄຂສະຖານະການທ້ອງຖິ່ນ. ນິຕິກຳຂັ້ນແຂວງ, ນະຄອນຫຼວງ ຕ້ອງຖືກພິມເຜີຍແຜ່ໃນຈົດໝາຍເຫດທາງລັດຖະການ ເປັນເວລາ 15 ວັນ ຈຶ່ງມີຜົນສັກສິດ. ສ່ວນນິຕິກຳຂັ້ນເມືອງ ແລະ ບ້ານ ສາມາດພິມເຜີຍແຜ່ໃນສື່ສິ່ງພິມທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານ​ທີ່ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ. ກໍລະນີມີການຂັດກັນ ລະຫວ່າງ ນິຕິກຳ​ແຫ່ງຊາດ ແລະ ນິຕິກຳຂັ້ນທ້ອງຖິ່ນ ໃຫ້ປະຕິບັດຕາມນິຕິກຳ​ແຫ່ງຊາດ. ອົງການທີ່ສ້າງນິຕິກຳ ຕ້ອງຮັບປະກັນຕໍ່ເນື້ອໃນນິຕິກຳ ທີ່ຖືກກຳນົດໃຫ້ເອົາລົງໃນເວັບໄຊ.

ຖານະທາງດ້ານກົດໝາຍ

   ເນື້ອໃນຂອງກົດໝາຍທີ່ເປັນທາງການ ແລະ ມີຂໍ້ຜູກມັດທາງດ້ານກົດໝາຍ ທີ່ເອົາລົງໃນເວັບໄຊນີ້ ຖືກສ້າງເປັນສະບັບພີດີເອັບ (ເອກະສານ ທີ່ຢູ່ໃນຮູບແບບເປັນຮູບພາບ). ນີ້ແມ່ນເນື້ອໃນກົດໝາຍທີ່ຖືກຮັບຮອງ ຫຼື ປະກາດໃຊ້ ທີ່ເປັນຕົ້ນສະບັບ ອອກໂດຍອົງການຮັບຜິດຊອບສ້າງນິຕິກຳ ຊຶ່ງເຮັດອອກມາເປັນແບບໂທສະສານ. ເອກະສານນີ້ ຖືກສົ່ງຈາກອົງການອອກກົດໝາຍໄປຫາ ກະຊວງຍຸຕິທຳ ເພື່ອພິມເຜີຍແຜ່ໃນເວັບໄຊນີ້.ເນື້ອ ໃນຂອງເອກະສານທີ່ຢູ່ໃນຮູບແບບນີ້ເທົ່ານັ້ນ ທີ່​ມີ​ຜົນ​ທາງ​ດ້ານ​ກົດ​ໝາຍ.

ການປະຕິເສດຄວາມຮັບຜິດຊອບ (Disclaimer)

   ເຖິງວ່າ ພວກຂ້າພະເຈົ້າພະຍາຍາມເຮັດໃຫ້ຂໍ້ມູນຢູ່ໃນເວັບໄຊນີ້ທັນເຫດການ ແລະ ມີຄວາມຖືກຕ້ອງ ແລະ ຍົກເວັ້ນແຕ່ເນື້ອໃນກົດໝາຍທີ່ເປັນສະບັບທີ່ຜູກມັດທາງກົດໝາຍ, ຈົດໝາຍເຫດທາງລັດຖະການຂອງ ສປປ ລາວ ບໍ່ເຮັດໜ້າທີ່ແທນ ຫຼື ຮັບປະກັນທາງດ້ານຄວາມຄົບຖ້ວນ, ຄວາມຖືກຕ້ອງ, ຄວາມໜ້າເຊື່ອຖື, ຄວາມເໝາະສົມ ຫຼື ການມີຂໍ້ມູນທຸກປະເພດ ແລະ ທຸກຈຸດປະສົງ ທີ່ນຳສະເໜີຢູ່ໃນເວັບໄຊນີ້.
    ບໍ່ວ່າຈະໃນກໍລະນີໃດກໍ່ຕາມ ຈົດໝາຍເຫດທາງລັດຖະການ ຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ ຫຼື ການສູນເສຍ ບໍ່​ວ່າ​ທາງ​ກົງ ຫຼື ທາງອ້ອມ ຫຼື ຜົນຕາມມາ. ການສູນເສຍ ຫຼືຄວາມເສຍຫາຍ ທີ່ເກີດຈາກການເສຍຂໍ້ມູນ ເນື່ອງມາຈາກການນຳໃຊ້ເອກະສານ ຈາກຖານຂໍ້ມູນດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມ ພວກຂ້າພະເຈົ້າຈະສຸມທຸກຄວາມພະຍາຍາມ ເພື່ອເຮັດໃຫ້ຖານຂໍ້ມູນດັ່ງກ່າວ ທັນຕໍ່ເຫດການ.
    ຈົດໝາຍເຫດທາງລັດຖະການ ບໍ່ຮັບຜິດຊອບ ແລະ ບໍ່ມີພັນທະ ຕໍ່ສະພາບທີ່ຖານຂໍ້ມູນຢຸດດຳເນີນການຊົ່ວຄາວເນື່ອງມາຈາກບັນຫາ ດ້ານເຕັກນິກ ຫລື ດ້ວຍເຫດຜົນອື່ນທີ່ນອກເໜືອຈາກການຄວບຄຸມຂອງຕົນ.

ລິຂະສິດ

    ບັນ​ດາ​ກົດໝາຍ, ລະບຽບການ ແລະ ເອກະສານທາງດ້ານກົດໝາຍອື່ນໆ  ທີ່ປະກົດຢູ່ໃນເວັບໄຊນີ້ ສາມາດເຂົ້າ​ເຖິງ​ບັນ​ດາ​ນິ​ຕິ​ກຳ, ຂໍ້​ມູນ​ຂ່າວ​ສານ ໄດ້ໂດຍບໍ່ເສຍຄ່າ, ບໍ່​ຈຳ​ກັດ​ກຳ​ນົດ​ເວ​ລາ ແລະ ປະ​ເພດ​ຜູ້ໃຊ້​ບໍ​ລິ​ການ.
    ການ​ປ່ຽນ​ແປງ, ການ​ເພີ່ມ​ເຕີມ, ການ​ດັດ​ແກ້​ເນື້ອ​ໃນ ຫຼື ຂໍ້​ຄວາມ​ໃດ​ໜຶ່ງ ຂອງ​ບັນ​ດາ​ນິ​ຕິ​ກຳ​ທີ່​ໄດ້​ສຳ​ເນົາ​ໄປ​ນັ້ນ ລວມ​ທັງ​ການ​ນຳ​ໃຊ້ ບັນ​ດາ​ນິ​ຕິ​ກຳ​ດັ່ງ​ກ່າວ​ແມ່ນ​ຖື​ວ່າ​ເປັນ​ການ​ລະ​ເມີດ​ກົດ​ໝາຍ ອາ​ຍາ.
    ບັນ​ດາ​ນິ​ຕິ​ກຳ​ທີ່​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ສາ​ມາດ​ນຳ​ໃຊ້​ສຳ​ລັບ​ຈັດ​ພິມ​ເປັນ​ປື້ມ​ເຜີຍ​ແຜ່ ແຕ່​ຕ້ອງ​ໄດ້​ຂໍລິຂະສິດ ຫຼື ອະ​ນຸ​ຍາດ ຈາກ​​ກະ​ຊວງ​ຍຸ​ຕິ​ທຳ. ຖ້າທ່ານມີຄຳຖາມເພີ່ມເຕີມ ກ່ຽວກັບ ເນື້ອໃນຂອງເອກະສານ ທີ່ຖືກພິມເຜີຍແຜ່ໃນເວັບໄຊນີ້ ກະລຸນາຕິດຕໍ່ອົງການທີ່ຮັບຜິດຊອບການສ້າງນິຕິກຳໂດຍກົງ.

ການເຊື່ອມຕໍ່ກັບເວັບໄຊນີ້

    ກະຊວງຍຸຕິທຳ ຍິນດີຕ້ອນຮັບ ແລະ ຊຸກຍູ້ໃຫ້ເຊື່ອມຕໍ່ກັບເວັບໄຊນີ້. ການເຊື່ອມຕໍ່ເວັບໄຊ ສາມາດດຳເນີນໄດ້ເລີຍ ໂດຍບໍ່ມີການຂໍອະນຸຍາດ.
    ເຖິງຢ່າງໃດກໍ່ຕາມ ກະຊວງຍຸຕິທຳ ບໍ່ຮັບຜິດຊອບຕໍ່ເນື້ອໃນ ຫຼື ຄວາມໜ້າເຊື່ອຖືຂອງເວັບໄຊ ທີ່ເຊື່ອມຕໍ່ເຂົ້າມາຫາເວັບໄຊນີ້ ຫຼື ເຊື່ອມຕໍ່ຈາກເວັບໄຊນີ້ ແລະ ບໍ່ຈຳເປັນຕ້ອງຮັບຮູ້ຄວາມເຫັນ ທີ່ສະແດງຢູ່ໃນເວັບໄຊເຫຼົ່ານັ້ນ. ການເຊື່ອມຕໍ່ ບໍ່ຈຳເປັນຕ້ອງ ມີການຮັບຮູ້ໃດໆ. ພວກຂ້າພະເຈົ້າບໍ່ສາມາດຮັບປະກັນວ່າ ເວັບໄຊເຊື່ອມຕໍ່ເຫຼົ່ານີ້ ຈະເຮັດວຽກຕະຫຼອດເວລາ ແລະ ພວກຂ້າພະເຈົ້າບໍ່ມີໜ້າທີ່ ໃນການຄວບຄຸມການປະຕິບັດງານຂອງໜ້າເວັບໄຊ ທີ່ມີການເຊື່ອມຕໍ່ນັ້ນ.

ຂໍ້ມູນສ່ວນຕົວ

    ການແຈ້ງກ່ຽວກັບຄວາມເປັນສ່ວນຕົວນີ້ ນຳໃຊ້ສຳລັບຂໍ້ມູນສ່ວນຕົວ ແລະ ຂໍ້ມູນອື່ນໆ ທີ່ຖືກເກັບກຳຢູ່ໃນເວັບໄຊນີ້. ທ່ານສາມາດຄົ້ນຫາ, ເປີດ ແລະ ເຂົ້າເຖິງຂໍ້ມູນທີ່ບັນຈຸຢູ່ໃນເວັບໄຊນີ້ ໂດຍບໍ່ຕ້ອງປະກອບຂໍ້ມູນສ່ວນຕົວ.
    ເວັບໄຊນີ້ບໍ່ນຳໃຊ້ cookies. Cookies ແມ່ນແຟ້ມ (files) ຂະໜາດນ້ອຍ ທີ່ສົ່ງຈາກເວັບໄຊ ຊຶ່ງຖືກເກັບໄວ້ຢູ່ໃນຮາດດິດສ໌ຄອມພິວເຕີຂອງທ່ານ. ພວກຂ້າພະເຈົ້າບໍ່ໃຊ້ (cookies) ເພື່ອເກັບ ຫຼື ສັງລວມເອົາຂໍ້ມູນສ່ວນຕົວຂອງທ່ານ.
    ກໍລະນີທ່ານສົ່ງຂໍ້ມູນສ່ວນຕົວຂອງທ່ານແບບສະໝັກໃຈ ເຊັ່ນ: ເວລາຕິດຕໍ່ ກັບພວກຂ້າພະເຈົ້າ ຫຼື ເວລາເປັນສະມາຊິກ,ພວກຂ້າພະເຈົ້າ ນຳໃຊ້ຂໍ້ມູນດັ່ງກ່າວ ພຽງແຕ່ສຳລັບການສື່ສານກັບທ່ານ ແລະ ສຳລັບວຽກສະຖິຕິເທົ່ານັ້ນ. ພວກຂ້າພະເຈົ້າ ຈະຮັກສາຂໍ້ມູນສ່ວນຕົວໃຫ້ມີຄວາມປອດໄພ ແລະ ຈະບໍ່ເປີດເຜີຍ ຕໍ່ບຸກຄົນທີສາມ.
    ພວກຂ້າພະເຈົ້າເກັບກຳຂໍ້ມູນດ້ານສະຖິຕິ ຈາກຄຳຕຳນິຕິຊົມ ແລະ ຈາກຄຳຖາມອື່ນໆຈາກສາທາລະນະຊົນ ໃນນັ້ນລວມມີ ຄຳເຫັນທີ່ກ່ຽວຂ້ອງ ກັບນິຕິກຳທີ່ພິມເຜີຍແຜ່ ສຳລັບການປະກອບຄຳເຫັນ. ພວກຂ້າພະເຈົ້າ ຈະບໍ່ພິມເຜີຍແຜ່ຂໍ້ມູນດັ່ງກ່າວ ໃນລັກສະນະ ທີ່ຈະເປັນການເປີດເຜີຍບຸກຄົນ. ນອກຈາກນັ້ນ ພວກຂ້າພະເຈົ້າຍັງເກັບກຳຂໍ້ມູນດ້ານສະຖິຕິ ກ່ຽວກັບການເຂົ້າມາໃຊ້ບໍລິການເວັບໄຊ ຂອງພວກຂ້າພະເຈົ້າ ເພື່ອໃຫ້ພວກຂ້າພະເຈົ້າປະເມີນການນຳໃຊ້ເວັບໄຊ. ຂໍ້ມູນດັ່ງກ່າວ ປະກອບດ້ວຍ ທີ່ຢູ່ຜູ້ໃຫ້ບໍລິການອິນເຕີເນັດ (IP address). ຂໍ້ມູນນີ້ຖືກນຳມາລວມເຂົ້າກັນ ແລະ ບໍ່ມີການລະບຸບຸກຄົນໃດ.

    ທ່ານສາມາດເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ທີ່ພວກຂ້າພະເຈົ້າມີ. ກໍລະນີທ່ານຕ້ອງການຂໍ້ມູນເພີ່ມຕື່ມ, ກະລຸນາຕິດຕໍ່ພວກຂ້າພະເຈົ້າ.