ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ຄຳຖາມ-ຕອບໃນ​ວຽກ​ງານຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ

 

ຖາມ:

ເວັບໄຊທ໌ນີ້ ເປັນເວັບໄຊທ໌ທາງການ ຂອງ ລັດຖະບານແຫ່ງ ສປປ ລາວ ສຳລັບການພິມເຜີຍແຜ່ ນິຕິກຳ ບໍ? 

​ຕອບ:

ກົດໝາຍວ່າດ້ວຍ ການສ້າງນິຕິກຳ ທີ່ປະກາດໃຊ້ໃນປີ 2012 ແລະ ມີຜົນສັກສິດນັບແຕ່ ວັນທີ 29 ມັງກອນ 2013 ເປັນຕົ້ນໄປ ໄດ້ກຳນົດເງື່ອນໄຂໃຫ້ນິຕິກຳທັງໝົດ-ຍົກເວັ້ນ ກໍລະນີສຸກເສີນ ຊຶ່ງຈຳເປັນຕ້ອງໄດ້ປະຕິບັດທັນທີ-ຕ້ອງຖືກພິມເຜີຍແຜ່ ກ່ອນມີຜົນສັກສິດ. 

ກົດໝາຍກຳນົດ ໃຫ້ສ້າງຕັ້ງ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ ຊຶ່ງເປັນເອກະສານ ທາງການຂອງລັດຖະບານ ທີ່ມີການພິມເຜີຍແຜ່ ນິຕິກຳແຫ່ງຊາດ ແລະ ນິຕິກຳຂັ້ນແຂວງ ເພື່ອ ໃຫ້ສາທາລະນະຊົນຮັບຮູ້ ກ່ຽວກັບນິຕິກຳ ທີ່ມີຜົນສັກສິດ. 

ນິຕິກຳມີຜົນສັກສິດ ສິບຫ້າ ວັນ ພາຍຫລັງຖືກພິມເຜີຍແຜ່ ລົງໃນເວັບໄຊທ໌ຂອງຈົດໝາຍເຫດທາງ ລັດຖະການ, ເວັ້ນເສຍແຕ່ກົດໝາຍກຳນົດໄວ້ຢ່າງອື່ນ. 

ໃນກໍລະນີຈຳເປັນ ຫລື ສຸກເສີນ ນິຕິກຳຈະມີຜົນສັກສິດທັນທີ ນັບແຕ່ມື້ອອກນິຕິກຳເປັນຕົ້ນໄປ ແຕ່ນິຕິກຳດັ່ງກ່າວ ຕ້ອງຖືກພິມເຜີຍແຜ່ລົງໃນເວັບໄຊທ໌ຂອງຈົດໝາຍເຫດທາງລັດຖະການ ໂດຍໄວທີ່ສຸດ. 

ສຳລັບນິຕິກຳຂັ້ນເມືອງ ແລະ ບ້ານ ແມ່ນສາມາດພິມເຜີຍແຜ່ ໃນຈົດໝາຍເຫດທາງລັດຖະການ ຫລື ລົງໃນສື່ສິ່ງພິມທ້ອງຖິ່ນ ຫລື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນ ສາມາດເຂົ້າເຖິງງ່າຍ. 

 

ຖາມ:

ນິຕິກຳ ທີ່ຖືກພິມເຜີຍແຜ່ໃນເວັບໄຊທ໌ນີ້ ມີຜົນທາງກົດໝາຍ ບໍ? 

ຕອບ:

ເອກະສານທີ່ຢູ່ໃນຮູບແບບ PDF (ຮູບແບບເອກະສານທີ່ເປັນຮູບພາບ) ທີ່ທ່ານສາມາດເປີດເບິ່ງ, ດາວໂລດ ແລະ ພິມນັ້ນ ແມ່ນໂທລະສານຂອງເອກະສານຕົ້ນສະບັບ, ດັ່ງນັ້ນ ຈຶ່ງເປັນການຖ່າຍເອົາ ເນື້ອໃນຕົ້ນສະບັບ ໂດຍອົງການຮັບຜິດຊອບ ແລະ ມີຜົນທາງກົດໝາຍ.  ກໍລະນີທີ່ເປັນໄປໄດ້ ພວກຂ້າພະເຈົ້າ ກໍມີເອກະສານສະບັບບໍ່ເປັນຮູບພາບ ຊຶ່ງມີການຈັດສາລະບານ ແລະ ສາມາດ ຄົ້ນຫາຄຳສັບຕົ້ນຕໍໄດ້. ເຖິງວ່າ ພວກຂ້າພະເຈົ້າ ໄດ້ສຸມທຸກຄວາມພະຍາຍາມ ເພື່ອຮັບປະກັນວ່າ ສະບັບທີ່ບໍ່ເປັນຮູບພາບ ເປັນສຳເນົາຈາກຕົ້ນສະບັບທີ່ຖືກຕ້ອງ ຊຶ່ງບໍ່ມີຜົນທາງດ້ານກົດໝາຍ. 

ຖາມ:

ກົດໝາຍ ແລະ ນິຕິກຳອື່ນໆ ຖືກພິມເຜີຍແຜ່ເພື່ອການປະກອບຄຳເຫັນ ເວລາໃດ? 

ຕອບ:

ອີງຕາມ ກົດໝາຍວ່າດ້ວຍ ການສ້າງນິຕິກຳ (2012), ຮ່າງນິຕິກຳທັງໝົດໃນລະດັບຊາດ, ຂັ້ນແຂວງ, ນະຄອນ ແລະ ຂັ້ນເມືອງ ຕ້ອງຖືກພິມເຜີຍແຜ່ເພື່ອການປະກອບຄຳເຫັນ ເປັນເວລາ 60 ວັນ ກ່ອນໜ້າຖືກຮັບຮອງ. ນິຕິກຳສຳລັບການປະກອບຄຳເຫັນ ສາມາດພິມລົງໃນຈົດໝາຍເຫດທາງ ລັດຖະການ ຫລື ເວັບໄຊທ໌ອື່ນ (ຕາມປົກກະຕິ ເວັບໄຊທ໌ຂອງອົງການທີ່ຮ່າງນິຕິກຳ) ຫລື ພິມລົງ ສື່ສິ່ງພິມ ຫລື ສື່ອື່ນໆ ເພື່ອຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າເຖິງງ່າຍ. ສຳລັບຮ່າງນິຕິກຳທີ່ພິມລົງຈົດໝາຍເຫດທາງລັດຖະການ ທ່ານສາມາດສົ່ງຄຳເຫັນໄດ້  ໂດຍຜ່ານປຸ່ມ 'ສົ່ງ' ຂອງພວກຂ້າພະເຈົ້າ.  ພວກຂ້າພະເຈົ້າຍິນດີໃຫ້ທ່ານສົ່ງຄຳເຫັນຂອງທ່ານພາຍຫລັງໄລຍະ 60 ວັນ ແຕ່ວ່າບໍ່ມີເງື່ອນໄຂທາງດ້ານກົດໝາຍ ທີ່ກຳນົດໃຫ້ຄະນະຮ່າງນິຕິກຳ ຕ້ອງນຳເອົາຄຳເຫັນ ດັ່ງກ່າວໄປພິຈາລະນາ. 

ຖາມ: ຮ່າງນິຕິກຳທັງໝົດ ທີ່ນຳໄປທາບທາມເພື່ອການປະກອບຄຳເຫັນຈາກສາທາລະນະຊົນນັ້ນ ຖືກພິມເຜີຍແຜ່ໃນ ເວັບໄຊທ໌ຈົດໝາຍເຫດທາງລັດຖະການ ທັງໝົດບໍ? 
ຕອບ: ບໍ່, ອົງການທີ່ຮັບຜິດຊອບການຮ່າງນິຕິກຳ ໃນລະດັບຊາດ ແລະ ຂັ້ນແຂວງ ສາມາດເລືອກທີ່ຈະ ເອົາຮ່າງນິຕິກຳ ລົງເຜີຍແຜ່ໃນຈົດໝາຍເຫດທາງລັດຖະການ ຫລື ເອົາລົງໃນເວັບໄຊທ໌ ທາງການອື່ນ ຫລື  ພິມເຜີຍແຜ່ໃນສື່ສິ່ງພິມ ຫລື ສື່ອື່ນໆ ເພື່ອຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າເຖິງ ໄດ້ງ່າຍ. ສ່ວນນິຕິກຳຂັ້ນເມືອງ ແລະ ບ້ານ ສາມາດນຳເອົາຮ່າງນິຕິກຳ ພິມລົງສື່ສິ່ງພິມທ້ອງຖິ່ນ ຫລື ສະຖານທີ່ ຊຶ່ງສາມາດເຂົ້າເຖິງງ່າຍ. 
ຖາມ: ຈົດໝາຍເຫດທາງລັດຖະການ ລວມເອົາ ນິຕິກຳຂອງ ສປປ ລາວ ສະບັບທີ່ແປເປັນພາສາອັງກິດ ບໍ? 
ຕອບ: ບໍ່. ບົດອະທິບາຍກ່ຽວກັບໜ້າເວັບ ແລະ ຂັ້ນຕອນທາງດ້ານກົດໝາຍ ມີການອະທິບາຍ ເປັນພາສາ ລາວ ແລະ ພາສາອັງກິດ ແຕ່ວ່າໃນປະຈຸບັນນີ້ ມີພຽງແຕ່ນິຕິກຳທີ່ເປັນສະບັບພາສາລາວເທົ່ານັ້ນ ທີ່ຖືກພິມເຜີຍແຜ່ໃນຈົດໝາຍເຫດທາງລັດຖະການ. ພວກຂ້າພະເຈົ້າ ຂໍແນະນຳໃຫ້ທ່ານ ເຂົ້າໄປ ເບິ່ງຢູ່ໃນເວັບ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຊຶ່ງມີນິຕິກຳຈຳນວນໜຶ່ງ ທີ່ແປເປັນພາສາອັງກິດ ແບບບໍ່ເປັນທາງການ ແລະ ເວັບໄຊທ໌ ຂອງ ສະພາແຫ່ງຊາດ ຊຶ່ງມີກົດໝາຍ ຈຳນວນໜຶ່ງ ທີ່ແປເປັນພາສາອັງກິດ ແບບບໍ່ເປັນທາງການ.