ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ສາລະບານ

ການທ່ອງເວັບໄຊ 
ພາສາ
ຂໍ້ມູນສຳລັບສາທາລະນະ ແລະ ການບໍລິການສະມາຊິກ 
ການຄົ້ນຫານິຕິກຳ
ຂ່າວ
ວິທີດາວໂຫຼດ ແລະ ພິມເອກະສານ
ຄຳຖາມທີ່ມັກຖືກຖາມເລື້ອຍໆ (FAQs)
ວິທີຕິດຕໍ່ພວກເຮົາ

 

ການທ່ອງເວັບໄຊ 

ເວັບໄຊທ໌ສາມາດທ່ອງໄດ້ງ່າຍ. ປຸ່ມລາຍການ ສະແດງໃຫ້ເຫັນຢ່າງຈະແຈ້ງ. ປຸ່ມ​ລາຍການ ມີດັ່ງນີ້:   

  • ຢູ່ກ້ອງປ້າຍເທິງສຸດ (ລາຍການຫລັກ)
  • ຢູ່ດ້ານລຸ່ມກ້ຳຂວາມືຂອງໜ້າປະຕູ (ລາຍການດ້ານຂ້າງ)
  • ຢູ່ດ້ານລຸ່ມຂອງໜ້າເວັບ (ລາຍການດ້ານລຸ່ມ)

ກົດແຕ່ລະທາງເລືອກ ເພື່ອທ່ອງໜ້າເວັບທີ່ຕ້ອງການ. ທາງເລືອກເຫລົ່ານີ້ ມີຢູ່ທຸກໆໜ້າເວັບໄຊທ໌. 

    ຢູ່ທົ່ວເວັບໄຊທ໌ ທ່ານຈະເຫັນການເຊື່ອມຕໍ່ຫລາຍມິຕິ (hyperlinks) ໄປສູ່ບ່ອນຕ່າງໆຢູ່ໃນເວັບໄຊທ໌ ຫລື ເວັບໄຊທ໌ພາຍນອກ. ການເຊື່ອມຕໍ່ຫລາຍມິຕິນີ້ ມີການຂີດກ້ອງເປັນສີຟ້າ. ການກົດປຸ່ມ ເຊື່ອມຕໍ່ເຫລົ່ານີ້ ຈະນຳພາໄປສູ່ຫົວຂໍ້ທີ່ກ່ຽວຂ້ອງ. ກໍລະນີປຸ່ມເຊື່ອມຕໍ່ເຊື່ອມກັບ ເວັບໄຊທ໌ພາຍນອກ ມັນຈະເປີດ ຢູ່ໃນວິນໂດ ໜຶ່ງຕ່າງຫາກ. ກັບຄືນ

ພາສາ

    ພາສາທາງການສຳລັບຈົດໝາຍເຫດທາງລັດຖະການ ແລະ ສຳລັບນິຕິກຳທັງໝົດ ຢູ່ ສປປ ລາວ ແມ່ນພາສາລາວ. ການອະທິບາຍ ກ່ຽວກັບເວັບໄຊທ໌ນີ້ ແມ່ນມີເປັນພາສາອັງກິດ ແຕ່ວ່ານິຕິກຳທີ່ເອົາລົງໃນຈົດໝາຍເຫດທາງລັດຖະການໃນເວລານີ້ ບໍ່ມີສະບັບພາສາອັງກິດ. ພວກເຮົາຂໍແນະນຳ ໃຫ້ທ່ານເຂົ້າເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ, ຊຶ່ງນິຕິກຳຈຳນວນໜຶ່ງ ມີການແປເປັນເປັນພາສາ ອັງກິດ ແບບບໍ່ເປັນທາງການ ແລະ ເວັບໄຊທ໌ຂອງສະພາແຫ່ງຊາດ ຊຶ່ງມີການແປກົດໝາຍຈຳນວນໜຶ່ງ ເປັນພາສາອັງກິດ ແບບບໍ່ເປັນ ທາງການ. ກັບຄືນ

ຂໍ້ມູນ ກ່ຽວກັບສາທາລະນະ ແລະ ການບໍລິການສະມາຊິກ 

    ຂໍ້ມູນທັງໝົດ ທີ່ຢູ່ໃນເວັບໄຊທ໌ນີ້ ມີໄວ້ສຳລັບໃຫ້ປະຊາຊົນເປີດນຳໃຊ້ແບບບໍ່ເສຍຄ່າ.
    ຜູ້ນຳໃຊ້ ສາມາດລົງທະບຽນ ເປັນສະມາຊິກ ເພື່ອຈະໄດ້ຮັບການ ບໍລິການທີ່ມີມູນຄ່າເພີ່ມ ບາງຢ່າງ. ໃຫ້ເບິ່ງທີ່ ການບໍລິການສະມາຊິກ ເພື່ອສຶກສາກ່ຽວກັບວິທີການລົງທະບຽນ. ກັບຄືນ

ການຄົ້ນຫາ ນິຕິກຳ  

    ທ່ານສາມາດຄົ້ນຫານິຕິກຳສະເພາະ ທີ່ມີການປະກາດໃຊ້ໃນປະຈຸບັນ ໂດຍການເລືອກປຸ່ມ ຄົ້ນຫານິຕິກຳ ປະຈຸບັນທີ່ມີຢູ່ໃນລາຍການດ້ານຂ້າງ.

    ທ່ານສາມາດຄົ້ນຫານິຕິກຳສະເພາະ ທີ່ກຳລັງພິມເຜີຍແຜ່ເພື່ອການປະກອບຄຳເຫັນ ໂດຍການເລືອກກົດ ຄົ້ນຫາຮ່າງນິຕິກຳທີ່ກຳລັງປະກອບ ຄຳເຫັນ ຢູ່ໃນ ລາຍການດ້ານຂ້າງ.

    ຢູ່ໃນໜ້າເຫລົ່ານີ້ ທ່ານມີທາງເລືອກ ເພື່ອຄົ້ນຫາເນື້ອໃນນິຕິກຳສະເພາະ ຕາມຄຳສັບຕົ້ນຕໍ, ຕາມປະເພດ (ຕົວຢ່າງ ທຸລະກິດ, ການຄ້າ, ອຸດສາຫະກຳ ແລະ ອື່ນໆ), ຕາມປະເພດ (ຕົວຢ່າງ: ກົດໝາຍ, ດຳລັດ, ຂໍ້ຕົກລົງ ແລະ ອື່ນໆ), ຕາມອົງການທີ່ຮັບຜິດຊອບຮ່າງນິຕິກຳ ແລະ ຕາມວັນທີ. ເພື່ອກຳນົດປະການການຄົ້ນຫາ, ໃຫ້ຕູດລາຍການລົງມາ ເພື່ອເລືອກເອົາຫົວຂໍ້ທີ່ຕ້ອງການ.

    ຜົນຂອງການຄົ້ນຫາ ຈະຖືກສະແດງແບບລຽງເປັນລາຍການ. ກົດໃສລາຍການທີ່ຕ້ອງການ ເພື່ອຂະຫຍາຍ ອອກ ແລະ ໃຫ້ເຫັນເນື້ອໃນ ທັງໝົດ ຫລື ກົດທີ່ເຄື່ອງໝາຍ PDF ເພື່ອດາວໂລດໄຟ PDF. ຖ້າທ່ານເລືອກກົດຟາຍ PDF, ມັນຈະຖືກເປີດຢູ່ໃນວິນໂດໃໝ່ ແລະ ທ່ານສາມາດພິມອອກມາ ຫລື ບັນທຶກ ໃສ່ຄອມພິວເຕີຂອງທ່ານ ໂດຍການກົດປຸ່ມດ້ານຂວາໃສ່. ກັບຄືນ

ຂ່າວ

    ລາຍການຂ່າວຫລ້າສຸດ ຖືກສະແດງຢູ່ໃນໜ້າເວັບ. ທ່ານສາມາດເບິ່ງບັນຊີຂ່າວທັງໝົດ ໂດຍການກົດໃສ່ ບ່ອນອ່ານເພີ່ມເຕີມ >> ຫລື ກົດປຸ່ມ ຂ່າວ ທີ່ຢູ່ໃນ ລາຍການດ້ານຂ້າງ.

    ຢູ່ໜ້າ ຂ່າວ ທ່ານມີຕົວເລືອກສຳລັບຄົ້ນຫາລາຍການຂ່າວສະເພາະ ໂດຍໃຊ້ ຄຳສັບຕົ້ນຕໍ, ປະເພດ ແລະ ວັນທີ. ກໍລະນີທ່ານຢາກຄົ້ນຫາ ຕາມປະເທດ, ໃຫ້ໃຊ້ລາຍການທີ່ມີການລາກລົງລຸ່ມ ເພື່ອຊອກຫາ ປະເພດທີ່ຕ້ອງການ.

    ຜົນຂອງການຄົ້ນຫາ ຈະຖືກສະແດງເປັນລາຍການ. ໃຫ້ກົດທີ່ລາຍການ ທີ່ຕ້ອງການ ເພື່ອຂະຫຍາຍອອກ.
ກັບຄືນ

ວິທີ ດາວໂຫລດ ແລະ ພີມເອກະສານ

    ຢູ່ທົ່ວເວັບໄຊທ໌ ທ່ານມີທາງເລືອກ ໃນການດາວໂລດເອກະສານ ຫລື ເນື້ອໃນອື່ນ ທີ່ທ່ານກຳລັງເປີດເບິ່ງ. ຖ້າທ່ານເຫັນເຄື່ອງໝາຍ PDF ທ່ານສາມາດກົດໃສ່ ແລະ ເອກະສານ ຈະປະກົດຂຶ້ນມາ ຢູ່ໃນວິນໂດໃໝ່. ຈາກນັ້ນ ທ່ານສາມາດພິມ ຫລື ບັນທຶກໃສ່ ຄອມພິວເຕີຂອງທ່ານ ໂດຍນຳໃຊ້ຄຳສັ່ງການທ່ອງ ແບບປົກກະຕິ. ບາງຄັ້ງ ເອກະສານ ຫລື ເນື້ອໃນສາມາດດາວໂຫລດ ໂດຍການກົດການເຊື່ອມຕໍ່ ຫລາຍມິຕິ.

    ເພື່ອສາມາດດາວໂລດເອກະສານໄດ້ ທ່ານຕ້ອງໄດ້ຕິດຕັ້ງໂປຼແກຼມ Adobe Reader ສະບັບຫລ້າສຸດ. ທ່ານສາມາດເລືອກເອົາສະບັບ ຫລ້າສຸດຂອງ Adobe Reader ໂດຍ ກົດທີ່ນີ້.  ກັບຄືນ

ຄຳຖາມ ທີ່ມັກຖືກຖາມເລື້ອຍໆ (FAQs)

    ຢູ່ໃນໜ້າ FAQ  ທ່ານຈະສາມາດເຫັນບັນຊີລາຍຊື່ ຄຳຖາມທີ່ມັກຖືກຖາມທີ່ສຸດ. ຄຳຖາມຖືກຈັດເປັນກຸ່ມ ຕາມແຕ່ລະປະເພດ. ກັບຄືນ

ວິທີ ຕິດຕໍ່ພວກເຮົາ

    ກໍລະນີທ່ານຢາກສົ່ງຄຳຖາມໄປຫາ ຈົດໝາຍເຫດຂອງ ສປປ ລາວ, ທ່ານສາມາດນຳໃຊ້ ແບບຟອມຢູ່ໜ້າ ຕິດຕໍ່ພວກເຮົາໂດຍການປະກອບຂໍ້ມູນ ໃສ່ຫ້ອງທີ່ກຳນົດ ຫລື ທ່ານສາມາດສົ່ງອີເມລ ຈາກການເຊື່ອມຕໍ່ ອີເມລ ໂດຍກົງ ຫລື ໂທລະສັບຫາ ພວກເຮົາ ຕາມເບີໂທທີ່ກຳນົດ.

    ພາຍຫລັງທ່ານປະກອບຂໍ້ມູນໃສ່ຫ້ອງສອບຖາມແລ້ວ ທ່ານຕ້ອງໃສ່ລະດັບຢືນຢັນ ທີ່ມີຢູ່ໜ້າຈໍ. ລະຫັດເປັນ ກໍລະນີລະອຽດອ່ອນ. ອັນນີ້ ກໍ່ເພື່ອປ້ອງກັນ ບໍ່ໃຫ້ມີຈົດໝາຍ ທີ່ເປັນຂີ້ເຫຍື້ອ ທີ່ບໍ່ໄດ້ຮັບອະນຸຍາດ ທີ່ເຄື່ອງຈັກ ເປັນຜູ້ສ້າງຂຶ້ນ.  ກັບຄືນ

ຊອກຫານິຕິກໍາ
ຊອກຫານິຕິກໍາ
ນິຕິກໍາ ເພື່ອປະກອບຄໍາເຫັນ
ນິຕິກໍາ ເພື່ອປະກອບຄໍາເຫັນ
ສະຖິຕິ ນິຕິກໍາປະຈຸບັນ
ສະຖິຕິ ນິຕິກໍາປະຈຸບັນ