Lao English

ກົດໝາຍ

ຫົວຂໍ້: ກົດ​ໝາຍວ່າ​ດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ( ສະ​ບັບ​ປັບ​ປຸງ )
ປະເພດ ເອກກະສານ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ກະຊວງ ຍຸຕິທໍາ
ອອກວັນທີ : 15-10-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 04 / ສພຊ
  ນະຄອນຫຼວງວຽງຈັນ, ວັນທີ 25 ກໍລະກົດ 2008

ກົດຫມາຍ
ວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ (ສະບັບປັບປຸງ)


ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
     ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກໍານົດ ຫລັກການ, ລະບຽບການ, ວິທີການ ແລະມາດຕະການ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານທາງແພ່ງ; ກຳນົດທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງ ແລະ ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແຕ່ສູນກາງລົງຮອດທ້ອງຖິ່ນ ລວມທັງສິດ ແລະ ໜ້າທີ່ຂອງພະນັກງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແນໃສ່ເຮັດໃຫ້ຄຳຕັດສິນຂອງສານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ຖືກຕ້ອງ, ວ່ອງໄວ ແລະ ເປັນເອກະພາບໃນທົ່ວປະເທດ; ເພີ່ມທະວີຄວາມສັກສິດ ຂອງອຳນາດລັດ ແລະ ຂອງກົດໝາຍ; ປົກປ້ອງສິດ, ຜົນປະໂຫຍດຂອງລັດ, ສິດຜົນປະໂຫຍດອັນຊອບທຳຂອງລວມໝູ່ ແລະ ຂອງພົນລະເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມຍຸຕິທຳ.

ມາດຕາ 2.  ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນ ການນຳເອົາຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະນິຕິກຳອື່ນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5(ໃໝ່) ຂອງກົດໝາຍສະບັບນີ້ ມາຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະປາກົດຜົນເປັນຈິງ ເພື່ອຟື້ນຟູ ສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່ ແລະພົນລະເມືອງ ທີ່ຖືກລະເມີດ ຫລື ສູນເສັຍໄປ.

ມາດຕາ 3(ໃໝ່). ການອະທິບາຍຄຳສັບ
     ຄຳສັບຕ່າງໆທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ຄຳສັ່ງ ໝາຍເຖິງ ນິຕິກຳທີ່ມີລັກສະນະບໍລິຫານຂອງສານ ເຊັ່ນ: ຄຳສັ່ງໃຫ້ປະຕິບັດ ບົດບັນທຶກການໄກ່ເກັ່ຍຂອງສານ, ຄຳສັ່ງອາຍັດຊັບ ຫລື ຍຶດຊັບ;
       2. ຄຳຊີ້ຂາດ ໝາຍເຖິງ ນິຕິກຳຂອງສານປະຊາຊົນ ທ່ີມີລັກສະນະຕຸລາການ ຊຶ່ງຄະນະສານຕົກລົງ ກ່ອນການຕັດສິນໃນເນື້ອຄະດີ ເຊັ່ນ: ຄຳຊີ້ຂາດ ກ່ຽວກັບການຂໍຄ່າໃຊ້ຈ່າຍໃນການປິ່ນປົວ ກ່ອນການໃຊ້ແທນຄ່າເສັຍຫາຍ ໃນເນື້ອຄະດີ, ຄໍາຊີ້ຂາດ ໃຫ້ປະຕິບັດກ່ຽວກັບ ການຢັ້ງຢືນເອກະສານຂອງສຳນັກງານທະບຽນສານ;
       3. ຄຳຕັດສິນ ໝາຍເຖິງ ຄຳຕົກລົງຂອງຄະນະສານ ຂອງສານປະຊາຊົນເມືອງ, ເທດສະບານ ແລະ ສານປະຊາຊົນແຂວງ, ນະຄອນ ເປັນຂັ້ນຕົ້ນ;
       4. ຄຳພິພາກສາ ໝາຍເຖິງ ຄຳຕັດສິນຂອງສານປະຊາຊົນແຂວງ, ນະຄອນ ເປັນ ຂັ້ນອຸທອນ, ຂອງສານອຸທອນ ແລະຂອງສານປະຊາຊົນສູງສຸດ ເປັນຂັ້ນລົບລ້າງ;
       5. ບົດບັນທຶກການໄກ່ເກ່ັຍຂອງສານ ໝາຍເຖິງ ເອກະສານຢັ້ງຢືນຜົນຂອງການໄກ່ເກັ່ຍຂອງສານ. ຄໍາຕົກລົງຂອງການໄກ່ເກັ່ຍນີ້ ແມ່ນມີຜົນບັງຄັບ ປະຕິບັດຄືກັບຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ;
       6. ບົດບັນທຶກການໄກ່ເກັ່ຍຂອງຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໝາຍເຖິງ ເອກະສານຢັ້ງຢືນຜົນຂອງການໄກ່ເກັ່ຍ ຂອງຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       7. ຄຳຕັດສິນຂອງຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໝາຍເຖິງ ຄໍາຕົກລົງຂອງຄະນະກຳມະການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
       8. ຄຳຂໍອຸທອນ ໝາຍເຖິງ ການຈອງຂໍອຸທອນຕາມກຳນົດເວລາ ຊາວ ວັນ ນັບແຕ່ ວັນ ສານລົງຄຳຕັດສິນຊ້ອງໜ້າ ຫລື ວັນຄູ່ຄວາມຮັບຊາບ ຄຳຕັດສິນ ເປັນຕົ້ນໄປ ໃນກໍລະນີທີ່ຄູ່ຄວາມບໍ່ໄດ້ມາຮ່ວມໃນວັນສານຕັດສິນຄະດີ;
       9. ຄຳຮ້ອງຂໍອຸທອນ ໝາຍເຖິງ ຄຳຮ້ອງຂອງຄູ່ຄວາມ ຫລື ບຸກຄົນທີສາມ ທີ່ສະແດງ ເຫດຜົນໃນການຂໍອຸທອນ;
       10. ຄຳຂໍລົບລ້າງ ໝາຍເຖິງ ການຈອງຂໍລົບລ້າງຕາມກຳນົດເວລາ ຫົກສິບ ວັນ ນັບແຕ່ ວັນສານລົງຄຳພິພາກສາຊ້ອງໜ້າ ຫລື ວັນຄູ່ຄວາມຮັບຊາບ ຄຳພິ ພາກສາເປັນຕົ້ນໄປໃນກໍລະນີຄູ່ຄວາມບໍ່ໄດ້ມາຮ່ວມໃນວັນສານພິພາກສາຄະດີ;
       11. ຄຳຮ້ອງຂໍລົບລ້າງ ໝາຍເຖິງ ຄຳຮ້ອງຂອງຄູ່ຄວາມ ຫລື ບຸກຄົນທີສາມ ທີ່ສະແດງ ເຫດຜົນໃນການຂໍລົບລ້າງ;
       12. ຄຳສະເໜີຄັດຄ້ານ ໝາຍເຖິງ ຄຳຂໍອຸທອນ ຫລື ຂໍລົບລ້າງ ຂອງໄອຍະການປະຊາຊົນ;
       13. ຄູ່ຄວາມໃນຄະດີ ໝາຍເຖິງ ໂຈດ ແລະ ຈໍາເລີຍ;
          - ໂຈດ ໝາຍເຖິງ ບຸກຄົນ, ອົງການຈັດຕັ້ງ ຫລື ວິສາຫະກິດ ທີ່ຍື່ນຄຳຮ້ອງຟ້ອງຕໍ່ສານ ວ່າສິດຂອງຕົນໄດ້ຖືກຜູ້ອື່ນ ລະເມີດ ຫລື ໂຕ້ແຍ່ງ;
          - ຈໍາເລີຍ ໝາຍເຖິງ ບຸກຄົນ, ອົງການຈັດຕັ້ງ ຫລື ວິສາຫະກິດທີ່ຖືກຮ້ອງຟ້ອງວ່າ ໄດ້ລະເມີດ ຫລື ໂຕ້ແຍ່ງສິດຂອງຜູ້ອື່ນ.
       14. ບຸກຄົນທີສາມ ໝາຍເຖິງ ຜູ່ທີ່ພົວພັນໃນຄະດີ ແຕ່ບໍ່ແມ່ນໂຈດ ຫລື ຈຳເລີຍ ຊຶ່ງສານ ຮຽກເຂົ້າມາ ຫລື ຜູ່ກ່ຽວສະເໜີເຂົ້າມາຮ່ວມໃນການດຳເນີນຄະດີ ເພື່ອ ປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ;
       15. ການຍຶດຊັບ ໝາຍເຖິງ ການເອົາຊັບເຄື່ອນທ່ີຂອງຄູ່ຄວາມມາຮັກສາໄວ້ໃນການ ຄຸ້ມຄອງຂອງເຈົ້າໜ້າທີ່ ເພື່ອຮັບປະກັນໃນການດຳເນີນຄະດີ ແລະ ການໃຊ້ແທນ ຄ່າເສັຍຫາຍ;
       16. ການອາຍັດຊັບ ໝາຍເຖິງ ການອອກຄຳສັ່ງຂອງໄອຍະການປະຊາຊົນ, ສານປະຊາຊົນ, ແລະ ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກ່ຽວກັບຊັບຄົງທີ່, ຊັບເຄື່ອນທີ່ ລວມທັງ ບັນຊີເງິນຝາກ ເພື່ອບໍ່ໃຫ້ມີການຊື້, ຂາຍ, ມອບ, ແລກປ່ຽນ, ຊວດຈຳ, ຄ້ຳປະກັນ, ຕໍ່ເຕີມ, ທຳລາຍ ຫລື ປ່ຽນແປງຊັບດັ່ງກ່າວ;
       17. ການຮິບຊັບ ໝາຍເຖິງ ການເອົາຊັບທັງໝົດ ຫລື ສ່ວນໃດສ່ວນໜຶ່ງ ທີ່ເປັນກຳມະສິດຂອງຜູ້ກະທຳຜິດ ມາເປັນຂອງລັດ ຕາມຄໍາຕັດສິນຂອງສານ ໂດຍບໍ່ມີການໃຊ້ແທນ. ການຮິບຊັບ ມີຂໍ້ຫ້າມ ຕາມບັນຊີຊ້ອນທ້າຍຂອງກົດໝາຍອາຍາ;
       18. ການຮິບວັດຖຸສິ່ງຂອງ ໝາຍເຖິງ ການເອົາຊັບ, ວັດຖຸສິ່ງຂອງທີ່ພົວພັນກັບການກະທຳຜິດ, ນຳໃຊ້ໃນການກະທຳຜິດ ຫລື ໄດ້ມາຈາກການກະທຳຜິດມາເປັນຂອງລັດ ຕາມຄຳຕັດສິນຂອງສານ;
       19. ການໂຈະ ໝາຍເຖິງ ການຢຸດການຈັດຕັ້ງປະຕິບັດຄຳຕັດສິນຂອງສານໄວ້ຊົ່ວຄາວ ເມື່ອໝົດສາເຫດຂອງການໂຈະແລ້ວ ກໍຕ້ອງສືບຕໍ່ຈັດຕັ້ງປະ ຕິບັດ;
       20. ການປ່ຽນແປງ ໝາຍເຖິງ ການປ່ຽນແປງການຈັດຕັ້ງປະຕິບັດຄຳຕັດສິນຂອງສານສ່ວນໃດສ່ວນໜຶ່ງ ຫລື ທັງໝົດ ຂອງພະນັກງານຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ທີ່ເຫັນວ່າບໍ່ຖືກຕ້ອງ, ບໍ່ສອດຄ່ອງ ກັບຄຳຕັດສິນຂອງສານ ຫລື ລະບຽບກົດໝາຍ;
       21. ການຍົກເລີກ ໝາຍເຖິງ ການຢຸດເຊົາ ໂດຍບໍ່ໃຫ້ສືບຕໍ່ຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       22. ການລົບລ້າງ ໝາຍເຖິງ ການຍົກເລີກທັງໝົດການຈັດຕັ້ງປະຕິບັດຄຳຕັດສິນຂອງສານຜ່ານມາ ແຕ່ຕົ້ນຕະຫຼອດປາຍ;
       23. ການຖອນຕົວ ໝາຍເຖິງ ການສະເໜີຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເພື່ອບໍ່ເຂົ້າຮ່ວມໃນການຈັດຕັ້ງປະຕິບັດຄະດີໃດໜຶ່ງ ທີ່ເຫັນວ່າຕົນມີສ່ວນພົວພັນ;
       24. ການຄ້ານຕົວ ໝາຍເຖິງ ການສະເໜີຂອງຄູ່ຄວາມ ຫລື ບຸກຄົນທີສາມ ກ່ຽວກັບ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ມີສ່ວນພົວພັນ ກັບຄະດີ ເພື່ອບໍ່ໃຫ້ເຂົ້າຮ່ວມໃນການຈັດຕັ້ງປະຕິບັດຄຳຕັດສິນຄະດີດັ່ງກ່າວ;
       25. ການປະຕິບັດພາງ ໝາຍເຖິງ ການປະຕິບັດຄຳຕັດສິນຂອງສານຂັ້ນຕົ້ນ ຫລື ຂັ້ນອຸທອນສ່ວນໃດສ່ວນໜຶ່ງ ທີ່ເຫັນວ່າມີຄວາມຈຳເປັນຮີບດ່ວນ ກ່ອນຄຳຕັດສິນ ຫລື ຄຳພິພາກສານັ້ນ ໃຊ້ໄດ້ຢ່າງເດັດຂາດ;
       26. ການເລືອກຈັດຕັ້ງປະຕິບັດ ໝາຍເຖິງ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍ ເຫັນແກ່ໝູ່ຄູ່, ພັກພວກ, ຜົນປະໂຫຍດ ເພື່ອມາ ປະຕິບັດກ່ອນ ຫລື ໃຫ້ຜົນປະໂຫຍດແກ່ຄູ່ຄວາມຝ່າຍໃດຝ່າຍໜຶ່ງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ;
       27. ໝາຍພາຕົວ ໝາຍເຖິງ ຄຳສັ່ງຂອງອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແລະ ອົງການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ເພື່ອໃຫ້ເຈົ້າໜ້າທີ່ຕຳຫລວດ ນຳເອົາຕົວບຸກຄົນໃດໜຶ່ງເຂົ້າມາຫາອົງການທີ່ອອກຄຳສັ່ງດັ່ງກ່າວ ຕາມລະບຽບກົດໝາຍ.

ມາດຕາ 4(ໃໝ່). ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ
     ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແມ່ນ ຄຳຕັດສິນຂອງສານ ຊຶ່ງຄູ່ຄວາມ, ບຸກຄົນທີສາມ ບໍ່ໄດ້ຂໍອຸທອນ, ບໍ່ໄດ້ຂໍລົບລ້າງ ຫລື ໄອຍະການປະຊາຊົນ ບໍ່ໄດ້ສະເໜີຄັດຄ້ານ ຫລື ຄໍາພິພາກສາຂອງສານປະຊາຊົນສູງສຸດ.
     ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ມີຜົນບັງຄັບປະຕິບັດ.
     ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາທີ່ໃຊ້ໄດ້ຢ່າງເດັດຂາດຂອງສານ ແຕ່ລະຂັ້ນ ມີ ດັ່ງນີ້:
       1. ຄຳສັ່ງ, ຄຳຊີ້ຂາດ ແລະຄຳຕັດສິນຂັ້ນຕົ້ນ ຂອງສານປະຊາຊົນ ເມືອງ, ເທດສະບານ ຊຶ່ງຄູ່ຄວາມ, ບຸກຄົນທີສາມ ບໍ່ໄດ້ຂໍອຸທອນ ຫລື ໄອຍະການປະຊາຊົນ ບໍ່ໄດ້ສະເໜີ ຄັດຄ້ານ;
       2. ຄຳສັ່ງ, ຄຳຊີ້ຂາດ ແລະຄຳຕັດສິນຂັ້ນຕົ້ນ ຂອງສານປະຊາຊົນ ແຂວງ, ນະຄອນ ຊຶ່ງຄູ່ຄວາມ, ບຸກຄົນທີສາມ ບໍ່ໄດ້ຂໍອຸທອນ ຫລື ໄອຍະການປະຊາຊົນບໍ່ໄດ້ ສະເໜີຄັດຄ້ານ;
       3. ຄຳສັ່ງ, ຄຳຊີ້ຂາດ, ຄຳພິພາກສາຂັ້ນອຸທອນ ຂອງສານປະຊາຊົນ ແຂວງ, ນະຄອນ ແລະ ຄຳພິພາກສາຂອງສານອຸທອນ ຊຶ່ງຄູ່ຄວາມ, ບຸກຄົນທີສາມ ບໍ່ໄດ້ຂໍລົບລ້າງ ຫລື ໄອຍະການປະຊາຊົນ ບໍ່ໄດ້ສະເໜີຄັດຄ້ານ;
       4. ຄຳສັ່ງ, ຄຳຊີ້ຂາດ ແລະ ຄຳພິພາກສາ ຂອງສານ ປະຊາຊົນສູງສຸດ.

ມາດຕາ 5(ໃໝ່). ຄຳຕັດສິນຂອງສານ ແລະນິຕິກໍາອື່ນ ທີ່ນຳມາຈັດຕັ້ງປະຕິບັດ
    ຄຳຕັດສິນຂອງສານ ແລະນິຕິກໍາອື່ນ ທີ່ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ນຳມາຈັດຕັ້ງປະຕິບັດ ມີ ດັ່ງນີ້:
       1. ຄຳສັ່ງ, ຄຳຊີ້ຂາດ ແລະ ຄຳຕັດສິນຄະດີແພ່ງຂັ້ນຕົ້ນ ທີ່ໃຊ້ໄດ້ຢ່າງເດັດຂາດ ຂອງສານປະຊາຊົນເມືອງ, ເທດສະບານ, ສານປະຊາຊົນແຂວງ, ນະຄອນ;
       2. ຄຳສັ່ງ, ຄຳຊີ້ຂາດ ແລະຄຳຕັດສິນຄະດີອາຍາຂັ້ນຕົ້ນ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນເມືອງ, ເທດສະບານ, ສານປະຊາຊົນແຂວງ, ນະຄອນ ກ່ຽວກັບການໃຊ້ແທນ ຄ່າເສັຍຫາຍທາງແພ່ງ, ໂທດປັບໃໝ, ໂທດຮິບຊັບ, ໂທດຮິບວັດຖຸສິ່ງຂອງ ແລະ ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ;
       3. ຄຳສັ່ງ, ຄຳຊີ້ຂາດ ແລະ ຄຳພິພາກສາຄະດີແພ່ງຂັ້ນອຸທອນ ທີ່ໃຊ້ໄດ້ຢ່າງເດັດ ຂາດຂອງສານປະຊາຊົນ ແຂວງ, ນະຄອນ ແລະ ສານອຸທອນ;
       4. ຄຳສັ່ງ, ຄຳຊີ້ຂາດ ແລະ ຄຳພິພາກສາຄະດີອາຍາຂັ້ນອຸທອນ ທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນແຂວງ, ນະຄອນ ແລະ ສານອຸທອນ ກ່ຽວກັບ ການໃຊ້ແທນຄ່າເສັຍຫາຍທາງແພ່ງ, ໂທດປັບໃໝ, ໂທດຮິບຊັບ, ໂທດຮິບວັດຖຸສິ່ງຂອງ ແລະ ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ;
       5. ຄຳສັ່ງ, ຄຳຊີ້ຂາດ ແລະຄຳພິພາກສາຄະດີແພ່ງ ຂອງສານປະຊາຊົນສູງສຸດ ທີ່ບໍ່ສົ່ງຄະດີ ໃຫ້ສານຂັ້ນລຸ່ມພິຈາລະນາຄືນໃໝ່;
       6. ຄຳສັ່ງ, ຄຳຊີ້ຂາດ ແລະ ຄຳພິພາກສາຄະດີອາຍາ ຂອງສານປະຊາຊົນສູງສຸດ ທີ່ບໍ່ສົ່ງຄະດີ ໃຫ້ສານຂັ້ນລຸ່ມພິຈາລະນາຄືນໃໝ່ ກ່ຽວກັບການໃຊ້ແທນຄ່າເສັຍຫາຍທາງແພ່ງ, ໂທດປັບໃໝ, ໂທດຮິບຊັບ, ໂທດຮິບວັດຖຸສິ່ງຂອງ ແລະ ໂທດດັດສ້າງໂດຍ ບໍ່ຕັດອິດສະລະພາບ;
       7. ຄຳຕັດສິນ ຫລືຄຳພິພາກສາຂອງສານ ບອກວ່າໃຫ້ປະຕິບັດພາງ;
       8. ຄຳສັ່ງໃຫ້ປະຕິບັດບົດບັນທຶກການໄກ່ເກັ່ຍຂອງສານ;
       9. ຄຳສັ່ງ, ຄຳຊີ້ຂາດ ແລະ ຄໍາຕັດສິນຂອງສານ ຕ່າງປະເທດ ທີ່ໃຊ້ໄດ້ຢ່າງເດັດຂາດ ຊຶ່ງສານປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮັບຮູ້ ແລະ ໃຫ້ຈັດຕັ້ງປະຕິບັດ;
       10. ບົດບັນທຶກການໄກ່ເກັ່ຍ ແລະ ຄຳຕັດສິນ ຂອງຄະນະກຳມະການ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພາຍໃນ ແລະ ຕ່າງປະເທດ ຕາມສົນທິສັນຍາລະຫວ່າງປະເທດທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮ່ວມເປັນພາຄີ ຊຶ່ງໄດ້ຮັບການຢັ້ງຢືນຈາກສານປະຊາຊົນ.

ມາດຕາ 6.  ຜົນບັງຄັບປະຕິບັດຂອງຄຳຕັດສິນຂອງສານ
     ຄຳຕັດສິນຂອງສານ ແລະ ນິຕິກຳອື່ນ ທີ່ໄດ້ກຳນົດໄວ້ໃນມາດຕາ 5(ໃໝ່) ຂອງກົດໝາຍສະບັບນີ້ ມີຜົນບັງຄັບຕໍ່ບຸກຄົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຊຶ່ງຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ.
     ທຸກອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ພົນລະເມືອງທຸກຄົນ ຕ້ອງເຄົາລົບ ພ້ອມກັນນັ້ນ ກໍມີພັນທະໃຫ້ການຮ່ວມມື, ຊ່ວຍເຫລືອອັນຈຳເປັນ ແກ່ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ມາດຕາ 7(ໃໝ່).  ຫລັກການໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ຫລັກການໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີ ດັ່ງນີ້:
       1. ຖືກຕ້ອງຕາມຄຳຕັດສິນຂອງສານ;
       2. ສະເໝີພາບ;
       3. ສຶກສາອົບຮົມ;
       4. ເຂັ້ມງວດ, ວ່ອງໄວ ແລະຍຸຕິທຳ;
       5. ປະສານສົມທົບ;
       6. ໂປ່ງໄສ. 

ມາດຕາ 8(ໃໝ່). ການຖອນຕົວ ແລະການຄ້ານຕົວ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ເປັນຍາດພີ່ນ້ອງ, ມີຜົນປະໂຫຍດ ຫລື ມີຂໍ້ຂັດແຍ່ງກັບຄູ່ຄວາມຝ່າຍໃດຝ່າຍໜຶ່ງ ຕ້ອງຂໍຖອນຕົວອອກ ຈາກການຈັດຕັ້ງປະຕິບັດຄຳຕັດສິນ ນັ້ນ; ຖ້າຜູ່ກ່ຽວຫາກບໍ່ຖອນຕົວອອກ ຄູ່ຄວາມຝ່າຍໃດຝ່າຍໜຶ່ງ ກໍມີສິດຄ້ານຕົວຜູ່ກ່ຽວ ຕໍ່ຫົວໜ້າພະແນກຍຸຕິທຳແຂວງ, ນະຄອນ ໃນກໍລະນີຫາກແມ່ນພະນັກງານ ຂອງຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ; ຕໍ່ຫົວໜ້າຫ້ອງການຍຸຕິທຳ ເມືອງ, ເທດສະບານ ໃນກໍລະນີຫາກ ແມ່ນພະນັກງານຂອງໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເພື່ອໃຫ້ຜູ່ກ່ຽວ ຖອນຕົວອອກ ຈາກການຈັດຕັ້ງປະຕິບັດຄຳຕັດສິນຂອງສານນັ້ນ.

ພາກທີ II
ອົງການຄຸ້ມຄອງ ແລະອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ໝວດທີ 1
ອົງການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ມາດຕາ 9. ລະບົບອົງການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ລະບົບອົງການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ປະກອບດ້ວຍ:
       - ກະຊວງຍຸຕິທໍາ;
       - ພະແນກຍຸຕິທຳແຂວງ, ນະຄອນ;
       - ຫ້ອງການຍຸຕິທໍາເມືອງ, ເທດສະບານ.

ມາດຕາ 10(ໃໝ່).  ສິດ ແລະໜ້າທີ່ຂອງກະຊວງຍຸຕິທຳ
      ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກະຊວງຍຸຕິທຳ ໃນຖານະເປັນເສນາທິການໃຫ້ແກ່ລັດຖະບານມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້ານະໂຍບາຍ, ລະບຽບກົດໝາຍ ກ່ຽວກັບວຽການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລ້ວສະເໜີຕໍ່ລັດຖະບານພິຈາລະນາຮັບຮອງເອົາ;
       2. ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມ ກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ໃຫ້ແກ່ປະຊາຊົນ, ຊັ້ນ ຄົນຕ່າງໆ ເຂົ້າໃຈ ແລະ ຕື່ນຕົວປະຕິບັດ ທັງປະກອບຄຳເຫັນກ່ຽວກັບວຽກງານ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ດ້ວຍວິທີການຕ່າງໆ;
       3. ຊີ້ນຳ, ຄຸ້ມຄອງ ແລະ ກວດກາດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃນຂອບເຂດທົ່ວປະເທດ;
       4. ຄົ້ນຄວ້າວິໄຈສາເຫດຂອງຄຳຕັດສິນຂອງສານ ທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ ແລ້ວສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າຊອກຫາວິທີແກ້ໄຂ;
       5. ປ່ຽນແປງ, ໂຈະ, ຍົກເລີກ ຫລື ລົບລ້າງຄຳສັ່ງ ຂອງຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນ ຂອງສານທີ່ບໍ່ຖືກຕ້ອງຕາມກົດໝາຍ ຫລື ສະເໜີໃຫ້ຂະແໜງ ການອື່ນ ລົບລ້າງນິຕິກຳຂອງຕົນ ທີ່ບໍ່ສອດຄ່ອງກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຫລື ລະບຽບກົດໝາຍ, ພ້ອມກັນນັ້ນ ກໍໃຫ້ຄຳແນະນຳ ເພື່ອຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃຫ້ຖືກຕ້ອງ;
       6. ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງຫົວໜ້າ, ຮອງຫົວໜ້າຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕາມການສະເໜີຂອງພະແນກຍຸຕິທຳແຂວງ, ນະຄອນ ໂດຍ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
       7. ກໍ່ສ້າງ, ຍົກລະດັບ ບຸກຄະລາກອນ ທີ່ຮັບຜິດຊອບ ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທາງດ້ານການເມືອງ-ແນວຄິດ, ຄຸນສົມບັດ, ຈັນຍາທຳ ແລະ ວິຊາສະເພາະ;
       8. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       9. ພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບການຄຸ້ມຄອງ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       10. ລາຍງານສະພາບການ ກ່ຽວກັບການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ໃນຂອບເຂດທົ່ວປະເທດ ໃຫ້ລັດຖະບານຊາບ ຢ່າງເປັນປົກກະຕິ;
       11. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບການຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. 

ມາດຕາ 11(ໃໝ່).  ສິດ ແລະໜ້າທີ່ຂອງພະແນກຍຸຕິທຳແຂວງ, ນະຄອນ
     ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ພະແນກຍຸຕິທຳແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຊີ້ນຳການຈັດຕັ້ງປະຕິບັດກົດໝາຍຢ່າງຖືກຕ້ອງ ແລະເປັນເອກະພາບ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນໃນທ້ອງຖິ່ນຂອງຕົນ;
       2. ຄຸ້ມຄອງທາງດ້ານການຈັດຕັ້ງ, ງົບປະມານ ແລະ ກວດກາ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       3. ສະເໜີຕໍ່ກະຊວງຍຸຕິທຳ ກ່ຽວກັບການສ້າງຕັ້ງ ແລະ ປັບປຸງຫ້ອງການ, ການ ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ ຫົວໜ້າ, ຮອງຫົວໜ້າ ຫ້ອງການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ໂດຍໄດ້ຮັບການເຫັນດີຈາກ ອົງການປົກຄອງ ແຂວງ, ນະຄອນ;
       4. ສະເໜີຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນ ກ່ຽວກັບ ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ ຫົວໜ້າ, ຮອງຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕາມການສະເໜີ ຂອງຫ້ອງການຍຸຕິທຳ ເມືອງ, ເທດສະບານ;
       5. ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມ ກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນ, ຊັ້ນຄົນຕ່າງໆ ເຂົ້າໃຈ ແລະ ຕື່ນຕົວປະຕິບັດທັງປະກອບຄຳເຫັນກ່ຽວກັບ ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ດ້ວຍວິທີການຕ່າງໆ;
       6. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການ ຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       7. ພົວພັນຮ່ວມມືກັບຕ່າງປະເທດ ກ່ຽວກັບການຄຸ້ມຄອງ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕາມການມອບໝາຍຂອງກະຊວງຍຸຕິທຳ;
       8. ຄຸ້ມຄອງລາຍຮັບ-ລາຍຈ່າຍ ກ່ຽວກັບການຈັດຕັ້ງປະ ຕິບັດຄຳຕັດສິນຂອງສານ;
       9. ລາຍງານກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານໃຫ້ກະຊວງຍຸຕິທຳ ແລະ ອົງການປົກຄອງແຂວງ, ນະຄອນ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບການຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 12(ໃໝ່).  ສິດ ແລະໜ້າທີ່ຂອງຫ້ອງການຍຸຕິທຳເມືອງ, ເທດສະບານ
     ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຫ້ອງການຍຸຕິທຳເມືອງ, ເທດສະບານ ມີສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄຸ້ມຄອງທາງດ້ານການຈັດຕັ້ງ, ງົບປະມານ ແລະ ກວດກາ ການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       2. ສະເໜີຕໍ່ພະແນກຍຸຕິທຳແຂວງ, ນະຄອນ ເພື່ອໃຫ້ນຳສະເໜີຕໍ່ເຈົ້າແຂວງ, ເຈົ້າຄອງນະຄອນ ກ່ຽວກັບການສ້າງຕັ້ງ ແລະ ປັບປຸງໜ່ວຍງານ, ການແຕ່ງຕັ້ງ, ຍົກ ຍ້າຍ ຫລື ປົດຕຳແໜ່ງ ຫົວໜ້າ, ຮອງຫົວໜ້າໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ພະນັກງານຈັດຕັ້ງ ປະຕິບັດຄໍາຕັດສິນຂອງສານ ໂດຍໄດ້ຮັບການເຫັນດີຈາກອົງການປົກຄອງເມືອງ, ເທດສະບານ;
       3. ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມ ກົດໝາຍ ວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງໃຫ້ແກ່ປະຊາຊົນ, ຊັ້ນຄົນຕ່າງໆ ເຂົ້າໃຈ ແລະ ຕື່ນຕົວປະຕິບັດ ທັງປະກອບຄຳເຫັນກ່ຽວກັບ ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ດ້ວຍວິທີການຕ່າງໆ;
       4. ຍົກລະດັບບຸກຄະລາກອນ ທີ່ຮັບຜິດຊອບວຽກງານ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທາງດ້ານການເມືອງ-ແນວຄິດ, ຄຸນສົມບັດ, ຈັນຍາທຳ, ຄວາມຮູ້ ແລະ ຄວາມສາມາດ;
       5. ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       6. ຄຸ້ມຄອງລາຍຮັບ-ລາຍຈ່າຍ ກ່ຽວກັບການຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ;
       7. ລາຍງານກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງ ສານໃຫ້ພະແນກຍຸຕິທຳ ແລະ ອົງການປົກຄອງ ເມືອງ, ເທດສະບານ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບການຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ໝວດທີ 2
ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ມາດຕາ 13. ລະບົບອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ລະບົບອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ປະກອບດ້ວຍ:
       - ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       - ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ມາດຕາ 14.  ທີ່ຕັ້ງ ແລະພາລະບົດບາດຂອງຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນ ການຈັດຕັ້ງໜຶ່ງ ຂອງ ພະແນກຍຸຕິທຳ ແຂວງ, ນະຄອນ ມີພາລະບົດບາດຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ນິຕິກຳອື່ນ ຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 5(ໃໝ່) ຂອງກົດໝາຍສະບັບນີ້ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ 15(ໃໝ່). ໂຄງປະກອບບຸກຄະລາກອນ
      ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ປະກອບດ້ວຍ:
       - ຫົວໜ້າ;
       - ຮອງຫົວໜ້າ;
       - ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວິຊາການ ແລະ ພະນັກງານ ບໍລິຫານຈຳນວນໜຶ່ງ.
     ຫົວໜ້າຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານແມ່ນ ຮອງຫົວໜ້າ ພະແນກຍຸຕິທຳ ແຂວງ, ນະຄອນ ໂດຍຕຳແໜ່ງ.

ມາດຕາ 16(ໃໝ່). ສິດ ແລະ ໜ້າທີ່ຂອງຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານມີ ສິດ ແລະໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ແລະນິຕິກຳອື່ນ ເພື່ອກະກຽມຈັດຕັ້ງປະຕິບັດ; ທວງເອົາຂອງກາງຄະດີ ລວມທັງບົດບັນທຶກການຍຶດ, ການອາຍັດຂອງ ກາງຄະດີດັ່ງກ່າວທີ່ຄ້າງຄາຈາກພາກສ່ວນທີ່ກ່ຽວຂ້ອງເພື່ອນຳ ມາຈັດຕັ້ງປະຕິບັດ;
       2. ສະເໜີ ໃຫ້ສານທີ່ໄດ້ລົງຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ນັ້ນ ອະທິບາຍຢ່າງເປັນລາຍລັກອັກສອນ ກ່ຽວກັບບັນຫາໃດບັນຫາໜຶ່ງ ທີ່ຍັງບໍ່ທັນຈະແຈ້ງ;
       3. ສະເໜີຕໍ່ເຈົ້າໜ້າທີ່ຕຳຫລວດ ມີມາດຕະການຕໍ່ຜູ້ຖືກ ປະຕິບັດຄຳຕັດສິນຂອງສານ ທີ່ມີເຈດຕະນາຫລົບຫລີກການປະຕິບັດຄຳຕັດສິນຂອງສານ ໂດຍສະເພາະ ການອອກນອກປະເທດ;
       4. ອອກໝາຍຮຽກຄູ່ຄວາມ ເພື່ອຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       5. ອອກຄຳສັ່ງອາຍັດ, ຄຳສັ່ງຍຶດຊັບ, ຄຳສັ່ງຍົກຍ້າຍ, ຄຳສັ່ງໃຫ້ພາຕົວ, ຄຳສັ່ງ ປັບໃໝ ແລະ ຄຳສັ່ງອື່ນ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       7. ສະເໜີຂໍຄຳເຫັນນຳຂັ້ນເທິງຂອງຕົນ ໃນການຈັດຕັ້ງປະ ຕິບັດຄຳຕັດສິນຂອງສານ ທີ່ຫຍຸ້ງຍາກສັບສົນ;
       8. ຊີ້ນຳທາງດ້ານວິຊາການ ແລະ ກວດກາ ການຈັດຕັ້ງ ປະຕິບັດວຽກງານຂອງໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
       9. ປ່ຽນແປງ, ໂຈະ, ຍົກເລີກ ຫລື ລົບລ້າງຄຳສັ່ງ ຂອງໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຫລື ສະເໜີໃຫ້ລົບລ້າງນິຕິກຳ ຂອງຂະແໜງການອື່ນ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ຂັດກັບຄຳຕັດສິນຂອງສານ ຫລື ລະບຽບກົດ ໝາຍ, ພ້ອມກັນນັ້ນ ກໍຕ້ອງໃຫ້ຄຳແນະນຳເພື່ອຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ຖືກຕ້ອງ;
       10. ລາຍງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃຫ້ໄອຍະການປະຊາຊົນຂັ້ນຂອງຕົນ ຢ່າງເປັນປົກກະຕິ ຫລື ຕາມການສະເໜີ;
       11. ລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຕົນ ໃຫ້ພະແນກຍຸຕິທຳ ແຂວງ, ນະຄອນ ແລະກະຊວງຍຸຕິທຳ ຢ່າງເປັນປົກກະຕິ ;
       12. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບ ການຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 17(ໃໝ່). ທີ່ຕັ້ງ ແລະພາລະບົດບາດຂອງໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ
      ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຊຶ່ງສ້າງຕັ້ງຂຶ້ນ ຢູ່ແຕ່ລະເມືອງ, ເທດສະບານ ແມ່ນການຈັດຕັ້ງໜຶ່ງຂອງຫ້ອງການຍຸຕິທຳເມືອງ, ເທດສະບານ ມີພາລະບົດບາດ ຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ ແລະນິຕິກຳອື່ນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5(ໃໝ່) ຂອງກົດໝາຍສະບັບນີ້ ທີ່ຢູ່ໃນ ຂອບເຂດຄວາມຮັບຜິດຊອບຂອງຕົນ.

ມາດຕາ 18(ໃໝ່). ໂຄງປະກອບບຸກຄະລາກອນ
     ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ປະກອບດ້ວຍ:
       - ຫົວໜ້າ
       - ຮອງຫົວໜ້າ;
       - ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ວິຊາການ ແລະ ພະນັກງານ ບໍລິຫານຈຳນວນໜຶ່ງ.
     ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນຮອງຫົວໜ້າ ຫ້ອງການຍຸຕິທຳ ເມືອງ, ເທດສະບານ ໂດຍຕຳແໜ່ງ.

ມາດຕາ 19(ໃໝ່). ສິດ ແລະ ໜ້າທີ່ຂອງໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີສິດ ແລະໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ນິຕິກຳອື່ນ ເພື່ອກະ ກຽມຈັດຕັ້ງປະຕິບັດ; ທວງເອົາຂອງກາງທີ່ມີຢູ່ໃນຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ໃນກໍລະນີທີ່ຍັງບໍ່ທັນໄດ້ຮັບ;
       2. ສະເໜີໃຫ້ສານທີ່ໄດ້ລົງຄຳຕັດສິນ ທີ່ໃຊ້ໄດ້ຢ່າງເດັດຂາດ ນັ້ນ ອະທິບາຍຢ່າງເປັນລາຍລັກອັກສອນ ກ່ຽວກັບບັນຫາໃດບັນຫາໜຶ່ງ ທີ່ຍັງບໍ່ທັນຈະແຈ້ງ;
       3. ສະເໜີຕໍ່ເຈົ້າໜ້າທີ່ຕຳຫລວດ ມີມາດຕະການ ຕໍ່ຜູ້ຖືກປະຕິບັດຄຳຕັດສິນຂອງ ສານ ທີ່ມີເຈດຕະນາຫລົບຫລີກການປະຕິບັດຄຳຕັດສິນຂອງສານ ໂດຍສະເພາະ ການອອກນອກປະເທດ;
       4. ອອກໝາຍຮຽກຄູ່ຄວາມ ເພື່ອຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ;
       5. ອອກຄຳສັ່ງອາຍັດ, ຄຳສັ່ງຍຶດຊັບ, ຄຳສັ່ງຍົກຍ້າຍ, ຄຳສັ່ງໃຫ້ພາຕົວ, ຄຳສັ່ງປັບ ໃໝ ແລະຄຳສັ່ງອື່ນ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ໜ່ວຍໄກ່ເກັ່ຍຂັ້ນບ້ານ ເພື່ອຊ່ວຍໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       7. ສະເໜີຂໍຄຳເຫັນນຳຂັ້ນເທິງຂອງຕົນ ໃນການຈັດຕັ້ງ ປະຕິບັດຄຳຕັດສິນຂອງ ສານທີ່ຫຍຸ້ງຍາກສັບສົນ;
       8. ລາຍງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃຫ້ໄອຍະການປະຊາຊົນຂັ້ນຂອງຕົນ ຢ່າງເປັນປົກກະຕິ ຫລື ຕາມການສະເໜີ;
       9. ລາຍງານກ່ຽວກັບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານ ຂອງຕົນ ໃຫ້ຫ້ອງການຍຸຕິທຳ ເມືອງ, ເທດສະບານ ແລະ ຫ້ອງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ຢ່າງເປັນປົກກະຕິ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບການຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 20.  ສິດ ແລະ ໜ້າທີ່ຂອງຫົວໜ້າ, ຮອງຫົວໜ້າ ຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ
     ຫົວໜ້າຫ້ອງການ ແລະ ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ມີສິດ ແລະ ໜ້າທີ່ໃນການຊີ້ນຳ, ນຳພາ ແລະ ກວດກາການເຄື່ອນໄຫວວຽກງານຂອງຫ້ອງການ ຫລື ໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ. ພ້ອມກັນນັ້ນ ກໍມີໜ້າທີ່ຮັບຜິດຊອບຕໍ່ພະແນກ ຍຸຕິທຳ ແຂວງ, ນະຄອນ ຫລື ຫ້ອງການຍຸຕິທຳເມືອງ, ເທດສະບານ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 16(ໃໝ່) ແລະ ມາດຕາ 19(ໃໝ່) ຂອງ ກົດໝາຍສະບັບນີ້.
     ຮອງຫົວໜ້າຫ້ອງການ ແລະ ຮອງຫົວໜ້າໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດ ສິນຂອງສານ ເປັນຜູ່ຊ່ວຍວຽກຫົວໜ້າ ແລະ ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍຂອງຫົວໜ້າ. ໃນກໍລະນີ ຫົວໜ້າຕິດຂັດ ຍ້ອນເຫດຜົນໃດໜຶ່ງ ຮອງຫົວໜ້າຜູ້ທີ່ໄດ້ຮັບມອບໝາຍນັ້ນ ເປັນຜູ້ວ່າການແທນ.

ມາດຕາ 21(ໃໝ່).  ສິດ ແລະ ຫນ້າທີ່ຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີສິດ ແລະໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ນິຕິກຳອື່ນ ເພື່ອກະກຽມຈັດຕັ້ງປະຕິບັດ. ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ພະນັກງານຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ຕ້ອງປະຕິບັດໃຫ້ຖືກຕ້ອງ ຕາມເນື້ອໃນ ຄຳຕັດສິນຂອງສານ, ຕາມລະບຽບການ ແລະ ຂັ້ນຕອນຂອງ ກົດໝາຍສະບັບນີ້;
       2. ສະເໜີຫົວໜ້າຫ້ອງການ ຫລື ຫົວໜ້າໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເພື່ອໃຫ້ສານທີ່ໄດ້ລົງຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ ອະທິບາຍ ຢ່າງເປັນລາຍລັກ ອັກສອນ ກ່ຽວກັບບັນຫາໃດບັນຫາໜຶ່ງທີ່ຍັງບໍ່ທັນຈະແຈ້ງ;
       3. ອອກໝາຍຮຽກຄູ່ຄວາມ ເພື່ອແຈ້ງເນື້ອໃນຄຳຕັດສິນ ຂອງສານໃຫ້ຊາບພ້ອມທັງ ແນະນຳ, ສຶກສາອົບຮົມ ແລະ ຊຸກຍູ້ໃຫ້ປະຕິບັດ;
       4. ເກັບກຳຂໍ້ມູນ ກ່ຽວກັບຊັບສິນ ແລະ ເງື່ອນໄຂຕ່າງໆ ຂອງຜູ້ຖືກປະຕິບັດຄຳຕັດສິນຂອງສານ ເພື່ອຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       5. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ;
       6. ສະເໜີໃຫ້ຫົວໜ້າຫ້ອງການ ຫລື ຫົວໜ້າໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ອອກຄຳສັ່ງອາຍັດ, ຄຳສັ່ງຍຶດຊັບ, ຄຳສັ່ງຍົກຍ້າຍ, ຄຳສັ່ງໃຫ້ພາຕົວ, ຄຳສັ່ງປັບໃໝ ຫລື ສະເໜີຕໍ່ເຈົ້າໜ້າທີ່ຕຳຫລວດ ມີມາດຕະການຕໍ່ຜູ້ຖືກ ປະຕິບັດຄຳຕັດສິນຂອງສານ ທີ່ມີເຈດຕະນາຫລົບຫລີກ ການປະຕິບັດຄຳຕັດສິນຂອງສານນັ້ນ ບໍ່ໃຫ້ອອກນອກປະເທດ ແລະ ຄຳສັ່ງອື່ນ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ;
       7. ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງ ສານ ທີ່ຕົນໄດ້ຮັບມອບໝາຍໃຫ້ຈັດຕັ້ງປະຕິບັດນັ້ນ ຕໍ່ຫົວໜ້າຫ້ອງການ ຫລື ຫົວໜ້າໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດ ສິນຂອງສານ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ກ່ຽວກັບການຈັດຕັ້ງ ປະຕິບັດຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ມາດຕາ 22(ໃໝ່). ມາດຕະຖານ ແລະ ເງື່ອນໄຂຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງມີມາດຕະຖານ ແລະ ເງື່ອນໄຂ ດັ່ງນີ້:
       1. ເປັນພົນລະເມືອງລາວ ທີ່ມີອາຍຸແຕ່ 25 ປີ ຂຶ້ນໄປ;
       2. ມີທັດສະນະຫລັກໝັ້ນຊົນຊັ້ນ ແລະມີຄວາມໜັກ ແໜ້ນທາງດ້ານການເມືອງ;
       3. ມີຄຸນສົມບັດ ຈັນຍາບັນ, ມີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານ, ມີຄວາມສັດຊື່ບໍລິສຸດຕໍ່ປະເທດຊາດ, ຕໍ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ຂອງພົນລະເມືອງ, ມີມະນຸດສຳພັນດີ;
       4. ມີຄວາມຮູ້, ມີນ້ຳໃຈກ້າຫານ, ອົດທົນ, ມີຄວາມສາ ມາດຊວນເຊື່ອ ໃຫ້ຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       5. ຈົບການສຶກສາວິຊາກົດໝາຍຊັ້ນກາງຂຶ້ນໄປ ຫລື ໄດ້ຮັບການບຳລຸງວິຊາກົດໝາຍ ແລະ ໄດ້ຮັບການຝຶກອົບຮົມ ກ່ຽວກັບວຽກງານການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ;
       6. ມີປະສົບການ ກ່ຽວກັບວຽກງານການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ຢ່າງໜ້ອຍ ສອງ ປີ;
       7. ມີສຸຂະພາບສົມບູນດີ.
     ສຳລັບພະນັກງານ ຜູ້ທີ່ຈະເປັນຫົວໜ້າຫ້ອງການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ນອກຈາກມີມາດຕະຖານ, ເງື່ອນໄຂດັ່ງທີ່ໄດ້ກ່າວມາຂ້າງເທິງນີ້ແລ້ວ ຍັງຕ້ອງເປັນຜູ້ທີ່ມີແບບ ແຜນວິທີ ເຮັດວຽກດີ, ມີປະສົບການ ກ່ຽວກັບວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຢ່າງໜ້ອຍ ຫ້າ ປີ ແລະ ມີລະດັບວິຊາສະເພາະກົດໝາຍຊັ້ນສູງຂຶ້ນໄປ; ສ່ວນຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງມີປະສົບ ການຢ່າງໜ້ອຍ ສາມປີ ແລະ ມີລະດັບວິຊາສະເພາະກົດໝາຍ ຊັ້ນກາງຂຶ້ນໄປ.

ພາກທີ III
ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ໝວດທີ 1
ຂັ້ນຕອນໃນການຈັດຕັ້ງປະຕິບັດຄຳຕັດສິນຄະດີແພ່ງ

ມາດຕາ 23(ໃໝ່). ການສົ່ງຄຳຕັດສິນໃຫ້ຈັດຕັ້ງປະຕິບັດ
     ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາ ທີ່ໃຊ້ໄດ້ຢ່າງເດັດຂາດ ຕ້ອງສົ່ງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດ ຢ່າງຊ້າບໍ່ໃຫ້ເກີນ ສາມສິບ ວັນ ນັບແຕ່ວັນຄຳສັ່ງ, ຄຳຊີ້ຂາດ, ຄຳຕັດ ສິນ ແລະ ຄຳພິພາກສາ ໃຊ້ໄດ້ຢ່າງເດັດຂາດ ຫລື ວັນຄູ່ ຄວາມຮັບຊາບ ເປັນຕົ້ນໄປ.
     ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະຄຳພິພາກສາ ທີ່ໃຊ້ໄດ້ຢ່າງເດັດຂາດນັ້ນ ຕ້ອງສົ່ງ ໃຫ້ໄອຍະການປະຊາຊົນ ເພື່ອຕິດຕາມການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນ.

ມາດຕາ 24(ໃໝ່). ບ່ອນຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ບ່ອນຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີ ດັ່ງນີ້:
       -ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ສຳລັບ ຄຳຕັດສິນຂອງສານປະຊາຊົນ ແຂວງ, ນະຄອນ ທີ່ຕັດສິນເປັນຂັ້ນຕົ້ນ;
       -ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ສຳລັບ ຄຳຕັດສິນຂອງສານປະຊາຊົນ ເມືອງ, ເທດສະບານ ແລະຄຳພິພາກສາຂອງສານປະຊາຊົນ ແຂວງ, ນະຄອນ ເປັນຂັ້ນອຸທອນ.
       ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ສາມາດ ຈັດຕັ້ງປະຕິບັດຄຳຕັດສິນຂອງສານຂອງສານປະຊາຊົນ ເມືອງ, ເທດສະບານ ໃນກໍລະນີທີ່ບໍ່ມີໜ່ວຍງານຈັດຕັ້ງປະຕິບັດຄຳຕັດ ສິນຂອງສານ ຫລື ຕາມການສະເໜີ ຂອງໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ມາດຕາ 25. ຂັ້ນຕອນໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີສີ່ຂັ້ນຕອນ ດັ່ງນີ້:
       1. ຄົ້ນຄວ້າຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ນິຕິກຳອື່ນ ເພື່ອກະກຽມຈັດຕັ້ງປະຕິບັດ;
       2. ຮຽກຄູ່ຄວາມເຂົ້າມາ ເພື່ອແຈ້ງເນື້ອໃນຄຳຕັດສິນ ຂອງສານໃຫ້ຊາບ ພ້ອມທັງ ແນະນຳ ແລະ ປຸກລະດົມໃຫ້ປະຕິບັດ;
       3. ຈັດຕັ້ງປະຕິບັດຄຳຕັດສິນຂອງສານຕົວຈິງ;
       4. ສິ້ນສຸດການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ມາດຕາ 26.  ການຄົ້ນຄວ້າຄຳຕັດສິນຂອງສານ ແລະນິຕິກຳອື່ນ
     ພາຍຫລັງໄດ້ຮັບຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ນິຕິກຳອື່ນແລ້ວ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງຄົ້ນຄວ້າຄຳຕັດສິນ ຫລື ນິຕິກຳນັ້ນໃຫ້ລະອຽດ, ເຂົ້າໃຈ ພ້ອມກັນນັ້ນ ກໍກະກຽມເງື່ອນໄຂຕ່າງໆ ເພື່ອຈັດຕັ້ງປະຕິບັດ.

ມາດຕາ 27(ໃໝ່). ການຮຽກຄູ່ຄວາມ
     ພາຍໃນກຳນົດ ສິບວັນ ນັບແຕ່ວັນໄດ້ຮັບຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງ ເດັດຂາດເປັນຕົ້ນໄປ ແລະໄດ້ກະກຽມເງື່ອນໄຂຕ່າງໆ ເພື່ອຈັດຕັ້ງປະຕິບັດແລ້ວ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງ ສານ ຕ້ອງຮຽກເອົາຄູ່ຄວາມໃນຄະດີເຂົ້າມາຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເພື່ອແຈ້ງກ່ຽວກັບ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃຫ້ຊາບ,ພ້ອມກັນນັ້ນ ກໍແນະນຳ,ຊຸກຍູ້ ໃຫ້ປະຕິບັດພາຍໃນກຳນົດເວລາຫົກສິບວັນ.
     ໃນກຳນົດເວລາດັ່ງກ່າວ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງຕິດ ຕາມການປະຕິບັດຄຳຕັດສິນຂອງສານ ຂອງຜູ້ຖືກປະຕິບັດ, ຖ້າຫາກເຫັນວ່າມີຄວາມຈຳເປັນ ເຊັ່ນ: ຜູ້ຖືກປະຕິບັດຄຳຕັດສິນຂອງສານ ມີເຈດຕະນາຫລົບຫລີກບໍ່ຢາກປະຕິບັດຄຳຕັດສິນນັ້ນ ກໍສາ ມາດຂຶ້ນບັນຊີຊັບສິນຂອງ ຜູ້ກ່ຽວ ທີ່ສານຍັງບໍ່ທັນໄດ້ອອກຄຳສັ່ງອາຍັດຊັບ ຫລື ຍຶດຊັບ ແລ້ວສະເໜີໃຫ້ຫົວໜ້າຫ້ອງການ ຫລື ຫົວໜ້າໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ອອກຄຳສັ່ງ ອາຍັດ ຫລື ຍຶດຊັບ ກໍໄດ້.

ມາດຕາ 28(ໃໝ່). ການຈັດຕັ້ງປະຕິບັດຕົວຈິງ
     ພາຍໃນ ຫົກສິບ ວັນ ຖ້າຜູ້ຖືກປະຕິບັດຄຳຕັດສິນຂອງສານ ຫາກໄດ້ປະຕິ ບັດຕາມຄຳຕັດສິນຂອງສານ ຢ່າງຄົບຖ້ວນແລ້ວ ກໍຖືວ່າການຈັດຕັ້ງປະຕິບັດຄຳຕັດສິນຂອງສານນັ້ນ ໄດ້ສິ້ນສຸດລົງ. ຖ້າວ່າ ພາຍໃນກຳນົດດັ່ງກ່າວ ຄຳຕັດສິນຂອງສານຫາກບໍ່ໄດ້ຮັບການປະຕິບັດ ຫລື ປະຕິບັດ ແຕ່ຫາກຍັງບໍ່ທັນໄດ້ຄົບຖ້ວນ ຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງກວດກາ, ຂຶ້ນບັນຊີຊັບສິນ, ອອກຄຳສັ່ງອາຍັດຊັບ ຫລື ຍຶດຊັບ ຖ້າວ່າມາດຕະການດັ່ງກ່າວ ຫາກຍັງບໍ່ທັນໄດ້ນຳໃຊ້ມາກ່ອນ. ພ້ອມກັນນັ້ນ ກໍອາດຈະອອກຄຳສັ່ງຍົກຍ້າຍ, ຄຳສັ່ງ ປັບໃໝຜູ້ຖືກປະຕິບັດຄຳຕັດສິນຂອງສານນັ້ນ ແລ້ວແຕ່ລະກໍລະນີ.
     ໃນເວລາກວດກາຊັບ, ອາຍັດຊັບ ຫຼື ຍຶດຊັບ ແລະ ຍົກຍ້າຍ ຜູ້ຖືກປະຕິບັດ ຄຳຕັດສິນຂອງສານ ຕ້ອງປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ. ສ່ວນການຍຶດຊັບ ນັ້ນ ຕ້ອງໃຫ້ຜູ່ຄຸ້ມຄອງຊັບໃນເວລາຍຶດ ເຂົ້າຮ່ວມນຳ, ໃນກໍລະນີທີ່ ຜູ່ຄຸ້ມຄອງຊັບ ຫາກບໍ່ແມ່ນເຈົ້າຂອງຊັບ ພາຍຫຼັງຍຶດ ແລ້ວ ຕ້ອງແຈ້ງໃຫ້ເຈົ້າຂອງຊັບຊາບໃນທັນໃດ. ຊັບທີ່ຍຶດ ຫລື ອາຍັດນັ້ນ ຕ້ອງຕີລາຄາ ແລະ ປະກາດຂາຍ ເພື່ອໃຊ້ແທນ ໜີ້ສິນ. ກ່ອນການປະກາດຂາຍ ຕ້ອງຈັດຕັ້ງຄະນະກຳມະການຕີລາຄາ ໂດຍແມ່ນ ເຈົ້າແຂວງ, ເຈົ້າຄອງນະຄອນ ຫລື ເຈົ້າເມືອງ, ຫົວໜ້າເທດສະບານ ເປັນຜູ້ແຕ່ງຕັ້ງໄວ້ ເພື່ອຕີລາຄາຊັບສິນທີ່ໄດ້ອາຍັດ ຫລື ຍຶດທີ່ມີມູນຄ່າສູງ ໃນຄະດີຕ່າງໆ ທີ່ເກີດຂຶ້ນ; ພາຍຫຼັງທີ່ໄດ້ຕີລາຄາແລ້ວ ຈຶ່ງປະກາດຂາຍຊັບສິນດັ່ງກ່າວ ໃຫ້ມວນຊົນຊາບຢ່າງກວ້າງຂວາງ ເພື່ອປະມູນຂາຍ ຕາມລະບຽບການ.
     ໃນກໍລະນີທີ່ຜູ້ຖືກປະຕິບັດຄຳຕັດສິນຂອງສານ ຫາກຍົກຍ້າຍໄປຢູ່ບ່ອນອື່ນ ກ່ອນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຫລື ການປະຕິບັດຍັງບໍ່ທັນສິ້ນສຸດນັ້ນ ຫ້ອງການ ຫລື ໜ່ວຍງານຈັດຕັ້ງ ປະຕິບັດຄຳຕັດສິນຂອງສານທີ່ກ່ຽວຂ້ອງ ມີສິດໂອນການຈັດຕັ້ງປະຕິບັດຄຳຕັດສິນດັ່ງກ່າວ ໄປໃຫ້ຫ້ອງການ ຫລື ໜ່ວຍງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ບ່ອນຜູ້ຖືກປະຕິບັດຄຳຕັດສິນຂອງສານ ຍ້າຍໄປຢູ່ນັ້ນ ເປັນຜູ້ຈັດຕັ້ງປະຕິບັດແທນ.
     ຖ້າວ່າຜູ້ຖືກປະຕິບັດຄຳຕັດສິນຂອງສານ ຫາກມີຊັບຢູ່ຫລາຍເມືອງ ຫລື ຢູ່ຫລາຍແຂວງ ຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ຮັບຜິດຊອບຈັດຕັ້ງປະຕິບັດຄຳຕັດສິນ ດັ່ງກ່າວ ຈະສະເໜີໃຫ້ຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ບ່ອນມີຊັບຢູ່ນັ້ນ ຈັດຕັ້ງປະຕິບັດ ແທນຕົນກໍໄດ້ ຈົນກວ່າຈະຄົບຈໍານວນໜີ້ສິນ ຕາມຄຳຕັດສິນຂອງສານ.

ມາດຕາ 29(ໃໝ່). ການສິ້ນສຸດການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈະສິ້ນສຸດລົງໃນກໍລະນີ ດັ່ງນີ້:
       1. ຜູ້ຖືກປະຕິບັດໄດ້ປະຕິບັດຕາມຄຳຕັດສິນຂອງສານຢ່າງຄົບຖ້ວນແລ້ວ;
       2. ເຈົ້າໜີ້ໄດ້ສະລະສິດ. ໃນກໍລະນີທີ່ເຈົ້າໜີ້ ໄດ້ຮັບ ໝາຍຮຽກສາມຄັ້ງແລ້ວ ແຕ່ບໍ່ເຂົ້າມາສະເໜີຕົວ ຕໍ່ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍບໍ່ມີເຫດຜົນພຽງພໍ ກໍໃຫ້ຖືວ່າເປັນການສະລະສິດເຊັ່ນດຽວກັນ;
       3. ຜູ້ຖືກປະຕິບັດໄດ້ເສັຍຊີວິດ ໂດຍບໍ່ມີຊັບ, ບໍ່ມີສິດ ຫລືື ບໍ່ມີພັນທະໃຫ້ຜູ້ອື່ນສືບທອດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ;
       4. ຄຳຕັດສິນ ຫລື ຄຳພິພາກສາຂອງສານໄດ້ຖືກ ປ່ຽນແປງ, ຍົກເລີກ ຫລື ລົບລ້າງ ໂດຍບໍ່ໃຫ້ຄູ່ຄວາມມີພັນທະປະຕິບັດ.
     ເມື່ອການຈັດຕັ້ງປະຕິບັດຄຳຕັດສິນຂອງສານໄດ້ສິ້ນສຸດແລ້ວ ພະນັກງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງສະເໜີໃຫ້ຫົວໜ້າຫ້ອງການ ຫລື ຫົວໜ້າໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ເພື່ອອອກຄຳສັ່ງປິດສຳນວນຄະດີ ແລະ ແຈ້ງໃຫ້ຄູ່ຄວາມ, ໄອຍະການປະຊາຊົນ, ຫ້ອງວ່າການຄະນະສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ອົງການປົກຄອງທ້ອງຖິ່ນຊາບ.

ໝວດທີ 2
ມາດຕະການໃນການຈັດຕັ້ງປະຕິບັດຄຳຕັດສິນຄະດີແພ່ງ

ມາດຕາ 30. ການອອກຄຳສັ່ງຂອງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ເພື່ອຮັບປະກັນໃຫ້ຄຳຕັດສິນຂອງສານ ໄດ້ຮັບການປະຕິບັດຢ່າງສຳເລັດຜົນ ນັ້ນ ຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈະອອກຄຳສັ່ງໃຫ້ພາຕົວ, ຄຳສັ່ງຍຶດ ຫລື ອາຍັດຊັບ, ຍົກຍ້າຍ, ປັບໃໝ ແລະ ຄຳສັ່ງອື່ນ ທີ່ເຫັນວ່າຈຳເປັນ ແຕ່ບໍ່ໃຫ້ອອກຄຳສັ່ງກັກຕົວ ຫລື ກັກຂັງ ເພື່ອເລັ່ງໜີ້.
     ໃນກໍລະນີ ຊັບສິ່ງຂອງທີ່ຖືກອາຍັດ ຫລື ຍຶດນັ້ນ ຫາກມີຄວາມຈຳເປັນ ຕ້ອງມີການຄຸ້ມຄອງ ຫລື ແກ້ໄຂຢ່າງຮີບດ່ວນ ເນື່ອງຈາກວ່າຊັບສິ່ງຂອງດັ່ງກ່າວຈະມີການປ່ຽນຮູບ ຫລື ເສັຍຄຸນນະພາບ, ຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງຄຸ້ມຄອງ, ປົກປັກຮັກສາ ຫລື ຂາຍເອົາເງິນມາໄວ້ ເພື່ອປະຕິບັດຄຳຕັດສິນຂອງສານໃນຂັ້ນຕໍ່ໄປ.
     ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານກ່ຽວກັບການມອບ ຫລື ການສົ່ງ ຊັບຄົງທີ່ຄືນນັ້ນ ຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງອອກຄຳສັ່ງໃຫ້ຜູ້ຄອບຄອງຊັບດັ່ງກ່າວ ຍົກຍ້າຍອອກຈາກສະຖານທີ່ ຫລື ທີ່ພັກອາໄສ ທີ່ຕ້ອງໄດ້ມອບ ຫລື ສົ່ງພາຍໃນກຳນົດເວລາບໍ່ໃຫ້ເກີນ ເກົ້າສິບ ວັນ ນັບແຕ່ ວັນໄດ້ຮັບຄຳສັ່ງເປັນຕົ້ນໄປ.
     ມາດຕະການທີ່ໄດ້ກຳນົດໄວ້ໃນວັກທີ 3 ຂອງມາດຕານີ້ ກໍສາມາດນຳໃຊ້ ຕໍ່ຫລັກຊັບຄ້ຳປະກັນຂອງຂໍ້ຜູກພັນໃນສັນຍາ ເຊັ່ນດຽວກັນ.

ມາດຕາ 31.  ຜົນບັງຄັບປະຕິບັດຂອງຄຳສັ່ງຂອງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ຄຳສັ່ງຂອງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ອອກຢ່າງຖືກຕ້ອງ ໃນຂອບເຂດ ສິດ ແລະໜ້າທີ່ ຂອງຕົນ ເພື່ອຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລະ ນິຕິກຳອື່ນ ທີ່ໄດ້ກຳນົດໄວ້ໃນມາດຕາ 5(ໃໝ່) ຂອງກົດໝາຍສະບັບນີ້ ໃຫ້ຖືຄືກັນກັບຄຳສັ່ງຂອງສານ ແລະ ມີຜົນບັງຄັບປະຕິບັດ ສຳລັບບຸກຄົນ ແລະ ອົງການ ຈັດຕັ້ງ ດັ່ງທີ່ໄດ້ກຳນົດໄວ້ໃນມາດຕາ 6 ຂອງກົດໝາຍສະບັບນີ້.
     ການຫລີກລ້ຽງບໍ່ຍອມປະຕິບັດຄຳສັ່ງດັ່ງກ່າວ ໂດຍເຈດຕະນາ ຫລື ຂັດຂວາງ ການປະຕິບັດໜ້າທີ່ີ່ ຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຫລື ບຸກຄົນອື່ນ ທີ່ເຂົ້າຮ່ວມ ໃນການຈັດຕັ້ງປະຕິ ບັດຄຳຕັດສິນຂອງສານ ດ້ວຍການນາບຂູ່, ໃຊ້ຄວາມຮຸນແຮງ ຫລື ດ້ວຍຮູບການອື່ນ ຖືວ່າເປັນການກະທຳຜິດທາງອາຍາ ແລະ ຈະຖືກລົງໂທດຕາມມາດຕາ 158, 173 ແລະ ມາດຕາອື່ນ ຂອງກົດໝາຍ ອາຍາ.

ມາດຕາ 32.  ຊັບທີ່ຫ້າມອາຍັດ ຫລື ຍຶດ
     ຊັບສິ່ງຂອງທີ່ຈະບໍ່ຖືກອາຍັດ ຫລື ຍຶດມາໃຊ້ແທນໜີ້ສິນ ມີ ດັ່ງນີ້:
       1. ສິ່ງສັກກາລະບູຊາຂອງລູກໜີ້;
       2. ອາຫານສຳລັບກິນປະຈຳວັນ ແລະຢາປົວພະຍາດຂອງລູກໜີ້;
       3. ວັດຖຸສິ່ງຂອງທີ່ໃຊ້ເປັນປະຈຳຂອງລູກໜີ້ ແລະ ຂອງບຸກຄົນ ຊຶ່ງຢູ່ພາຍໃຕ້ການດູແລລ້ຽງດູຂອງລູກໜີ້ ເຊັ່ນ: ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ເຄື່ອງຄົວກິນ ແລະ ເຄື່ອງຫລິ້ນເດັກນ້ອຍ;
       4. ວັດຖຸສິ່ງຂອງທີ່ຈຳເປັນ ສຳລັບການປະກອບອາຊີບຂະໜາດນ້ອຍຂອງລູກໜີ້.

ມາດຕາ 33.  ມາດຕະການຕໍ່ຜູ້ບໍ່ຍອມປະຕິບັດຄຳຕັດສິນຂອງສານ
     ພາຍຫລັງຫ້ອງການ ຫລື ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໄດ້ອອກຄຳສັ່ງ ອາຍັດຊັບ, ຍຶດຊັບ ຫລື ອອກຄຳສັ່ງຍົກຍ້າຍແລ້ວ ແຕ່ລູກໜີ້ບໍ່ຍອມປະຕິບັດຕາມຄຳຕັດສິນຂອງສານ ທັງໆທີ່ມີຄວາມສາມາດໃຊ້ແທນໄດ້ ແຕ່ມີເຈດຕະນາບໍ່ປະຕິບັດ ຊຶ່ງແກ່ຍາວກາຍກຳນົດ ຫົກສິບ ວັນ ນັ້ນ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈະປັບໃໝໜຶ່ງສ່ວນຮ້ອຍ (1%) ຂອງມູນຄ່າທີ່ຍັງບໍ່ທັນໄດ້ໃຊ້ແທນ, ຖ້າຫາກກາຍກຳນົດເກົ້າສິບວັນ ຈະປັບໃໝສາມສ່ວນຮ້ອຍ (3%) ຂອງມູນຄ່າທີ່ຍັງບໍ່ທັນໄດ້ໃຊ້ແທນ ນັບແຕ່ມື້ໄດ້ແຈ້ງໃຫ້ປະຕິບັດຄຳຕັດສິນຂອງສານ ເປັນຕົ້ນໄປ.
     ໃນກໍລະນີທີ່ບໍ່ແມ່ນໜີ້ສິນ ສຳລັບຊັບສິ່ງຂອງທີ່ສາມາດຕີມູນຄ່າໄດ້ ເຊັ່ນ: ການທວງໃຫ້ ອອກຈາກທີ່ດິນ, ເຮືອນ, ການແບ່ງປັນມູນມໍລະດົກ, ສິນສົມສ້າງ, ຄ່າລ້ຽງດູ, ຖ້າວ່າຊັບສິ່ງຂອງ ນັ້ນ ຫາກມີມູນຄ່າຕ່ຳກວ່າ ຫ້າຮ້ອຍລ້ານກີບ ຈະປັບໃໝຄັ້ງທີໜຶ່ງ ຫ້າແສນກີບ, ຄັ້ງທີສອງ ສອງລ້ານກີບ; ສຳລັບຊັບສິ່ງຂອງ ທີ່ມີມູນຄ່າສູງກວ່າ ຫ້າຮ້ອຍລ້ານກີບຂຶ້ນໄປຈະປັບໃໝຄັ້ງທີໜຶ່ງ ສອງລ້ານກີບ, ຄັ້ງທີສອງ ຫ້າລ້ານກີບ.
     ສຳລັບສິ່ງທີ່ບໍ່ສາມາດຕີເປັນມູນຄ່າໄດ້ ເຊັ່ນ: ການທວງເອົາເອກະສານ, ການທວງເອົາ ເດັກນ້ອຍ ຈະປັບໃໝຄັ້ງທີໜຶ່ງ ຫ້າແສນກີບ, ຄັ້ງທີສອງ ໜຶ່ງລ້ານກີບ.
     ເງິນຄ່າປັບໃໝ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານທັງໝົດ ໃຫ້ມອບເຂົ້າ ເປັນລາຍໄດ້ຂອງລັດ.
     ຖ້າວ່າການນຳໃຊ້ມາດຕະການຕ່າງໆ ທີ່ກ່າວມາຂ້າງເທິງນີ້ ຫາກຍັງບ່ໍໄດ້ຮັບ ຜົນ ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກໍມີສິດສະເໜີໃຫ້ນຳໃຊ້ມາດຕາ 173 ຂອງກົດໝາຍອາຍາ, ແຕ່ຜູ້ຖືກ ປະຕິບັດຄຳຕັດສິນຂອງສານ ຍັງຕ້ອງໄດ້ປະຕິບັດຕາມຄຳຕັດສິນຂອງສານ ແລະ ມາດຕະການຕ່າງໆ ທີ່ພະນັກງານຈັດຕັ້ງປະ ຕິບັດຄຳຕັດສິນຂອງສານ ໄດ້ວາງໃສ່.

ມາດຕາ 34.  ການນຳໃຊ້ມາດຕະການຕໍ່ນິຕິບຸກຄົນ
     ມາດຕະການຕ່າງໆທີ່ໄດ້ກຳນົດໄວ້ໃນມາດຕາ 30, 31 ແລະ ມາດຕາ 33 ຂອງກົດໝາຍ ສະບັບນີ້ ສາມາດນຳໃຊ້ຕໍ່ນິຕິບຸກຄົນ ຫລື ບໍລິສັດທີ່ເປັນລູກໜີ້ ທີ່ພວມດຳເນີນກິດຈະການຢູ່ ຫລື ຖືກຍຸບເລີກ ຍົກເວັ້ນວັກສຸດທ້າຍຂອງມາດຕາ 33 ຂອງກົດໝາຍສະບັບນີ້. ສຳລັບບໍລິສັດທີ່ສານຕັດສິນໃຫ້ລົ້ມລະລາຍນັ້ນ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ.

ມາດຕາ 35(ໃໝ່). ຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນ ຄ່າສິ້ນເປືອງ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເຊັ່ນ: ຄ່າຮື້ຖອນ, ຄ່າຂົນສົ່ງຊັບສິ່ງຂອງອອກຈາກສະຖານທີ່, ຄ່າປົກປັກຮັກສາ ຊັບ..., ຄ່າໃຊ້ຈ່າຍໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນ ຕົກຢູ່ໃນຄວາມຮັບຜິດຊອບຂອງຜູ່ເສັຍຄະດີ ແລະ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍ ຄ່າທຳນຽມສານ.

ໝວດທີ 3
ຂັ້ນຕອນ ແລະ ມາດຕະການ
ໃນການຈັດຕັ້ງປະຕິບັດຄຳຕັດສິນຄະດີອາຍາ ກ່ຽວກັບການໃຊ້ແທນຄ່າເສັຍຫາຍທາງແພ່ງ,
ໂທດປັບໃໝ, ໂທດຮິບຊັບ, ໂທດຮິບວັດຖຸສິ່ງຂອງ ແລະ ໂທດດັດສ້າງໂດຍບໍ່ຕັດອິດສະລະພາບ

ມາດຕາ 36.  ການຈັດຕັ້ງປະຕິບັດຄຳຕັດສິນຄະດີອາຍາກ່ຽວກັບການໃຊ້ແທນຄ່າເສັຍຫາຍທາງແພ່ງ ແລະ ໂທດປັບໃໝ
     ຂັ້ນຕອນ ແລະ ມາດຕະການໃນການຈັດຕັ້ງປະຕິບັດຄຳຕັດສິນຄະດີອາຍາ ກ່ຽວກັບການ ໃຊ້ແທນຄ່າເສັຍຫາຍທາງແພ່ງ ແລະ ໂທດປັບໃໝ ຕາມຄຳຕັດສິນຂອງສານ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 25 ຫາ ມາດຕາ 34 ຂອງກົດໝາຍສະບັບນີ້.
     ສຳລັບຜູ້ທີ່ຍັງປະຕິບັດໂທດຢູ່, ຜູ້ທີ່ໄດ້ຮັບການອະໄພຍະໂທດ ຫລື ພົ້ນໂທດ ແລ້ວ ກໍຕ້ອງປະຕິບັດຄຳຕັດສິນຂອງສານ ກ່ຽວກັບການໃຊ້ແທນຄ່າເສັຍຫາຍທາງແພ່ງ ແລະ ໂທດປັບໃໝ ເຊັ່ນດຽວກັນ.

ມາດຕາ 37.  ການຈັດຕັ້ງປະຕິບັດໂທດຮິບຊັບ ແລະຮິບວັດຖຸສິ່ງຂອງ
     ການຈັດຕັ້ງປະຕິບັດຄຳຕັດສິນຄະດີອາຍາກ່ຽວກັບໂທດຮິບຊັບ ແລະ ຮິບວັດ ຖຸສິ່ງຂອງ ໃຫ້ດຳເນີນຕາມທີ່ໄດ້ກຳນົດໄວ້ໃນຄຳຕັດສິນທີ່ກ່ຽວຂ້ອງນັ້ນທຸກປະການ ເຖິງວ່າຜູ້ຖືກຕັດສິນຍັງປະ ຕິບັດໂທດຢູ່, ໄດ້ຮັບການອະໄພຍະໂທດ ຫລື ພົ້ນໂທດແລ້ວກໍຕາມ.

ມາດຕາ 38.  ການຈັດຕັ້ງປະຕິບັດໂທດດັດສ້າງໂດຍບໍ່ຕັດອິດສະລະພາບ
     ການຈັດຕັ້ງປະຕິບັດຄຳຕັດສິນຄະດີອາຍາ ກ່ຽວກັບໂທດດັດສ້າງ ໂດຍບໍ່ຕັດ ອິດສະລະພາບໃຫ້ປະຕິບັດຕໍ່ ພະນັກງານ ຫລື ບຸກຄົນ ທີ່ມີລາຍໄດ້ ເທົ່ານັ້ນ.
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງແຈ້ງຄຳຕັດສິນຂອງສານ ດັ່ງກ່າວ ໄປຍັງ ອົງການປົກຄອງ ຫລື ບ່ອນທີ່ຜູ້ຖືກປະຕິບັດຄຳຕັດສິນຂອງສານພວມເຮັດວຽກຢູ່ ເພື່ອຫັກເອົາເງິນຄ່າ ແຮງງານ ແລ້ວມອບເຂົ້າເປັນລາຍໄດ້ຂອງລັດ, ນອກຈາກນີ້ ຜູ້ກ່ຽວຍັງຈະຕ້ອງໃຊ້ແທນຄ່າເສັຍຫາຍທາງແພ່ງ ຕາມຄຳຕັດ ສິນຂອງສານອີກ.

ມາດຕາ 39.  ບຸລິມະສິດໃນການໃຊ້ແທນຄ່າເສັຍຫາຍທາງແພ່ງ, ໂທດປັບໃໝ, ໂທດຮິບຊັບ ຫລືຮິບວັດຖຸສິ່ງຂອງ
     ໃນການປະຕິບັດຄຳຕັດສິນຄະດີອາຍາ ກ່ຽວກັບການໃຊ້ແທນຄ່າເສັຍຫາຍ ທາງແພ່ງ, ໂທດປັບໃໝ, ໂທດຮິບຊັບ, ໂທດຮິບວັດຖຸສິ່ງຂອງນັ້ນ ຖ້າຜູ້ຖືກປະຕິບັດຄຳຕັດສິນຂອງສານ ຫາກບໍ່ສາມາດ ໃຊ້ແທນຄ່າເສັຍຫາຍທາງແພ່ງ, ໂທດປັບໃໝ, ໂທດຮິບຊັບ ແລະ ໂທດຮິບວັດຖຸສິ່ງຂອງ ພ້ອມກັນໄດ້ນັ້ນ ແມ່ນ ໃຫ້ປະຕິ ບັດການໃຊ້ແທນຄ່າເສັຍຫາຍທາງແພ່ງກ່ອນ ແລ້ວຈຶ່ງປະຕິບັດໂທດປັບ ໃໝ, ໂທດຮິບຊັບ, ໂທດຮິບວັດຖຸສິ່ງຂອງ ຕາມຫລັງ.

ມາດຕາ 40.  ການຈັດຕັ້ງປະຕິບັດຄຳຕັດສິນຄະດີອາຍາ ກ່ຽວກັບໂທດຕັດອິດສະລະພາບ
    ຫລັກການ, ລະບຽບການ, ວິທີການ ແລະມາດຕະການ ໃນການຈັດຕັ້ງ ປະຕິບັດຄຳຕັດສິນຄະດີອາຍາ ກ່ຽວກັບໂທດຕັດອິດສະລະພາບ ໄດ້ກຳນົດໄວ້ໃນກົດໝາຍອື່ນຕ່າງຫາກ.

ໝວດທີ 4
ການໂຈະ, ການປ່ຽນແປງ, ການຍົກເລີກ ແລະການລົບລ້າງ
ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ມາດຕາ 41(ໃໝ່). ສາເຫດທີ່ພາໃຫ້ໂຈະການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ການດຳເນີນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍພະນັກງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈະຖືກໂຈະໄວ້ຊົ່ວຄາວ ໃນກໍລະນີໃດໜຶ່ງ ດັ່ງນີ້:
       1. ຜູ້ຖືກປະຕິບັດຄຳຕັດສິນຂອງສານ ໄດ້ເປັນຄົນບ້າ ເສັຍຈິດ ຫລື ຕົກຢູ່ໃນສະພາບ ຈຳເປັນ ເຊັ່ນ: ເຈັບປ່ວຍໜັກ ໂດຍມີການຢັ້ງຢືນຈາກຄະນະແພດຂັ້ນເມືອງ ຂຶ້ນໄປ;
       2. ມີການຮື້ຟື້ນຄະດີ ຕາມກຳນົດເວລາທີ່ໄດ້ກຳນົດໄວ້ ໃນກົດໝາຍ ໂດຍການສະເໜີໂຈະຂອງໄອຍະການປະຊາຊົນສູງສຸດ;
       3. ຜູ້ຖືກປະຕິບັດຄຳຕັດສິນຂອງສານໄດ້ອອກຈາກທ້ອງຖິ່ນ ສະຖານທີ່ຢູ່ອາໄສໄປກ່ອນແລ້ວ ໂດຍບໍ່ຮູ້ບ່ອນຢູ່ທີ່ແນ່ນອນ ຊຶ່ງມີການຢັ້ງຢືນຢ່າງຖືກຕ້ອງ;
       4. ຜູ້ຖືກປະຕິບັດຄຳຕັດສິນຂອງສານ ໄດ້ເສັຍຊີວິດ ແຕ່ຜູ້ກ່ຽວຍັງມີຜູ້ສືບທອດຢູ່;
       5. ມີການສະເໜີໃຫ້ໂຈະຂອງໄອຍະການປະຊາຊົນ ຕາມທີ່ ໄດ້ກຳນົດໄວ້ໃນມາດຕາ 49 (ໃໝ່) ຂໍ້ 4 ຂອງກົດໝາຍສະບັບນີ້;
       6. ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ຊຶ່ງບໍ່ກົງກັບ ຕົວຈິງ ເຮັດໃຫ້ບໍ່ສາມາດຈັດຕັ້ງປະຕິບັດໄດ້.
     ເມື່ອສາເຫດທີ່ພາໃຫ້ໂຈະການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ກ່າວມາ ຂ້າງເທິງນີ້ ຫາກໝົດໄປແລ້ວ ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ.

ມາດຕາ 42.  ສາເຫດທີ່ພາໃຫ້ມີການປ່ຽນແປງ, ຍົກເລີກ ຫລື ລົບລ້າງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ສາເຫດທີ່ພາໃຫ້ມີການປ່ຽນແປງ, ຍົກເລີກ ຫລື ລົບລ້າງ ການຈັດຕັ້ງປະຕິ ບັດຄຳຕັດສິນຂອງສານ ມີດັ່ງນີ້:
       1. ປະຕິບັດບໍ່ຖືກຕ້ອງຕາມຄຳຕັດສິນຂອງສານ;
       2. ລະເມີດວິທີການ ຫລື ຂັ້ນຕອນ ການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ຫລື ລະເມີດລະບຽບກົດໝາຍອື່ນ;
     ໃນກໍລະນີທີ່ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຫາກຖືກປ່ຽນແປງ, ຍົກເລີກ ຫລື ລົບລ້າງແລ້ວ ສິ່ງທີ່ໄດ້ປະຕິບັດຕໍ່ກັນແລ້ວນັ້ນ ຕ້ອງໄດ້ສົ່ງຄືນ, ຟື້ນຟູ, ໃຊ້ແທນ ຫລື ແກ້ໄຂຄືນ ໃຫ້ຖືກ ຕ້ອງຕາມສະພາບຄວາມເປັນຈິງ ກ່ອນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ມາດຕາ 43(ໃໝ່). ວິທີການໂຈະ, ການປ່ຽນແປງ, ການຍົກເລີກ ແລະການລົບລ້າງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ເມື່ອກະຊວງຍຸຕິທຳ ຫລື ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໄດ້ຮັບຄຳ ຮ້ອງກ່ຽວກັບການໂຈະ, ການປ່ຽນແປງ, ການຍົກເລີກ ຫລື ການລົບລ້າງການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານແລ້ວຕ້ອງໄດ້ພິຈາລະນາ ແລະ ຄົ້ນຄວ້າ; ຖ້າເຫັນວ່າມີເຫດຜົນຕາມທີ່ໄດ້ ກຳນົດໄວ້ໃນ ມາດຕາ 41(ໃໝ່) ແລະ 42 ຂອງກົດໝາຍສະບັບນີ້ ກະຊວງຍຸຕິທຳ ຫລື ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກໍຕ້ອງອອກຄຳສັ່ງໂຈະ, ປ່ຽນແປງ, ຍົກເລີກ ຫລື ລົບລ້າງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແລ້ວແຈ້ງໃຫ້ຂັ້ນລຸ່ມຂອງຕົນ, ໄອຍະການ ປະຊາຊົນ ແລະ ຄູ່ຄວາມຊາບ ພາຍໃນກຳນົດ ສາມສິບ ວັນ ນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ.
     ໃນກໍລະນີທີ່ເຫັນວ່າຄຳຮ້ອງນັ້ນ ບໍ່ມີເຫດຜົນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 41(ໃໝ່) ແລະ 42 ຂອງກົດໝາຍສະບັບນີ້ແລ້ວ ກະຊວງຍຸຕິທຳ ຫລື ຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕ້ອງແຈ້ງໃຫ້ຂັ້ນລຸ່ມຂອງຕົນ, ໄອຍະການປະຊາຊົນ ແລະ ຄູ່ຄວາມ ຊາບພາຍໃນກໍານົດ ສາມສິບ ວັນ ເຊັ່ນດຽວກັນ ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດຄຳຕັດສິນດັ່ງກ່າວ.
     ອົງການຈັດຕັ້ງຂອງພັກ, ຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງ ມະຫາຊົນ ຫລື ບຸກຄົນ ນັ້ນ ບໍ່ມີສິດສັ່ງໃຫ້ປ່ຽນແປງ, ໂຈະ, ຍົກເລີກ, ລົບລ້າງ ຫລື ຂັດຂວາງ ການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ.

ມາດຕາ 44.  ການຮັກສາສຳນວນຄະດີ
     ສຳນວນຄະດີ ທີ່ໄດ້ຈັດຕັ້ງປະຕິບັດຄຳຕັດສິນຂອງສານສິ້ນສຸດແລ້ວ ໃຫ້ຮັກສາໄວ້ ຊາວປີ ນັບແຕ່ວັນອອກຄຳສັ່ງປິດສຳນວນຄະດີເປັນຕົ້ນໄປ, ຫລັງຈາກນັ້ນຈຶ່ງທຳລາຍຖິ້ມ.

ພາກທີ IV
ການກວດກາການຈັດຕັ້ງປະຕິບັດຄຳຕັດສິນຂອງສານ

ໝວດທີ 1
ອົງການກວດກາພາຍໃນ

ມາດຕາ 45(ໃໝ່). ອົງການກວດກາພາຍໃນ
     ອົງການກວດກາພາຍໃນ ມີ ດັ່ງນີ້:
       - ກະຊວງຍຸຕິທໍາ;
       - ພະແນກຍຸຕິທໍາແຂວງ, ນະຄອນ;
       - ຫ້ອງການຍຸຕິທໍາເມືອງ, ເທດສະບານ.

ມາດຕາ 46(ໃໝ່). ສິດ ແລະ ໜ້າທີ່ຂອງອົງການກວດກາພາຍໃນ
     ສິດ ແລະໜ້າທີ່ຕົ້ນຕໍ ຂອງອົງການກວດກາພາຍໃນ ມີດັ່ງນີ້:
       1. ກວດກາການຈັດຕັ້ງ ແລະ ການເຄື່ອນໄຫວ ປະຕິບັດ ໜ້າທີ່ວຽກງານ ຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       2. ກວດກາຄວາມຮັບຜິດຊອບ, ການປະພຶດ ແລະ ແບບແຜນວິທີເຮັດວຽກ ຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       3. ກວດກາການຄຸ້ມຄອງ ແລະ ການນຳໃຊ້ ລາຍຮັບ-ລາຍຈ່າຍ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ໝວດທີ 2
ອົງການກວດກາພາຍນອກ

ມາດຕາ 47(ໃໝ່).  ອົງການກວດກາພາຍນອກ
     ອົງການກວດກາພາຍນອກ ມີດັ່ງນີ້:
       - ສະພາແຫ່ງຊາດ ດ້ວຍການເຂົ້າຮ່ວມຂອງປະຊາຊົນ;
       - ອົງການໄອຍະການປະຊາຊົນ.

ມາດຕາ 48(ໃໝ່). ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ໃນການກວດກາ
     ສະພາແຫ່ງຊາດ ດຳເນີນການກວດກາການ ຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ.

ມາດຕາ 49(ໃໝ່).  ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນໃນການກວດກາ
     ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ອົງການໄອຍະການປະຊາຊົນ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ສະເໜີໃຫ້້ອົງການ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຂັ້ນຂອງຕົນ ລາຍງານສະພາບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ;
       2. ສະເໜີໃຫ້້ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຂັ້ນຂອງຕົນ ຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ຊຶ່ງແກ່ຍາວ ຫລື ຄ້າງຄາໃນການຈັດຕັ້ງປະຕິບັດ ເພື່ອໃຫ້ຈັດຕັ້ງປະຕິບັດ ແລະ ປະສານສົມທົບ ກັນໃນການແກ້ໄຂ;
       3. ກວດກາຄວາມຖືກຕ້ອງ ຂອງການຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ ເປັນຕົ້ນ ການປະຕິບັດກົດໝາຍ, ການຊຳລະທາງແພ່ງ, ການເກັບ ແລະ ມອບຄ່າທຳນຽມສານ, ຄ່າອາກອນ ແລະ ຄ່າປັບໃໝ ເຂົ້າງົບປະມານ, ການຮິບຊັບເຂົ້າເປັນຂອງລັດ;
       4. ສະເໜີໃຫ້ກະຊວງຍຸຕິທຳ ຫລື ຫ້ອງການ ຈັດຕັ້ງປະຕິ ບັດຄຳຕັດສິນຂອງສານ ໂຈະ, ປ່ຽນແປງ, ຍົກເລີກ ຫລື ລົບລ້າງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 43(ໃໝ່) ຂອງກົດໝາຍສະບັບນີ້;
       5. ສັ່ງຟ້ອງຜູ້ບໍ່ປະຕິບັດຕາມຄຳຕັດສິນຂອງສານ ແລະ ຜູ້ລະເມີດກົດໝາຍອື່ນ ກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ສານປະຊາຊົນພິຈາລະນາຕັດສິນ ຕາມມາດຕາ 173 ແລະ ມາດຕາອື່ນຂອງກົດໝາຍອາຍາ ເມື່ອອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໄດ້ລາຍງານໃຫ້ອົງການໄອຍະ ການປະຊາຊົນແລ້ວ.

ພາກທີ V(ໃໝ່)
ຂໍ້ຫ້າມ

ມາດຕາ 50(ໃໝ່). ຂໍ້ຫ້າມສຳລັບພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ
     ຫ້າມພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ກະທຳ ດັ່ງນີ້:
       1. ກົດໜ່ວງຖ່ວງດຶງ, ເຂົ້າຂ້າງອອກຂາ, ເລືອກຈັດຕັ້ງ ປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ;
       2. ເມີນເສີຍ, ລະເຫຼີງ ແລະ ຂາດຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານ;
       3. ໃຊ້ທ່າທີບໍ່ເໝາະສົມ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານ;
       4. ສວຍໃຊ້ອຳນາດ, ຕຳແໜ່ງ, ໜ້າທີ່ ເພື່ອຫາຜົນ ປະໂຫຍດສ່ວນຕົວ;
       5. ຮັບສິນບົນ.

ມາດຕາ 51(ໃໝ່). ຂໍ້ຫ້າມສຳລັບຄູ່ຄວາມ
     ຫ້າມຄູ່ຄວາມ ກະທຳ ດັ່ງນີ້:
       1. ຫລົບຫລີກການປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດ ສິນ ແລະ ຄຳພິພາກສາ ຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ;
       2. ຊຸກເຊື່ອງ, ມອບ-ໂອນ ຊັບສິນ ເພື່ອຫຼີກລ້ຽງ ການປະຕິບັດຄຳຕັດສິນຂອງສານ;
       3. ແອບອ້າງບຸກຄົນທີ່ມີສິດອຳນາດ ເພື່ອຂົ່ມຂູ່, ຖ່ວງດຶງ ແກ່ຍາວເວລາ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       4. ໃຫ້ສິນບົນ ແກ່ພະນັກງານ ຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ;
       5. ຂົ່ມຂູ່, ຂັດຂວາງ ການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ;
       6. ງັດແງະ, ມ້າງເພ ແລະທຳລາຍຊັບສິນທີ່ຖືກອາຍັດ ຫລື ຍຶດ;
       7. ທຳຮ້າຍ, ໃສ່ຮ້າຍປ້າຍສີ ພະນັກງານຈັດຕັ້ງປະຕິບັດ ຄຳຕັດສິນຂອງສານ.

ມາດຕາ 52(ໃໝ່). ຂໍ້ຫ້າມສຳລັບບຸກຄົນ ແລະການຈັດຕັ້ງອື່ນ
     ຫ້າມບຸກຄົນ ແລະ ການຈັດຕັ້ງອື່ນ ກະທຳ ດັ່ງນີ້:
       1.  ຍຸຍົງຄູ່ຄວາມ ບໍ່ໃຫ້ຈັດຕັ້ງປະຕິບັດ ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ;
       2. ຂັດຂວາງໃນການຈັດຕັ້ງປະຕິບັດ ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກ ສາຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ;
       3. ເປັນສື່ກາງໃນການໃຫ້ ແລະຮັບສິນບົນ ແກ່ພະນັກງານ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ;
       4. ຮັບໂອນຊັບສິນທີ່ຕົນຮູ້ ຫລື ຄວນຮູ້ວ່າ ຊັບສິນດັ່ງກ່າວ ຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ.

ພາກທີ VI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ

ມາດຕາ 53(ໃໝ່).  ນະໂຍບາຍຕໍ່ຜູ້ມີຜົນງານ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ມີຜົນງານດີເດັ່ນ ໃນການ ຈັດຕັ້ງປະຕິບັດກົດໝາຍສະບັບນີ້ ລວມທັງ ບຸກຄົນ ແລະ ອົງການຈັດຕັ້ງອື່ນ ທີ່ໄດ້ໃຫ້ການຮ່ວມມື ແລະ ປະກອບສ່ວນ ເຂົ້າ ໃນວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈະໄດ້ຮັບການຍ້ອງຍໍ ຫລື ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 54(ໃໝ່). ມາດຕະການຕໍ່ຜູ້ລະເມີດ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄູ່ຄວາມ, ບຸກຄົນ ຫລື ການຈັດຕັ້ງອື່ນ ທີ່ໄດ້ລະເມີດຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 50(ໃໝ່), 51(ໃໝ່) ແລະ 52(ໃໝ່) ຂອງກົດ ໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ປະຕິບັດວິໄນ, ມາດຕະການທາງແພ່ງ ແລະ ມາດຕະການທາງອາຍາ ຕາມກໍລະນີ ເບົາ ຫລື ໜັກ.

ມາດຕາ 55(ໃໝ່). ມາດຕະການສຶກສາອົບຮົມ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄູ່ຄວາມ, ບຸກຄົນ ຫລື ການຈັດຕັ້ງອື່ນ ທີ່ລະເມີດກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຊຶ່ງມີລັກສະນະເບົາ ຈະຖືກຕັກເຕືອນ ແລະ ສຶກສາອົບຮົມ.

ມາດຕາ 56(ໃໝ່). ມາດຕະການທາງວິໄນ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ລະເມີດກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າຕ່ຳກວ່າ 500.000 ກີບ ແຕ່ບໍ່ມີຄວາມຈິງໃຈ, ຫລົບຫລີກຈາກຄວາມຜິດຂອງຕົນ ຈະຖືກປະຕິບັດວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:
       1. ຕິຕຽນ, ກ່າວເຕືອນຄວາມຜິດ ໂດຍບັນທຶກໄວ້ໃນ ສຳນວນເອກະສານ, ຊີວະປະຫວັດ ຂອງຜູ້ກ່ຽວ;
       2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ;
       3. ປົດຕຳແໜ່ງ ຫລື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ;
       4. ໃຫ້ອອກຈາກລັດຖະການໂດຍບໍ່ໄດ້ຮັບນະໂຍບາຍໃດໆ.
     ຜູ່ຖືກປະຕິບັດວິໄນ ຕ້ອງສົ່ງຊັບສິນທີ່ຕົນໄດ້ມາໂດຍບໍ່ຖືກຕ້ອງນັ້ນ ຄືນຢ່າງຄົບຖ້ວນ.

ມາດຕາ 57(ໃໝ່). ມາດຕະການທາງແພ່ງ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄູ່ຄວາມ, ບຸກຄົນ ຫລື ການຈັດຕັ້ງອື່ນ ທີ່ລະເມີດກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຊຶ່ງກໍ່ຄວາມເສັຍຫາຍໃຫ້ແກ່ຜູ້ອື່ນ ເນື່ອງມາຈາກການກະທຳທີ່ບໍ່ຖືກຕ້ອງຂອງຕົນ ກ່ຽວກັບການການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຈະຕ້ອງໃຊ້ແທນ ຄ່າເສັຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.

ມາດຕາ 58(ໃໝ່). ມາດຕະການທາງອາຍາ
     ພະນັກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ຄູ່ຄວາມ, ບຸກຄົນອື່ນ ທີ່ລະເມີດກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ທີ່ເປັນການກະທຳຜິດທາງອາຍາ ເປັນຕົ້ນ: ການສວຍ ໃຊ້ອຳນາດ, ການຮັບສິນບົນ ແລະ ການໃຫ້ສິນບົນ, ການຂັດຂວາງການປະຕິບັດວຽກງານຂອງເຈົ້າໜ້າທີ່ ແລະ ການບໍ່ ປະຕິບັດຄຳຕັດສິນ ຫລື ຄຳສັ່ງຂອງສານ ຈະຖືກລົງໂທດທາງອາຍາ ຕາມມາດຕາ 153, 157, 158, 173 ແລະມາດຕາ ອື່ນທີ່ກ່ຽວຂ້ອງ ຂອງກົດໝາຍອາຍາ.

ພາກທີ VII
ງົບປະມານ, ເຄື່ອງແບບ, ເຄື່ອງໝາຍ ແລະຕາປະທັບ

ມາດຕາ 59(ໃໝ່). ງົບປະມານ
     ອົງການຄຸ້ມຄອງ ແລະອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ແມ່ນ ນຳໃຊ້ງົບປະມານຂອງລັດ. ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ວຽກງານ ຂອງອົງການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ລັດຕ້ອງສະໜອງງົບປະມານຢ່າງສົມເຫດສົມຜົນ.

ມາດຕາ 60(ໃໝ່). ການຄຸ້ມຄອງ ແລະນຳໃຊ້ງົບປະມານ
     ງົບປະມານຂອງອົງການຄຸ້ມຄອງ ແລະ ອົງການຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ແມ່ນ ນຳໃຊ້ເຂົ້າໃນການເຄື່ອນໄຫວຊີ້ນຳ, ຊຸກຍູ້, ກວດກາ ແລະ ຈັດຕັ້ງປະຕິບັດຄຳຕັດສິນຂອງສານ.
     ການຄຸ້ມຄອງ ແລະ ນຳໃຊ້ງົບປະມານ ຕ້ອງໃຫ້ສອດຄ່ອງກັບລະບຽບ ກົດໝາຍ ກ່ຽວກັບງົບປະມານແຫ່ງລັດ.

ມາດຕາ 61.  ເຄື່ື່ອງແບບ ແລະເຄື່ອງໝາຍ
     ເຄື່ອງແບບ ແລະ ເຄື່ອງໝາຍ ຂອງພະນັກງານຈັດຕັ້ງປະຕິບັດຄຳຕັດສິນ ຂອງສານ ແມ່ນ ລັດຖະມົນຕີວ່າການກະຊວງຍຸຕິທໍາ ເປັນຜູ້ສະເໜີຕໍ່ລັດຖະບານເພື່ອພິຈາລະນາຕົກລົງ.

ມາດຕາ 62.  ຕາປະທັບ
     ອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີຕາປະທັບ ເພື່ອນຳໃຊ້ໃນ ການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານຂອງຕົນ.
    ຕາປະທັບຂອງຫ້ອງການ ແລະ ໜ່ວຍງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໄດ້ກຳ ນົດໄວ້ໃນລະບຽບການສະເພາະ.

ພາກທີ VIII
ບົດບັນຍັດສຸດທ້າຍ

ມາດຕາ 63.  ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 64 (ໃໝ່).  ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.
     ບັນດາມາດຕາທີ່ໄດ້ປັບປຸງໃນກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫລັງ ສາມສິບ ວັນ ນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດ ປະກາດໃຊ້ເປັນຕົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

 

 

   ປະທານສະພາແຫ່ງຊາດ