ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

ນິຕິກໍາ

ຫົວຂໍ້: ກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ
ປະເພດ ນິຕິກໍາ: ກົດໝາຍ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ສູນກາງ ສະຫະພັນແມ່ຍິງລາວ
ວັນທີ່ ນິຕິກໍາ : 23-07-2013
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 17-12-2013

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
_____________________
ສະພາແຫ່ງຊາດ ເລກທີ 31 /ສພຊ
  ນະຄອນຫລວງວຽງຈັນ, ວັນທີ 23 ກໍລະກົດ  2013

ກົດໝາຍ
ວ່າດ້ວຍ ສະຫະພັນແມ່ຍິງລາວ
ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ  1  ຈຸດປະສົງ
     ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບ ການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມ ກວດກາ ວຽກງານ ຂອງສະຫະພັນແມ່ຍິງ ເພື່ອຮັບ ປະກັນໃຫ້ ມີຄຸນນະພາບ, ປະສິດທິພາບ, ການຈັດຕັ້ງມີຄວາມເຂັ້ມແຂງ, ສາມາດປະຕິບັດ ພາລະບົດບາດ, ສິດ, ໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງຕົນ ຢ່າງມີປະສິດທິຜົນ ແນໃສ່ ພັດທະນາ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ດ້ວຍການເຂົ້າຮ່ວມ ຢ່າງຕັ້ງໜ້າຂອງ ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາ ຊົນອື່ນ, ສັງຄົມ, ຄອບຄົວ ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ມາດຕາ 2  ສະຫະພັນແມ່ຍິງລາວ
     ສະຫະພັນແມ່ຍິງລາວ ແມ່ນ ອົງການຈັດຕັ້ງມະຫາຊົນໜຶ່ງ ໃນລະບົບການເມືອງ ຂອງລະບອບ ປະຊາທິປະໄຕ ປະຊາຊົນລາວ, ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ ແລະ ເຄື່ອນໄຫວ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ ຂອງ ສປປ ລາວ.
     ສະຫະພັນແມ່ຍິງລາວ ມີຕົວອັກສອນຫຍໍ້ວ່າ “ສຍລ”.

ມາດຕາ 3  ການອະທິບາຍຄຳສັບ
     ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:
       1. ອົງການຈັດຕັ້ງການເມືອງ-ສັງຄົມ ໝາຍເຖິງ ແນວລາວສ້າງຊາດ, ສະຫະພັນແມ່ຍິງ, ສະຫະພັນກຳມະບານ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫະພັນນັກຮົບເກົ່າ;
       2. ອົງການຈັດຕັ້ງສັງຄົມ ໝາຍເຖິງ ສະຫະພັນ, ສະມາຄົມ, ມູນນິທິ, ສະໂມສອນ ແລະ ການຈັດຕັ້ງອື່ນ;
       3. ຄະນະບໍລິຫານງານສະຫະພັນແມ່ຍິງ ໝາຍເຖິງ ຄະນະນຳສະຫະພັນແມ່ຍິງທີ່ຖືກເລືອກຕັ້ງ ໃນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງແຕ່ລະຂັ້ນ;
       4. ສະຫະພັນແມ່ຍິງຮາກຖານ ໝາຍເຖິງ ການຈັດຕັ້ງສະຫະພັນແມ່ຍິງຢູ່ຂັ້ນບ້ານ, ກົມກອງ, ໂຮງງານ, ສະຖາບັນ, ໂຮງຮຽນ, ໂຮງໝໍ, ວິສາຫະກິດ ແລະ ຫົວໜ່ວຍແຮງງານອື່ນ ຢູ່ຮາກຖານ;
       5. ສາຍຕັ້ງ ໝາຍເຖິງ ສະຫະພັນແມ່ຍິງແຕ່ລະຂັ້ນ ແຕ່ສູນກາງເຖິງຮາກຖານ;
       6. ສາຍຂວາງ ໝາຍເຖິງ ຄະນະພັກທີ່ສະຫະພັນແມ່ຍິງແຕ່ລະຂັ້ນຂຶ້ນກັບ;
       7. ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໝາຍເຖິງ ການສ້າງເງື່ອນໄຂ ໃຫ້ໂອກາດແມ່ຍິງ ໄດ້ຮັບການພັດທະນາໃນທຸກດ້ານ;
       8. ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ໝາຍເຖິງ ການປ້ອງກັນບໍ່ໃຫ້ມີການລະເມີດ ແລະ ການເຮັດໃຫ້ແມ່ຍິງໄດ້ຮັບ ສິດ, ຜົນປະໂຫຍດອັນຊອບທຳໃນທຸກດ້ານ ເປັນຕົ້ນ ດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ໃນຄອບຄົວ.

ມາດຕາ 4  ນະໂຍບາຍຂອງລັດ ກ່ຽວກັບວຽກງານແມ່ຍິງ
     ລັດ ສົ່ງເສີມ ແລະໃຫ້ບູລິມະສິດ, ສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃນການພັດທະນາ, ການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ເພື່ອສ້າງຄວາມເຂັ້ມແຂງ, ຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນທຸກດ້ານ.
     ລັດ ສົ່ງເສີມໃຫ້ແມ່ຍິງ ມີໂອກາດໄດ້ເຂົ້າຮ່ວມ ໃນການຄຸ້ມຄອງລັດ, ເສດຖະກິດ-ສັງຄົມ ແລະ ສົ່ງເສີມ ໃຫ້ແມ່ຍິງທີ່ມີມາດຕະຖານ ເຂົ້າໃນຕຳແໜ່ງນຳພາ, ຕັດສີນບັນຫາ ຢູ່ແຕ່ລະຂັ້ນ, ແຕ່ລະຂົງເຂດ ໃຫ້ຫຼາຍຂຶ້ນ.
     ລັດ ຊຸກຍູ້, ສົ່ງເສີມສະຫະພັນແມ່ຍິງ ເຄື່ອນໄຫວຕາມ ພາລະບົດບາດ, ສິດ, ໜ້າທີ່ ຂອງຕົນ ໃນການປະຕິບັດແນວທາງ, ນະໂຍບາຍ, ລະບຽບກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນພັດທະນາແມ່ຍິງລາວ ຢ່າງເປັນຂະບວນ.

ມາດຕາ 5  ຫຼັກການກ່ຽວກັບວຽກງານແມ່ຍິງ
     ວຽກງານແມ່ຍິງ ໃຫ້ເຄື່ອນໄຫວບົນພື້ນຖານຫຼັກການ ດັ່ງນີ້:
       1. ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບ ຂອງສະຫະພັນແມ່ຍິງລາວ;
       2. ຮັບປະກັນຄວາມສະເໝີພາບຍິງ-ຊາຍ ແລະ ການເຊື່ອມທັດສະນະບົດບາດ ຍິງ-ຊາຍ ໃນທຸກຂົງເຂດວຽກງານ;
       3. ຮັບປະກັນຄວາມສອດຄ່ອງກັບແນວທາງ ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ;
       4. ຕື່ນຕົວ ສະໝັກໃຈ ເຂົ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງ;
       5. ປະສານສົມທົບກັບແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນອື່ນ, ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ໃນການພັດທະນາ, ສົ່ງເສີມຄວາມກ້າວໜ້າ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ.

ມາດຕາ 6  ການຮ່ວມມືສາກົນ   
     ລັດ ສົ່ງເສີມການພົວພັນ, ຮ່ວມມື ກັບຕ່າງປະເທດ ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແມ່ຍິງ ດ້ວຍການແລກປ່ຽນ ບົດຮຽນ, ການຝຶກອົບຮົມ, ການຄົ້ນຄວ້າວິທະຍາສາດ ເພື່ອພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ, ການປະຕິບັດສິດສະເໝີພາບຍິງ-ຊາຍ, ການປະຕິບັດຖະແຫຼງການ, ສົນທິສັນຍາ, ສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

ພາກທີ II
ສະຫະພັນແມ່ຍິງລາວ

ໝວດທີ 1
ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງລາວ

ມາດຕາ 7  ທີ່ຕັ້ງຂອງສະຫະພັນແມ່ຍິງລາວ
     ສະຫະພັນແມ່ຍິງລາວ ແມ່ນ ໜຶ່ງໃນບັນດາ ອົງການຈັດຕັ້ງມະຫາຊົນ ທີ່ມີຖານະບົດບາດທຽບເທົ່າກັບອົງການຈັດຕັ້ງ ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນອື່ນ ຢູ່ສູນກາງ ແລະ ທ້ອງຖິ່ນ.

ມາດຕາ 8  ພາລະບົດບາດຂອງສະຫະພັນແມ່ຍິງລາວ
     ສະຫະພັນແມ່ຍິງລາວ ມີພາລະບົດບາດ ເປັນຕົວແທນ ໃນການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກສະຫະພັນແມ່ຍິງ, ແມ່ຍິງ-ເດັກນ້ອຍ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍສິດເປັນເຈົ້າ ຂອງແມ່ຍິງລາວ ແລະ ສົ່ງເສີມ ຄວາມສະເໝີພາບຍິງ-ຊາຍ, ຮັກສາ ແລະ ສົ່ງເສີມ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ປຸກລະດົມແມ່ຍິງລາວ ເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ.

ມາດຕາ 9  ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງລາວ
     ສະຫະພັນແມ່ຍິງລາວ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ, ສ້າງແຜນຍຸດທະສາດ ກ່ຽວກັບ ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເພື່ອສະເໜີຕໍ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ພິຈາລະນາ ຮັບຮອງ;
       2. ສຶກສາອົບຮົມສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກກຽດສັກສີຂອງແມ່ຍິງລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ;
       3. ປຸກລະດົມແມ່ຍິງເຂົ້າຮ່ວມການຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ, ລະບຽບ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ມະຕິກອງປະຊຸມ ຂັ້ນຂອງຕົນ;
       4. ປັບປຸງ, ຂະຫຍາຍການຈັດຕັ້ງ, ສະມາຊິກ ສະຫະພັນແມ່ຍິງ ໃຫ້ກວມເອົາທຸກຂົງເຂດ ທັງພາກລັດ ແລະ ເອກະຊົນ ໃຫ້ໜັກແໜ້ນ ເຂັ້ມແຂງ ທັງຮັບປະກັນ ດ້ານປະລິມານ ແລະ ຄຸນນະພາບ;
       5. ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ;
       6. ສະເໜີສະມາຊິກສະຫະພັນແມ່ຍິງທີ່ມີມາດຕະຖານ ເງື່ອນໄຂ ເຂົ້າໃນອົງການຈັດຕັ້ງ ມະຫາຊົນອື່ນ, ການຈັດຕັ້ງຕ່າງໆ ແລະ ບັນຈຸສັບຊ້ອນເຂົ້າໃນຕຳແໜ່ງຄຸ້ມຄອງ, ນຳພາແຕ່ລະຂັ້ນ;
       7. ປະກອບຄຳເຫັນຕໍ່ແນວທາງ ນະໂຍບາຍ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ເປັນຕົ້ນ ບັນຫາທີ່ກ່ຽວພັນເຖິງແມ່ຍິງ ແລະ ເດັກນ້ອຍ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ໝວດທີ 2
ລະບົບ,ໂຄງປະກອບ ການຈັດຕັ້ງ ແລະ ບຸກຄະລາກອນຂອງສະຫະພັນແມ່ຍິງລາວ

ມາດຕາ 10  ລະບົບການຈັດຕັ້ງຂອງສະຫະພັນແມ່ຍິງລາວ
     ລະບົບການຈັດຕັ້ງຂອງສະຫະພັນແມ່ຍິງລາວ ປະກອບດ້ວຍ:
       1. ສູນກາງສະຫະພັນແມ່ຍິງລາວ;
       2. ສະຫະພັນແມ່ຍິງກະຊວງ, ອົງການ ແລະ ແຂວງ, ນະຄອນ;
       3. ສະຫະພັນແມ່ຍິງເມືອງ, ເທດສະບານ;
       4. ສະຫະພັນແມ່ຍິງຮາກຖານ.
     ສະຫະພັນແມ່ຍິງ ແຕ່ລະຂັ້ນ ມີ ຄະນະບໍລິຫານງານຂອງຕົນ ຊຶ່ງໄດ້ຮັບການເລືອກຕັ້ງຈາກ ກອງປະຊຸມໃຫຍ່ຂັ້ນຂອງຕົນ

ມາດຕາ 11  ໂຄງປະກອບການຈັດຕັ້ງ
     ໂຄງປະກອບການຈັດຕັ້ງຂອງສະຫະພັນແມ່ຍິງລາວ ແຕ່ລະຂັ້ນ ໄດ້ກຳນົດໄວ້ໃນລະບຽບການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງແຕ່ລະຂັ້ນ.
     ສຳລັບໂຄງປະກອບການຈັດຕັ້ງຂອງສະຫະພັນແມ່ຍິງ ໃນກຳລັງປະກອບອາວຸດ ໄດ້ກຳນົດໄວ້ ໃນລະບຽບການຕ່າງຫາກ.

ມາດຕາ 12  ໂຄງປະກອບບຸກຄະລາກອນຂອງຄະນະບໍລິຫານງານ
     ຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ປະກອບດ້ວຍ:
       - ປະທານຄະນະບໍລິຫານງານສະຫະພັນແມ່ຍິງ;
       - ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ;
       - ປະທານກວດກາຂອງຄະນະບໍລິຫານງານສະຫະພັນແມ່ຍິງ;
       - ກຳມະການໃນຄະນະບໍລິຫານງານສະຫະພັນແມ່ຍິງ.

ມາດຕາ 13  ສິດ ແລະ ໜ້າທີ່ຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ
     ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ມີ ສິດ ແລະ ໜ້າທີ່ ຕາມຄວາມຮັບຜິດຊອບ ຂອງຕົນ ດັ່ງນີ້: 
       1. ຊີ້ນຳ, ນຳພາ, ວາງແຜນການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດແຜນຍຸດທະສາດພັດທະນາແມ່ຍິງ ໃນແຕ່ລະໄລຍະ ໃຫ້ປາກົດຜົນເປັນຈິງ;
       2. ຊຸກຍູ້, ຕິດຕາມ ແລະ ກວດກາ ການເຄື່ອນໄຫວ ວຽກງານພາຍໃນ ແລະ ຕ່າງປະເທດ ຂອງສະຫະພັນແມ່ຍິງລາວ;
       3. ຕົກລົງ, ຮຽກໂຮມ ທັງເປັນປະທານກອງປະຊຸມໃຫຍ່, ກອງປະຊຸມສາມັນ ແລະ ກອງປະຊຸມວິສາມັນ;
       4. ສະເໜີ, ປຶກສາຫາລື, ປະສານສົມທົບກັບ ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນອື່ນ ແລະ ການຈັດຕັ້ງຕ່າງໆ ກ່ຽວກັບ ວຽກງານແມ່ຍິງ ທີ່ເຫັນວ່າມີຄວາມຈຳເປັນ;
       5. ປັບປຸງ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກ ສະຫະພັນແມ່ຍິງຂັ້ນຂອງຕົນ ແລະ ຊີ້ນຳ ຂັ້ນລຸ່ມ;
       6. ຊຸກຍູ້ ຊີ້ນຳ, ບຳລຸງ ສ້າງ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ, ວິຊາການ, ຝຶກອົບຮົມວິຊາຊີບ ໃຫ້ແກ່ແມ່ຍິງ;
       7. ສະຫຼຸບ ແລະລາຍງານ ສະພາບຮອບດ້ານ ກ່ຽວກັບວຽກງານແມ່ຍິງ ຕໍ່ກອງປະຊຸມຄະນະບໍລິຫານງານສະຫະພັນແມ່ຍິງ ຂັ້ນຂອງຕົນ, ຂັ້ນເທິງຖັດຕົນ ແລະ ແຈ້ງໃຫ້ສະຫະພັນແມ່ຍິງຂັ້ນລຸ່ມ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ ແລະ ຕາມການມອບໝາຍຂອງຂັ້ນເທິງ.

ມາດຕາ 14 ສິດ ແລະ ໜ້າທີ່ຂອງຮອງປະທານ ແລະ ກຳມະການໃນຄະນະບໍລິຫານງານສະຫະພັນແມ່ຍິງ
       1. ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       2. ຊ່ວຍປະທານຄະນະບໍລິຫານງານສະຫະພັນແມ່ຍິງ ໃນການຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ13 ຂອງກົດໝາຍສະບັບນີ້ ແລະ ຮັບຜິດຊອບ ວຽກງານໃດໜຶ່ງ ຕາມການມອບໝາຍຂອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ;
       3. ຮັກສາການແທນປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ໃນເວລາປະທານບໍ່ຢູ່ ຫຼື ຕາມການມອບໝາຍ;
       4. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.
     ສຳລັບກຳມະການໃນຄະນະບໍລິຫານງານສະຫະພັນແມ່ຍິງລາວ ມີ ສິດ ແລະ ໜ້າທີ່ຊ່ວຍປະທານ, ຮອງປະທານ ແລະ ຮັບຜິດຊອບວຽກງານໃດໜຶ່ງ ຕາມການມອບໝາຍ.

ໝວດທີ 3
ການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ

ມາດຕາ 15  ຮູບການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ
     ສະຫະພັນແມ່ຍິງລາວ ເຄື່ອນໄຫວຕາມຮູບການຕົ້ນຕໍ ດັ່ງນີ້:
       - ການເຄື່ອນໄຫວທົ່ວໄປ;
       - ການເຄື່ອນໄຫວໃນກອງປະຊຸມ.
     ການເຄື່ອນໄຫວທົ່ວໄປ ແມ່ນ ການຈັດຕັ້ງຜັນຂະຫຍາຍ ບັນດາມະຕິທີ່ໄດ້ວາງອອກ ໃນແຕ່ລະກອງປະຊຸມສະຫະພັນແມ່ຍິງລາວ ລວມທັງການປຸກລະດົມສະມາຊິກ ສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ມະຕິ ແລະ ຄຳສັ່ງຕ່າງໆ.
     ການເຄື່ອນໄຫວໃນກອງປະຊຸມ ແມ່ນ ການເຂົ້າຮ່ວມ ແລະ ການຄົ້ນຄວ້າປະກອບຄຳເຫັນ ເພື່ອຕົກລົງບັນຫາສຳຄັນຂອງສະຫະພັນແມ່ຍິງລາວ.

ມາດຕາ 16  ເນື້ອໃນການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ
     ການເຄື່ອນໄຫວຂອງສະຫະພັນແມ່ຍິງລາວ ມີ ເນື້ອໃນ ດັ່ງນີ້:
       1. ສຶກສາອົບຮົມການເມືອງ-ແນວຄິດ, ແນວທາງ ນະໂຍບາຍ, ແຜນພັດທະນາເສດຖະກິດ- ສັງຄົມ ໃນແຕ່ລະໄລຍະ, ຍົກລະດັບຄວາມຮູ້ທາງດ້ານຕ່າງໆ ເປັນຕົ້ນ ລະບຽບກົດໝາຍ, ສະໜອງ ຂໍ້ມູນຂ່າວສານ ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ວັດທະນະທຳ-ສັງຄົມ ໃຫ້ແມ່ຍິງ;
       2. ສ້າງຄວາມເຂັ້ມແຂງ ໃຫ້ການຈັດຕັ້ງ ຂອງສະຫະພັນແມ່ຍິງ, ຍົກລະດັບຄວາມຮູ້ ແລະ ຄວາມສາມາດໃນການນຳພາວຽກງານແມ່ຍິງ;
       3. ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ-ເດັກນ້ອຍ, ສົ່ງເສີມຄວາມກ້າວໜ້າ ແລະ ປະຕິບັດສິດສະເໝີພາບຍິງ-ຊາຍ;
       4. ສົ່ງເສີມການປະກອບອາຊີບ, ພັດທະນາສີມືແຮງງານ, ສ້າງເງື່ອນໄຂໃຫ້ແມ່ຍິງ ໄດ້ມີວຽກເຮັດ ງານທຳ ເພື່ອສ້າງລາຍຮັບ ໃຫ້ແກ່ຄອບຄົວ ແລະ ເຂົ້າເຖິງແຫຼ່ງສິນເຊື່ອ ແນໃສ່ຮັບປະກັນການລຶບລ້າງຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ຍິງ-ເດັກນ້ອຍ, ຊຸກຍູ້ຜູ້ປະກອບການ ທີ່ເປັນເພດຍິງໃນທຸກສາຂາ ອາຊີບໃຫ້ດຳເນີນຖືກຕ້ອງ ຕາມກົດໝາຍ;
       5. ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອ ວັດທະນະທຳອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ;
       6. ພົວພັນ, ຮ່ວມມືກັບການຈັດຕັ້ງແມ່ຍິງ ຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ.

ພາກທີ III
ສະມາຊິກສະຫະພັນແມ່ຍິງລາວ

ໝວດທີ 1
ການເປັນສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 17  ສະມາຊິກສະຫະພັນແມ່ຍິງລາວ
     ສະມາຊິກສະຫະພັນແມ່ຍິງລາວ ແມ່ນ ຜູ່ທີ່ໄດ້ຜ່ານການຝຶກຝົນ ຫຼໍ່ຫຼອມໃນຂະບວນການຕົວຈິງຂອງມະຫາຊົນ, ມີເງື່ອນໄຂ, ມາດຕະຖານຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 18 ຂອງກົດໝາຍສະບັບນີ້ ແລະ ໄດ້ຮັບເຂົ້າເປັນສະມາຊິກສະຫະພັນແມ່ຍິງ.

ມາດຕາ 18  ເງື່ອນໄຂ ແລະ ມາດຕະຖານ ເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ
     ເງື່ອນໄຂ ແລະ ມາດຕະຖານ ເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ ມີ ດັ່ງນີ້:
       1. ເປັນຜູ້ຖືສັນຊາດລາວ, ມີອາຍຸແຕ່ສິບຫ້າປີຂຶ້ນໄປ;
       2. ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮັກກຽດສັກສີຂອງແມ່ຍິງລາວ, ມີຄຸນສົມບັດສິນທຳປະຕິວັດ;
       3. ເປັນຜູ້ຫ້າວຫັນ, ດີເດັ່ນ ໃນຂະບວນການເຄື່ອນໄຫວ ວຽກງານມະຫາຊົນ ແລະ ວຽກງານຕ່າງໆ;
       4. ສະໝັກໃຈເຂົ້າເປັນສະມາຊິກສະຫະພັນແມ່ຍິງ, ເຫັນດີປະຕິບັດຕາມກົດລະບຽບ ແລະ ກົດໝາຍສະບັບນີ້;
       5. ມີສຸຂະພາບດີ.

ໝວດທີ 2
ສິດ, ໜ້າທ່ີ, ພັນທະ ແລະ ຜົນປະໂຫຍດຂອງສະມາຊິກສະຫະພັນແມ່ຍິງລາວ

ມາດຕາ 19  ສິດ ແລະ ໜ້າທີ່ຂອງສະມາຊິກສະຫະພັນແມ່ຍິງລາວ
     ສະມາຊິກສະຫະພັນແມ່ຍິງລາວ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ, ເຊື່ອມຊຶມ ແລະ ປະຕິບັດແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ;
       2. ຝຶກຝົນ ຫຼໍ່ຫຼອມຕົນເອງໃຫ້ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີມີຄວາມຜາສຸກ;
       3. ເຂົ້າຮ່ວມເຄື່ອນໄຫວ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ວຽກງານແມ່ຍິງ;
       4. ຄົ້ນຄວ້າ ຮ່ຳຮຽນ, ຍົກລະດັບຄວາມຮູ້ ທາງດ້ານທິດສະດີ ການເມືອງ, ວິຊາສະເພາະ, ພາສາຕ່າງປະເທດ, ຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ ແລະ ດ້ານຕ່າງໆ;
       5. ໄດ້ຮັບຂໍ້ມູນຂ່າວສານ ກ່ຽວກັບການພັດທະນາ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ;
       6. ສະເໜີຕໍ່ການຈັດຕັ້ງຂອງສະຫະພັນແມ່ຍິງ, ອົງການທີ່ກ່ຽວຂ້ອງ ເພື່ອປົກປ້ອງ, ຟື້ນຟູ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ທີ່ຖືກລ່ວງລະເມີດ;
       7. ເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ, ສະມາຊິກສະພາແຫ່ງຊາດ, ອົງການຈັດຕັ້ງມະຫາຊົນອື່ນ ແລະ ການຈັດຕັ້ງຕ່າງໆ ຕາມເງື່ອນໄຂ ແລະ ມາດຕະຖານ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ;
       8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບ ກົດໝາຍ.

ມາດຕາ 20  ພັນທະຂອງສະມາຊິກສະຫະພັນແມ່ຍິງລາວ
     ສະມາຊິກສະຫະພັນແມ່ຍິງລາວ ມີ ພັນທະ ດັ່ງນີ້:
       1. ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ລະບຽບກົດໝາຍ;
       2. ເປັນເຈົ້າການໃນການອະນຸລັກ ແລະ ສົ່ງເສີມ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະ ທີ່ເປັນມູນເຊື້ອ ຂອງແມ່ຍິງລາວ;
       3. ສຶກສາອົບຮົມ, ບຳລຸງ ສ້າງມະຫາຊົນແມ່ຍິງ ໃຫ້ມີຄວາມກ້າວໜ້າ ແລະ ດີເດັ່ນ ເພື່ອຂະຫຍາຍ ເຂົ້າເປັນສະມາຊິກສະຫະພັນແມ່ຍິງລາວ;
       4. ຮັກສາຄວາມສາມັກຄີພາຍໃນ ລະຫວ່າງ ແມ່ຍິງດ້ວຍກັນ, ຄອບຄົວ ແລະ ສັງຄົມ;
       5. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລັດຖະທຳມະນູນ ແລະ ລະບຽບ ກົດໝາຍ.

ມາດຕາ 21  ຜົນປະໂຫຍດຂອງສະມາຊິກສະຫະພັນແມ່ຍິງລາວ
     ສະມາຊິກສະຫະພັນແມ່ຍິງລາວໄດ້ຮັບຜົນປະໂຫຍດ ດັ່ງນີ້:
       1. ໄດ້ຮັບ ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຈາກການຈັດຕັ້ງຂອງສະຫະພັນແມ່ຍິງ ແລະ ອົງການທີ່ກ່ຽວຂ້ອງ;
       2. ໄດ້ຮັບການບຳລຸງສ້າງ, ຍົກລະດັບຄວາມຮູ້ ແລະ ຄວາມສາມາດທາງດ້ານຕ່າງໆ ເທົ່າທຽມກັບເພດຊາຍ;
       3. ໄດ້ຮັບການນຳສະເໜີ ເຂົ້າເປັນສະມາຊິກ ຂອງການຈັດຕັ້ງຕ່າງໆ, ໄດ້ຮັບການແຕ່ງຕັ້ງ, ບັນຈຸ ແລະ ສັບຊ້ອນເຂົ້າໃນໜ້າທີ່ຄຸ້ມຄອງ-ນຳພາຂັ້ນຕ່າງໆ ເມື່ອມີເງື່ອນໄຂ ແລະ ມາດຕະຖານຄົບຖ້ວນ;
       4. ໄດ້ຮັບການຊ່ວຍເຫຼືອເບິ່ງແຍງທາງດ້ານວັດຖຸ, ຈິດໃຈ ໃນເວລາເຈັບເປັນ, ອອກລູກ, ເສັຍຊີວິດ ຕາມນະໂຍບາຍຂອງລັດ ແລະ ເງື່ອນໄຂຄວາມສາມາດຕົວຈິງ ຂອງສະຫະພັນແມ່ຍິງ ແຕ່ລະຂັ້ນ;
       5. ໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບກົດໝາຍ.

ພາກທີ IV
ກອງປະຊຸມ ສະຫະພັນແມ່ຍິງລາວ

ມາດຕາ 22  ກອງປະຊຸມ ສະຫະພັນແມ່ຍິງລາວ
     ກອງປະຊຸມ ສະຫະພັນແມ່ຍິງລາວ ມີ ດັ່ງນີ້:
       1. ກອງປະຊຸມໃຫຍ່;
       2. ກອງປະຊຸມສາມັນ;
       3. ກອງປະຊຸມວິສາມັນ.

ມາດຕາ 23  ກອງປະຊຸມໃຫຍ່
     ກອງປະຊຸມໃຫຍ່ສະຫະພັນແມ່ຍິງລາວ ມີ ສີ່ຂັ້ນ ດັ່ງນີ້:
       - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ;
       - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ, ອົງການ ແລະ ແຂວງ, ນະຄອນ;
       - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງເມືອງ, ເທດສະບານ;
       - ກອງປະຊຸມໃຫຍ່ຜູ້ແທນແມ່ຍິງຮາກຖານ.

ມາດຕາ 24  ການດຳເນີນກອງປະຊຸມໃຫຍ່
     ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ, ຜູ້ແທນແມ່ຍິງກະຊວງ, ອົງການ, ແຂວງ, ນະຄອນ ແລະ ເມືອງ, ເທດສະບານ ເປີດຂຶ້ນຫ້າປີໃດໜຶ່ງເທື່ອ, ຍົກເວັ້ນ ກອງປະຊຸມໃຫຍ່ ສະຫະພັນແມ່ຍິງຮາກຖານ ເປີດຂຶ້ນສາມປີໃດ ໜຶ່ງເທື່ອ. ໃນກໍລະນີຈຳເປັນ ອາດຈະເປີດກ່ອນ ຫຼື ຫຼັງເວລາທີ່ ກຳນົດໄວ້ກໍໄດ້ ແຕ່ບໍ່ໃຫ້ເກີນຫົກເດືອນ.
     ກອງປະຊຸມໃຫຍ່ຜູ້ແທນແມ່ຍິງຂັ້ນໃດ ແມ່ນ ປະທານ ຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນນັ້ນ ເປັນຜູ້ຮຽກໂຮມ ແລະ ໄດ້ຮັບການອະນຸມັດ ຈາກຄະນະບໍລິຫານງານ ສະຫະພັນແມ່ຍິງ ຂັ້ນເທິງຖັດຕົນ, ໃນກໍລະນີ ກອງປະຊຸມໃຫຍ່ຈະດຳເນີນກ່ອນ ຫຼື ຫຼັງເວລາທີ່ກຳນົດໄວ້ ຕ້ອງລາຍງານເຫດຜົນໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນເທິງ ແລະ ແຈ້ງໃຫ້ຂັ້ນລຸ່ມຮັບຊາບ ກ່ອນສາມເດືອນ.

ມາດຕາ 25  ສິດ ແລະ ໜ້າທີ່ຂອງກອງປະຊຸມໃຫຍ່
     ກອງປະຊຸມໃຫຍ່ສະຫະພັນແມ່ຍິງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ,ພິຈາລະນາ, ຮັບຮອງ ເອົາບົດລາຍງານ ການເມືອງ ແລະ ທິດທາງໜ້າທີ່ວຽກງານ ຂອງສະຫະພັນແມ່ຍິງຂັ້ນຂອງຕົນ;
       2. ພິຈາລະນາ ແລະ ຮັບຮອງ ເອົາບົດສຳຫຼວດ ການນຳພາຂອງຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນຂອງຕົນ;
       3. ຄົ້ນຄວ້າ ແລະ ຮັບຮອງ ເອົາການປັບປຸງກົດລະບຽບ ຂອງສະຫະພັນແມ່ຍິງລາວ ສຳລັບ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ;
       4. ເລືອກຕັ້ງຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຸດໃໝ່ຂັ້ນຂອງຕົນ ແລະ ເລືອກຕັ້ງເອົາຜູ້ ແທນເຂົ້າຮ່ວມກອງປະຊຸມໃຫຍ່ຂັ້ນເທິງຖັດຕົນ ຖ້າມີ;
       5. ດຳເນີນກອງປະຊຸມຄົບຄະນະ ຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ເພື່ອຄັດເລືອກເອົາປະທານ, ຮອງປະທານ ແລະ ປະທານກວດກາ ຂອງຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນຂອງຕົນ;
       6. ຮັບຮອງເອົາມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ;
       7. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 26  ກອງປະຊຸມສາມັນ
     ກອງປະຊຸມສາມັນ ແມ່ນ ກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງ ຊຶ່ງເປີດຂຶ້ນປີລະເທື່ອ ໂດຍແມ່ນປະທານຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນນັ້ນເປັນຜູ້ຮຽກໂຮມ ແລະ ເປັນປະທານກອງປະຊຸມ. ກ່ອນເປີດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງນັ້ນ ປະທານຕ້ອງແຈ້ງ ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນຂອງຕົນ ແລະ ການຈັດຕັ້ງ ຂອງສະຫະພັນແມ່ຍິງຂັ້ນລຸ່ມ ຮັບຊາບກ່ອນສາມເດືອນ.
     ກອງປະຊຸມສາມັນ ຕ້ອງມີຄະນະບໍລິຫານງານສະຫະພັນແມ່ຍິງ ເຂົ້າຮ່ວມຢ່າງໜ້ອຍສອງສ່ວນ ສາມຂອງຄະນະບໍລິຫານງານທັງໝົດຂອງຂັ້ນຕົນ ຈຶ່ງສາມາດເປີດຂຶ້ນໄດ້.

ມາດຕາ 27  ສິດ ແລະ ໜ້າທີ່ຂອງກອງປະຊຸມສາມັນ
     ກອງປະຊຸມສາມັນ ມີ ສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
       1. ຄົ້ນຄວ້າ, ຮັບຮອງ ເອົາບົດລາຍງານ ການເຄື່ອນໄຫວໃນປີຜ່ານມາ ແລະ ທິດທາງວຽກງານປະຈຳປີ ຕໍ່ໄປຂອງສະຫະພັນແມ່ຍິງຂັ້ນຂອງຕົນ;
       2. ດຳເນີນຊີວິດການເມືອງພາຍໃນຄະນະບໍລິຫານງານ ສະຫະພັນແມ່ຍິງ;
       3. ຄົ້ນຄວ້າ, ປະກອບຄຳເຫັນໃສ່ວຽກງານໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນແຜນດຳເນີນງານ ຂອງຄະນະບໍລິຫານງານສະຫະພັນແມ່ຍິງຂັ້ນຂອງຕົນ;
       4. ຮັບຮອງເອົາມະຕິກອງປະຊຸມຄົບຄະນະບໍລິຫານງານ ສະຫະພັນແມ່ຍິງປະຈຳປີຂັ້ນຂອງຕົນ.

ມາດຕາ 28  ກອງປະຊຸມວິສາມັນ
     ກອງປະຊຸມວິສາມັນ ແມ່ນ ກອງປະຊຸມຊຶ່ງເປີດຂຶ້ນເມື່ອໃດກໍໄດ້ ເພື່ອພິຈາລະນາວຽກງານຈຳເປັນ, ສຳຄັນ ແລະ ຮີບດ່ວນຕາມ ການຕົກລົງຂອງຄະນະປະທານ ຫຼື ການສະເໜີ ຂອງຄະນະບໍລິຫານງານ ຢ່າງໜ້ອຍໜຶ່ງສ່ວນສີ່ຂອງຈຳນວນຄະນະບໍລິຫານງານທັງໝົດ ແລະ ຕ້ອງມີຜູ້ເຂົ້າຮ່ວມ ຢ່າງໜ້ອຍ ສອງສ່ວນສາມ ຂອງຈຳນວນຄະນະບໍລິຫານງານທັງໝົດຂອງຂັ້ນນັ້ນ ໂດຍແມ່ນປະທານຄະນະບໍລິຫານງານ ສະຫະພັນແມ່ຍິງຂັ້ນຂອງຕົນເປັນຜູ້ຮຽກໂຮມ ແລະ ເປັນປະທານກອງປະຊຸມ.

ມາດຕາ 29  ມະຕິກອງປະຊຸມ
     ມະຕິກອງປະຊຸມໃຫຍ່, ກອງປະຊຸມສາມັນ ແລະ ກອງປະຊຸມວິສາມັນ ແມ່ນ ການຮັບຮອງເອົາ ເນື້ອໃນຂອງກອງປະຊຸມດັ່ງກ່າວ.
     ມະຕິກອງປະຊຸມຈະມີຄຸນຄ່າໄດ້ ກໍຕໍ່ເມື່ອໄດ້ຮັບຄະແນນສຽງ ຫຼາຍກວ່າ ເຄິ່ງໜຶ່ງຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

ພາກທີ V
ຄວາມຮັບຜິດຊອບຂອງລັດ, ສັງຄົມ ແລະ ຄອບຄົວຕໍ່ວຽກງານແມ່ຍິງ

ມາດຕາ 30  ຄວາມຮັບຜິດຊອບຂອງລັດ
     ລັດ ສ້າງເງື່ອນໄຂ ອຳນວຍຄວາມສະດວກ, ສ້າງ ແລະ ປະກອບບຸກຄະລາກອນເພດຍິງ, ກໍ່ສ້າງພື້ນຖານໂຄງລ່າງ, ສະໜອງງົບປະມານ, ພາຫະນະ ແລະ ສິ່ງຈຳເປັນ ໃຫ້ການຈັດຕັ້ງຂອງສະຫະພັນແມ່ຍິງລາວ ເພື່ອສາມາດເຄື່ອນໄຫວ ວຽກງານ ຕາມພາລະບົດບາດຂອງຕົນ ແນໃສ່ພັດທະນາ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ-ເດັກນ້ອຍ, ສົ່ງເສີມຄວາມກ້າວໜ້າຂອງ ແມ່ຍິງ, ປະຕິບັດຄວາມສະເໝີພາບຍິງ-ຊາຍໃນຄອບຄົວ ແລະ ສັງຄົມ.

ມາດຕາ 31  ຄວາມຮັບຜິດຊອບຂອງສັງຄົມ
     ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມຢູ່ແຕ່ລະຂັ້ນ ມີຄວາມຮັບຜິດຊອບ ໃນການສະໜັບສະໜູນ, ຮ່ວມມື, ສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃນການສຶກສາອົບຮົມ, ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ ລວມທັງການ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດນະໂຍບາຍຂອງລັດ ກ່ຽວກັບວຽກງານແມ່ຍິງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 4 ຂອງກົດໝາຍສະບັບນີ້.

ມາດຕາ 32  ຄວາມຮັບຜິດຊອບຂອງຄອບຄົວ
     ຄອບຄົວ ແມ່ນ ຈຸລັງໜຶ່ງຂອງສັງຄົມທີ່ມີຄວາມຮັບຜິດຊອບ ແລະ ໜ້າທີ່ສຳຄັນໃນການເບິ່ງແຍງ ລ້ຽງດູລູກ, ສຶກສາອົບຮົມ, ເປັນແບບຢ່າງ, ໃກ້ຊິດຕິດແທດ, ໃຫ້ຄວາມອົບອຸ່ນ, ປຶກສາຫາລື, ໃຫ້ຄຳແນະນຳ, ສ້າງເງື່ອນໄຂ ອຳນວຍຄວາມສະດວກ, ຊຸກຍູ້ ໃຫ້ແມ່ຍິງ, ສະມາຊິກຄອບຄົວ ທັງຍິງ-ຊາຍ ໄດ້ເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆ ຂອງລັດ, ສັງຄົມ ແລະ ໄດ້ຮັບການພັດທະນາໃນທຸກດ້ານ, ເອົາໃຈໃສ່ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໂດຍເລີ່ມຈາກຄອບຄົວ.

ພາກທີ VI
ງົບປະມານຂອງສະຫະພັນແມ່ຍິງ

ມາດຕາ 33  ແຫຼ່ງລາຍຮັບ
     ແຫຼ່ງລາຍຮັບ ເພື່ອສະໜອງໃຫ້ແກ່ການເຄື່ອນໄຫວວຽກງານ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ມາຈາກ:
       - ງົບປະມານຂອງລັດ;
       - ເງິນບຳລຸງຂອງສະມາຊິກສະຫະພັນແມ່ຍິງລາວ;
       - ການປະກອບສ່ວນຂອງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ;
       - ລາຍຮັບຈາກການເຄື່ອນໄຫວກິດຈະກຳຕ່າງໆ ທີ່ຖືກຕ້ອງຕາມລະບຽບກົດໝາຍ;
       - ລາຍໄດ້ອື່ນທີ່ຖືກກົດໝາຍ.
     ສະຫະພັນແມ່ຍິງແຕ່ລະຂັ້ນ ສ້າງຕັ້ງກອງທຶນພັດທະນາແມ່ຍິງ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ. ການຄຸ້ມຄອງ ແລະ ການນຳໃຊ້ກອງທຶນດັ່ງກ່າວ ໄດ້ກຳນົດໄວ້ ໃນລະບຽບການຕ່າງຫາກ.

ມາດຕາ 34  ການຄຸ້ມຄອງແຫຼ່ງລາຍຮັບ-ລາຍຈ່າຍ
     ສະຫະພັນແມ່ຍິງແຕ່ລະຂັ້ນ ຄຸ້ມຄອງລາຍຮັບ-ລາຍຈ່າຍຂອງຕົນ ຢ່າງລວມສູນ, ປະຕິບັດລະບອບບັນຊີ ລາຍຮັບ-ລາຍຈ່າຍຕາມລະບຽບກົດໝາຍກ່ຽວກັບບັນຊີ, ການເງິນ ແລະ ງົບປະມານແຫ່ງລັດ, ສະຫຼຸບລາຍງານ ປະຈຳເດືອນ, ງວດ, ປີ ແລະ ຫ້າປີ ໃຫ້ສະຫະພັນແມ່ຍິງຂັ້ນເທິງ.

ມາດຕາ 35  ການນຳໃຊ້ງົບປະມານ
     ສະຫະພັນແມ່ຍິງແຕ່ລະຂັ້ນ ນຳໃຊ້ງົບປະມານເຂົ້າໃນວຽກງານ ດັ່ງນີ້:
       1. ການບໍລິຫານ ແລະ ການສົ່ງເສີມວິຊາການ;
       2. ການຈັດກອງປະຊຸມໃຫຍ່, ກອງປະຊຸມສາມັນ ແລະ ກອງປະຊຸມວິສາມັນ;
       3. ການປະຕິບັດນະໂຍບາຍຕໍ່ການຈັດຕັ້ງ ແລະ ສະມາຊິກ ສະຫະພັນແມ່ຍິງລາວ;
       4. ການເຄື່ອນໄຫວວຽກງານອື່ນ ຕາມລະບຽບການ.

ພາກທີ VII
ຂໍ້ຫ້າມ

ມາດຕາ 36  ຂໍ້ຫ້າມສຳລັບສະມາຊິກສະຫະພັນແມ່ຍິງລາວ
     ຫ້າມສະມາຊິກສະຫະພັນແມ່ຍິງລາວ ມີ ພຶດຕິກຳ ດັ່ງນີ້:
       1. ສວຍໃຊ້ໜ້າທີ່, ຕຳແໜ່ງ, ຄວາມຮັບຜິດຊອບຂອງຕົນ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ແລະ ພັກພວກ ໂດຍບໍ່ຖືກຕ້ອງ;
       2. ຈັດຕັ້ງເປັນກຸ່ມກ້ອນ, ຊຸມນຸມ ທີ່ຂັດກັບ ລະບຽບ ກົດໝາຍ, ກໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ກໍ່ຄວາມເສຍຫາຍຕໍ່ການຈັດຕັ້ງ, ຊີວິດ, ສຸຂະພາບ, ຊັບສິນຂອງຜູ້ອື່ນ;
       3. ໃສ່ຮ້າຍປ້າຍສີ, ແບ່ງແຍກຄວາມສາມັກຄີ ພາຍໃນການຈັດຕັ້ງ ແລະ ບຸກຄົນອື່ນ;
       4. ເຄື່ອນໄຫວ, ດຳລົງຊີວິດທີ່ຂັດກັບລະບຽບກົດໝາຍ ແລະ ຝືນຕໍ່ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຂອງແມ່ຍິງລາວ;
       5. ເມີນເສີຍຕໍ່ການປະຕິບັດໜ້າທີ່ ແລະ ພັນທະຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບ ກົດໝາຍ;
       6. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 37  ຂໍ້ຫ້າມສຳລັບຄະນະບໍລິຫານງານສະຫະພັນແມ່ຍິງ
nbsp;    ຫ້າມຄະນະບໍລິຫານງານສະຫະພັນແມ່ຍິງ ມີ ພຶດຕິກຳ ດັ່ງນີ້:
       1. ເມີນເສີຍ, ເລີ່ນເລີ້ ຕໍ່ການປະຕິບັດໜ້າທີ່ ຂອງຄະນະບໍລິຫານງານ ທີ່ໄດ້ກຳນົດໄວ້ໃນມາດຕາ 13 ແລະ 14 ຂອງກົດໝາຍສະບັບນີ້;
       2. ຮັບ, ລົງວິໄນ ແລະ ລຶບຊື່ ສະມາຊິກສະຫະພັນແມ່ຍິງ ອອກຈາກການຈັດຕັ້ງຂອງຕົນ ໂດຍບໍ່ຖືກຕ້ອງ;
       3. ກີດກັ້ນການເຄື່ອນໄຫວ, ການພັດທະນາ ແລະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ;
       4. ມີພຶດຕິກຳຕາມຂໍ້ 1, 2, 3 ແລະ 4 ໃນມາດຕາ 36 ຂອງກົດໝາຍສະບັບນີ້ ແລະ ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 38  ຂໍ້ຫ້າມສຳລັບບຸກຄົນແລະການຈັດຕັ້ງອື່ນ
     ຫ້າມບຸກຄົນ ແລະ ການຈັດຕັ້ງອື່ນ ມີ ພຶດຕິກຳ ດັ່ງນີ້:
       1. ສວຍໃຊ້ການຈັດຕັ້ງຂອງສະຫະພັນແມ່ຍິງລາວ ເຄື່ອນໄຫວເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ, ພັກພວກ ຫຼື ການຈັດຕັ້ງຂອງຕົນ ໂດຍບໍ່ຖືກຕ້ອງ;
       2. ຂັດຂວາງການເຄື່ອນໄຫວຂອງການຈັດຕັ້ງ ສະຫະພັນແມ່ຍິງລາວ, ສະມາຊິກສະຫະພັນ ແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ;
       3. ຂົ່ມຂູ່ທາງດ້ານວາຈາ, ໃຊ້ຄວາມຮຸນແຮງຕໍ່ຮ່າງກາຍ, ຈິດໃຈ, ຊັບສິນ ຂອງສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ;
       4. ໂຄສະນາ ເຜີຍແຜ່ວັດທະນະທຳ, ແບບແຜນ ດຳລົງຊີວິດທີ່ຂັດກັບຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ, ຂອງແມ່ຍິງລາວ ແລະ ຂັດກັບລະບຽບກົດໝາຍ;
       5. ເມີນເສີຍ ແລະ ບໍ່ໃຫ້ການຊ່ວຍເຫຼືອ ຕໍ່ແມ່ຍິງທີ່ຖືກລ່ວງລະເມີດທາງດ້ານຮ່າງກາຍ, ຈິດໃຈ ແລະ ຊັບສິນ;
       6. ຂູດຮີດແຮງງານ, ຂູດຮີດທາງເພດ, ຄ້າໂສເພນີ, ຄ້າປະເວນີ ແລະ ຄ້າມະນຸດ;
       7. ມີພຶດຕິກຳອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ພາກທີ VIII
ການຄຸ້ມຄອງ ແລະ ກວດກາວຽກງານຂອງສະຫະພັນແມ່ຍິງ
ໝວດທີ 1

ການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງ

ມາດຕາ 39  ອົງການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງ
     ອົງການຄຸ້ມຄອງວຽກງານຂອງສະຫະພັນແມ່ຍິງ ປະກອບດ້ວຍ:
       1. ສູນກາງສະຫະພັນແມ່ຍິງລາວ;
       2. ສະຫະພັນແມ່ຍິງກະຊວງ, ອົງການ ແລະ ແຂວງ, ນະຄອນ;
       3. ສະຫະພັນແມ່ຍິງເມືອງ, ເທດສະບານ;
       4. ສະຫະພັນແມ່ຍິງຮາກຖານ.

ມາດຕາ 40  ສິດ ແລະ ໜ້າທີ່ຂອງສູນກາງສະຫະພັນແມ່ຍິງລາວ
       ໃນການຄຸ້ມຄອງວຽກງານຂອງຕົນ ສູນກາງສະຫະພັນແມ່ຍິງລາວ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ ຍຸດທະສາດ, ແຜນນະໂຍບາຍ, ສ້າງ, ປັບປຸງ ລະບຽບກົດໝາຍ ກ່ຽວກັບວຽກງານແມ່ຍິງ, ປະກອບຄຳເຫັນຕໍ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ;
       2. ຜັນຂະຫຍາຍ ແນວທາງ, ຍຸດທະສາດ, ແຜນນະໂຍບາຍ, ລະບຽບກົດໝາຍ, ມະຕິກອງປະຊຸມໃຫຍ່ ໃຫ້ເປັນແຜນການ, ແຜນງານ, ໂຄງການ ກ່ຽວກັບ ວຽກງານແມ່ຍິງ ເປັນຕົ້ນ ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າ ແລະ ການປະຕິບັດສິດສະເໝີພາບ ຍິງ-ຊາຍ ແລ້ວນຳມາໂຄສະນາ ເຜີຍແຜ່ ເພື່ອຈັດຕັ້ງປະຕິບັດ;
       3. ສຶກສາອົບຮົມ ການເມືອງ-ແນວຄິດ, ມູນເຊື້ອ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ;
       4. ຊີ້ນຳການປັບປຸງ ແລະ ຂະຫຍາຍການຈັດຕັ້ງ ຂອງສະຫະພັນແມ່ຍິງແຕ່ລະຂັ້ນ, ແຕ່ລະຂົງເຂດ ລວມທັງຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນ ໃຫ້ຮັບປະກັນທັງປະລິມານ ແລະ ຄຸນນະພາບ;
       5. ສະເໜີຕໍ່ຂັ້ນເທິງ ກ່ຽວກັບການສ້າງຕັ້ງ, ຍຸບເລີກ ກົງຈັກຂອງສູນກາງສະຫະພັນແມ່ຍິງ ລາວ, ສ້າງຕັ້ງ, ຍຸບເລີກ ກົງຈັກຂອງສະຫະພັນແມ່ຍິງກະຊວງ, ອົງການ ແລະ ສະຫະພັນແມ່ຍິງແຂວງ, ນະຄອນ;
       6. ຍົກເລີກ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຂອງສະຫະພັນແມ່ຍິງຂັ້ນຂອງຕົນ ແລະ ຂັ້ນລຸ່ມທີ່ບໍ່ສອດຄ່ອງກັບແນວທາງ ນະໂຍບາຍ, ກົດໝາຍຂອງລັດ ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ;
       7. ປະສານສົມທົບກັບທຸກຂະແໜງການທີ່ກ່ຽວຂ້ອງ ໃນການປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງແມ່ຍິງ-ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ, ການປະຕິບັດສິດສະເໝີພາບ ຍິງ-ຊາຍໃນຄອບຄົວ ແລະ ສັງຄົມ;
       8. ໃຫ້ຄຳປຶກສາແກ່ແມ່ຍິງ-ເດັກນ້ອຍທີ່ມີບັນຫາ, ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ຕໍ່ການໄກ່ເກັ່ຍ, ແກ້ໄຂບັນຫາທີ່ແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ;
       9. ປະສານສົມທົບກັບອົງການປົກຄອງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຂຶ້ນແຜນບຳລຸງສ້າງ ສະມາຊິກສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ໃຫ້ມີຄຸນສົມບັດ, ຄວາມຮູ້, ຄວາມສາມາດໃນດ້ານຕ່າງໆ ເພື່ອກາຍເປັນພະນັກງານຄຸ້ມຄອງ-ນຳພາ ສືບທອດ ປ່ຽນແທນໃນແຕ່ລະຂົງເຂດວຽກງານ;
       10. ຊີ້ນຳ, ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແນວທາງ ນະໂຍບາຍ, ລະບຽບ ກົດໝາຍ, ມະຕິ, ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານແມ່ຍິງໃນທົ່ວປະເທດ;
       11. ພິຈາລະນາ, ສະເໜີແຕ່ງຕັ້ງ, ຍົກຍ້າຍ, ປະຕິບັດນະໂຍບາຍ, ລົງວິໄນ ຕໍ່ສະມາຊິກສະຫະພັນແມ່ຍິງລາວ, ພະນັກງານ-ລັດຖະກອນ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ;
       12. ໄດ້ຮັບນະໂຍບາຍຕ່າງໆຈາກລັດ ຄືກັນກັບບັນດາການຈັດຕັ້ງຂອງລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນອື່ນ;
       13. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງຕົນ;
       14. ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດ ວຽກງານຂອງສະຫະພັນແມ່ຍິງແຕ່ລະໄລຍະ ໃນຂອບເຂດທົ່ວປະເທດຕໍ່ຂັ້ນເທິງ ແລະ ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;
       15. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ.

ມາດຕາ 41  ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງ ກະຊວງ, ອົງການ ແລະ ແຂວງ, ນະຄອນ
     ໃນການຄຸ້ມຄອງວຽກງານຂອງຕົນ ສະຫະພັນແມ່ຍິງກະຊວງ, ອົງການ ແລະ ແຂວງ, ນະຄອນ ມີ ສິດ ແລະ ໜ້າທີ່ ຕາມຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
       1. ຄົ້ນຄວ້າ, ເຊື່ອມຊຶມ, ປະກອບຄຳເຫັນຕໍ່ແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ມະຕິກອງປະຊຸມໃຫ່ຍ ຜູ້ແທນແມ່ຍິງລາວທົ່ວປະເທດ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ແລ້ວນຳມາໂຄສະນາ ເຜີຍແຜ່ ເພື່ອຈັດຕັ້ງປະຕິບັດ;
       2. ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີ, ອະນຸລັກ ແລະ ສົ່ງເສີມ ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ;
       3. ປັບປຸງ, ຂະຫຍາຍການຈັດຕັ້ງຂອງສະຫະພັນແມ່ຍິງ ໃນແຕ່ລະຂົງເຂດລວມທັງຫົວໜ່ວຍທຸລະກິດ ຂອງພາກລັດ ແລະ ເອກະຊົນໃຫ້ເຂັ້ມແຂງ, ບຳລຸງ ສ້າງ, ຂະຫຍາຍ ສະມາຊິກສະຫະພັນແມ່ຍິງລາວ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ;
       4. ສະເໜີຕໍ່ສູນກາງສະຫະພັນແມ່ຍິງລາວ ກ່ຽວກັບການສ້າງຕັ້ງ, ຍຸບເລີກ ກົງຈັກຂອງຕົນ ແລະ ຂອງສະຫະພັນແມ່ຍິງເມືອງ, ເທດສະບານ;
       5. ພິຈາລະນາ, ສະເໜີແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ລົງວິໄນຕໍ່ສະມາຊິກສະຫະພັນແມ່ຍິງລາວ, ພະນັກງານ-ລັດຖະກອນ;
       6. ຍົກເລີກ ຫຼື ລົບລ້າງ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ຂອງສະຫະພັນແມ່ຍິງຂັ້ນຂອງຕົນ ແລະ ຂັ້ນລຸ່ມທີ່ບໍ່ສອດຄ່ອງກັບແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ;
       7. ປະສານສົມທົບກັບອົງການປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຂຶ້ນແຜນບຳລຸງ ສ້າງສະມາຊິກສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ໃຫ້ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດໃນດ້ານຕ່າງໆ ເພື່ອກາຍເປັນເປັນພະນັກງານຄຸ້ມຄອງ-ນຳພາ ສືບທອດປ່ຽນແທນໃນແຕ່ລະຂົງ ເຂດວຽກງານ;
       8. ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆ, ຄົ້ນຄວ້າປຶກສາຫາລື, ສະເໜີອົງການປົກຄອງ, ສູນກາງສະຫະພັນແມ່ຍິງລາວ ແລະ ອົງການຈັດຕັ້ງອື່ນ ທີ່ພົວພັນກັບວຽກງານແມ່ຍິງ;
       9. ໃຫ້ຄຳປຶກສາທາງດ້ານຕ່າງໆ, ພິຈາລະນາ ແກ້ໄຂຄຳສະເໜີກ່ຽວກັບການກະທຳທີ່ແຕະ ຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງ-ເດັກນ້ອຍ;
       10. ໄດ້ຮັບນະໂຍບາຍຕ່າງໆ ຈາກລັດຄືກັນກັບ ອົງການຈັດຕັ້ງມະຫາຊົນອື່ນ ຂອງກະຊວງ, ອົງການ ແລະ ແຂວງ, ນະຄອນ;
       11. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານແມ່ຍິງ;
       12. ສະຫຼຸບ, ລາຍງານວຽກງານຮອບດ້ານຂອງຕົນ ໃນແຕ່ລະໄລຍະຕໍ່ສູນກາງສະຫະພັນແມ່ຍິງລາວ, ກະຊວງ, ອົງການ ແລະ ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
       13. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 42  ສິດ ແລະ ໜ້າທີ່ຂອງສະຫະພັນແມ່ຍິງເມືອງ, ເທດສະບານ
     ໃນການຄຸ້ມຄອງວຽກງານຂອງຕົນ ສະຫະພັນແມ່ຍິງເມືອງ, ເທດສະບານ ມີ ສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:
       1. ຄົ້ນຄວ້າ, ເຊື່ອມຊຶມ ແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ເທດສະບານ, ມະຕິກອງປະຊຸມໃຫຍ່ ຂອງສະຫະພັນແມ່ຍິງຂັ້ນເທິງ, ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ແລ້ວນຳມາ ເຜີຍແຜ່ ເພື່ອຈັດຕັ້ງປະຕິບັດ;
       2. ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມ ຄວາມສາມັກຄີ, ອະນຸລັກ ແລະ ສົ່ງເສີມວັດ ທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ຂອງເຜົ່າ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ. ເປັນເຈົ້າການຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານຕ່າງໆ ເພື່ອກາຍ ເປັນພະນັກງານຄຸ້ມຄອງ-ນຳພາ ສືບທອດປ່ຽນແທນໃນແຕ່ລະຂົງເຂດ;
       3. ສຶກສາຮ່ຳຮຽນ, ຝຶກອົບຮົມວິຊາຊີບ, ສ້າງ, ພັດທະນາສີມືແຮງງານ, ມີວຽກເຮັດງານທຳ ເພື່ອສ້າງລາຍຮັບໃຫ້ແກ່ແມ່ຍິງ ແລະ ຄອບຄົວ ຫຼຸດພົ້ນຈາກຄວາມທຸກຍາກ, ມີຄວາມຮັ່ງມີ ແລະ ຜາສຸກ;
       4. ເຂົ້າຮ່ວມການເຄື່ອນໄຫວວຽກງານຕ່າງໆ, ຄົ້ນຄວ້າປຶກສາຫາລື, ສະເໜີອົງການປົກຄອງ, ສະຫະພັນແມ່ຍິງແຂວງ, ນະຄອນ ແລະ ອົງການຈັດຕັ້ງອື່ນ ທີ່ພົວພັນກັບວຽກງານແມ່ຍິງ;
       5. ປັບປຸງ, ຂະຫຍາຍການຈັດຕັ້ງຂອງສະຫະພັນແມ່ຍິງ ຢູ່ຂັ້ນຮາກຖານ ໃຫ້ເຂັ້ມແຂງ, ບຳລຸງ ສ້າງ, ຂະຫຍາຍ ສະມາຊິກສະຫະພັນແມ່ຍິງຂັ້ນຮາກຖານ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ;
       6. ສະເໜີແຕ່ງຕັ້ງ, ຍ້ອງຍໍ ແລະ ລົງວິໄນ ຕໍ່ສະມາຊິກສະຫະພັນແມ່ຍິງລາວ;
       7. ໄດ້ຮັບນະໂຍບາຍຕ່າງໆ ຈາກລັດຄືກັນກັບ ອົງການຈັດຕັ້ງມະຫາຊົນອື່ນຂອງເມືອງ, ເທດສະບານ;
       8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບວຽກງານແມ່ຍິງ ຕາມການມອບໝາຍ;
       9. ສະຫຼຸບ, ລາຍງານ ການເຄື່ອນໄຫວວຽກງານ ຮອບດ້ານຂອງຕົນ ຕໍ່ສະຫະພັນແມ່ຍິງ ແຂວງ, ນະຄອນ ແລະ ອົງການປົກຄອງເມືອງ, ເທດສະບານ ຢ່າງເປັນປົກກະຕິ;
       10. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບ ກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 43  ສິດ ແລະ ໜ້າທີ່ ຂອງສະຫະພັນແມ່ຍິງຮາກຖານ
     ໃນການຄຸ້ມຄອງວຽກງານຂອງຕົນ ສະຫະພັນແມ່ຍິງຮາກຖານ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມ ສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຈັດຕັ້ງປະຕິບັດແນວທາງ ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຮາກຖານ;
       2. ຄົ້ນຄວ້າ, ສະເໜີ ການປັບປຸງ ແລະ ຂະຫຍາຍ ການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງລາວ ແລະ ນຳພາການດຳເນີນຊີວິດ ໃຫ້ຖືກຕ້ອງຕາມກົດລະບຽບ ຂອງສະຫະພັນແມ່ຍິງລາວ;
       3. ນຳພາສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ ເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ລະບຽບ ກົດໝາຍ, ກົດລະບຽບ ຂອງສະຫະພັນແມ່ຍິງລາວ, ສ້າງຂະບວນການຂອງແມ່ຍິງ ຕິດພັນກັບການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງຮາກຖານ;
       4. ປຸກລະດົມສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມ ໃນການປົກປັກຮັກສາ, ຟື້ນຟູ ສິ່ງແວດລ້ອມ ພາຍໃນທ້ອງຖິ່ນຂອງຕົນ;
       5. ປະສານສົມທົບກັບຄອບຄົວ, ໂຮງຮຽນ ແລະ ສັງຄົມ ໃນການສຶກສາອົບຮົມລູກຫຼານ ໃຫ້ເປັນພົນລະເມືອງດີຂອງຊາດ;
       6. ໄດ້ຮັບນະໂຍບາຍຈາກລັດ ຄືກັນກັບ ອົງການຈັດຕັ້ງມະຫາຊົນອື່ນໃນຂັ້ນຂອງຕົນ;
       7. ໃຫ້ຄຳປຶກສາ, ເຂົ້າຮ່ວມວຽກງານໄກ່ເກ່ຍ, ແກ້ໄຂ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງ ແລະ ຄອບຄົວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
       8. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ຂັ້ນເທິງຢ່າງເປັນປົກກະຕິ;
       9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ໝວດທີ 2
ການກວດກາວຽກງານຂອງສະຫະພັນແມ່ຍິງ

ມາດຕາ 44  ອົງການກວດກາວຽກງານຂອງສະຫະພັນແມ່ຍິງ
     ອົງການກວດກາວຽກງານຂອງສະຫະພັນແມ່ຍິງ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງ ວຽກງານຂອງສະຫະພັນແມ່ຍິງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 39 ຂອງກົດໝາຍສະບັບນີ້ ຊຶ່ງເອີ້ນວ່າ ຄະນະກວດກາຂອງສະຫະພັນແມ່ຍິງ.
     ການກວດກາ ປະກອບດ້ວຍ:
       - ການກວດກາພາຍໃນ ຊຶ່ງດຳເນີນໂດຍຄະນະກວດກາຂອງສະຫະພັນແມ່ຍິງ;
       - ການກວດກາພາຍນອກ ຊຶ່ງດຳເນີນໂດຍສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ, ອົງການກວດກາ ລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ.

ມາດຕາ 45  ສິດ ແລະ ໜ້າທີ່ຂອງຄະນະກວດກາຂອງສະຫະພັນແມ່ຍິງ
     ຄະນະກວດກາຂອງສະຫະພັນແມ່ຍິງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
       1. ຄົ້ນຄວ້າ, ຜັນຂະຫຍາຍວຽກງານກວດກາ ເປັນແຜນການ, ແຜນງານ ແລະ ໂຄງການວຽກງານກວດກາຂອງສະຫະພັນແມ່ຍິງຂັ້ນຂອງຕົນ;
       2. ກວດກາການຈັດຕັ້ງປະຕິບັດແນວທາງ ນະໂຍບາຍ, ລັດຖະທຳມະນູນ, ກົດໝາຍ, ຖະແຫຼງການ, ສົນທິສັນຍາ, ສັນຍາສາກົນ ທີ່ພົວພັນກັບວຽກງານແມ່ຍິງ;
       3. ກວດກາການຈັດຕັ້ງ ແລະ ການເຄື່ອນໄຫວ ວຽກງານຮອບດ້ານ ຂອງການຈັດຕັ້ງຂອງສະຫະພັນແມ່ຍິງແຕ່ລະຂັ້ນ;
       4. ປະສານສົມທົບກັບຄະນະກວດກາ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນອື່ນ ໃນຂັ້ນຂອງຕົນ ໃນການປະຕິບັດວຽກງານກວດກາ;
       5. ສະເໜີພາກສ່ວນທີ່ກ່ຽວຂ້ອງເພື່ອພິຈາລະນາໂຈະ, ຍົກເລີກນິຕິກຳຂອງສະຫະພັນແມ່ຍິງ ທີ່ຂັດກັບລະບຽບກົດໝາຍ;
       6. ສະເໜີວິທີການ ແລະ ມາດຕະການ ແກ້ໄຂຜົນຂອງການກວດກາຂັ້ນຂອງຕົນ;
       7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 46  ເນື້ອໃນການກວດກາ
     ການກວດກາ ມີ ເນື້ອໃນຕົ້ນຕໍ ດັ່ງນີ້:
       1. ການປະຕິບັດພາລະບົດບາດ, ສິດ, ໜ້າທີ່, ຄວາມຮັບຜິດຊອບ, ແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານ ແລະ ສະມາຊິກສະຫະພັນແມ່ຍິງລາວ;
       2. ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາແມ່ຍິງ, ການປະຕິບັດ ກົດໝາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວ;
       3. ການອອກນິຕິກຳຕ່າງໆຂອງສະຫະພັນແມ່ຍິງແຕ່ລະຂັ້ນ;
       4. ການຄຸ້ມຄອງ, ການນຳໃຊ້, ການປະຕິບັດ ນະໂຍບາຍຕໍ່ສະມາຊິກສະຫະພັນແມ່ຍິງລາວ ລວມທັງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ;
       5. ການຄຸ້ມຄອງ, ການນຳໃຊ້ງົບປະມານ, ການເງິນ, ວັດຖຸ ແລະ ຊັບສິນຂອງການຈັດຕັ້ງ ສະຫະພັນແມ່ຍິງຂັ້ນຂອງຕົນ.

ມາດຕາ 47  ຮູບການກວດກາ
     ການກວດກາ ມີ ສາມ ຮູບການ ດັ່ງນີ້:
       - ການກວດກາຕາມແຜນການປົກກະຕິ ແມ່ນ ການກວດກາຕາມແຜນການ ຂອງຄະນະກວດກາແຕ່ລະຂັ້ນ;
       - ການກວດກາ ໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາຕາມຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ຂອງຄະນະກວດກາ ແລະ ຄຳສະເໜີ ຂອງສະຫະພັນແມ່ຍິງ ແຕ່ລະຂັ້ນ ໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາ ຊາບລ່ວງໜ້າ;
       - ການກວດກາແບບກະທັນຫັນ ແມ່ນ ການກວດກາ ຢ່າງຮີບດ່ວນ ໂດຍບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຊາບລ່ວງໜ້າ;
    ການກວດກາວຽກງານຂອງສະຫະພັນແມ່ຍິງ ໃຫ້ປະຕິບັດຕາມລະບຽບ ກົດໝາຍຢ່າງເຂັ້ມງວດ.

ພາກທີ IX
ວັນສ້າງຕັ້ງ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 48  ວັນສ້າງຕັ້ງສະຫະພັນແມ່ຍິງລາວ
     ວັນສ້າງຕັ້ງສະຫະພັນແມ່ຍິງລາວ ແມ່ນ ວັນທີ 20 ກໍລະກົດ 1955 ແລະ ໃຫ້ຖືເອົາວັນດັ່ງກ່າວ ເພື່ອສະເຫຼີມສະຫຼອງ ແລະ ເປັນວັນພັກລັດຖະການຂອງແມ່ຍິງລາວ.

ມາດຕາ 49  ເຄື່ອງໝາຍ
     ສະຫະພັນແມ່ຍິງລາວ ມີທຸງ ແລະ ເຄື່ອງໝາຍ ທີ່ໄດ້ຖືກຮັບຮອງເອົາ ໃນກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ.

ມາດຕາ 50  ຕາປະທັບ
     ສະຫະພັນແມ່ຍິງແຕ່ລະຂັ້ນ ມີຕາປະທັບຂອງຕົນ ເພື່ອນຳໃຊ້ ໃນການເຄື່ອນໄຫວວຽກງານທາງລັດຖະການ.

ພາກທີ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 51  ນະໂຍບາຍຕໍ່ຜູ້ມີຜົນງານ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດກົດໝາຍສະບັບນີ້ ຈະໄດ້ຮັບ ການຍ້ອງຍໍ ຫຼື ນະໂຍບາຍອື່ນຕາມລະບຽບການ.

ມາດຕາ 52  ມາດຕະການຕໍ່ຜູ້ລະເມີດ
     ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ກໍ່ຄວາມເສັຍຫາຍໃຫ້ແກ່ການຈັດຕັ້ງ ຂອງສະຫະພັນແມ່ຍິງ, ກຽດສັກສີ ຫຼື ຜົນປະໂຫຍດອັນຊອບທຳຂອງສະມາ ຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ກ່າວເຕືອນ, ລົງວິໄນ ຫຼື ລົງໂທດຕາມກໍລະນີ ເບົາ ຫຼື ໜັກ.

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 53  ການຈັດຕັ້ງປະຕິບັດ
     ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນແມ່ຍິງແຕ່ລະຂັ້ນ ເປັນຜູ້ຈັດຕັ້ງປະຕິບັດກົດໝາຍສະບັບນີ້.

ມາດຕາ 54  ຜົນສັກສິດ
     ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ເກົ້າສິບ ວັນ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ົ້ນໄປ.
     ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

     ປະທານສະພາແຫ່ງຊາດ