![]() ຊອກຫານິຕິກໍາ |
![]() ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ |
![]() ສະຖິຕິປັດຈຸບັນ ຂອງນິຕິກໍາ |
ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ
ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ. ຈົດໝາຍເຫດທາງລັດຖະການ ແມ່ນເອກະສານທາງການຂອງລັດ ທີ່ເປັນຮູບແບບເອເລັກໂຕຣນິກ ໃນລະບົບອິນເຕີເນັດ ຊຶ່ງເປັນບ່ອນລົງບັນດານິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ຈັດຕັ້ງປະຕິບັດ ຫຼື ເພື່ອທາບທາມຄໍາເຫັນ. ນິຕິກຳທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ແມ່ນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຍົກເວັ້ນບັນດານິຕິກຳຂັ້ນເມືອງ ແລະ ຂັ້ນບ້ານ ທີ່ມີຜົນນຳໃຊ້ສຳລັບສະເພາະຂອບເຂດເມືອງ ແລະ ບ້ານຂອງຕົນເທົ່ານັ້ນ. ເນື້ອໃນເວັບໄຊ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ. ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ |
|
ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ
ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກຮັບຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ ນັບແຕ່ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
ສຳລັບນິຕິກຳ ຂັ້ນເມືອງ ຫຼື ເທດສະບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງເຜີຍແຜ່ຜ່ານສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.
ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບພະແນກຈົດໝາຍເຫດທາງລັດຖະການ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.
ນິຕິກຳທີ່ມີຜົນສັກສິດກ່ອນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຂໍໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນດານິຕິກຳໃດທີ່ບໍ່ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ ຈະຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.
ຢູ່ໃນໜ້າເວັບໄຊນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.
ນິຕິກຳສຳລັບການປະກອບຄຳເຫັນ
ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນເວັບໄຊອື່ນ (ເວັບໄຊ ຂອງອົງການສ້າງນິຕິກຳ) ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.
ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.
ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.
ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ
(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດຕາ 108 ຂອງກົດໝາຍສ້າງນິຕິກໍາ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຄໍາສັ່ງຂອງລັດຖະມົນຕີ ກ່ຽວກັບການເພີ່ມທະວີ ຄວາມເອົາໃຈໃສ່ໃນການຄຸ້ມຄອງ ແລະ ກວດກາສຸຂານາໄມພືດ ທີ່ສົ່ງອອກ ໃຫ້ສອດຄ່ອງກັບລະບຽບການ ດ້ານສຸຂານາໄມພືດ ຂອງປະເທດປາຍທາງ | ກະຊວງ ກະສິກຳ ແລະ ປ່າໄມ້ | 26-10-2011 | 10-11-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງຂອງລັດຖະມົນຕີ ກ່ຽວກັບການເພີ່ມທະວີ ຄວາມເອົາໃຈໃສ່ ຕິດຕາມປ້ອງກັນ ແລະ ສະກັດກັ້ນ ພະຍາດຂອງເພັ້ຍແປງມັນຕົ້ນ | ກະຊວງ ກະສິກຳ ແລະ ປ່າໄມ້ | 23-06-2011 | 10-11-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງຂອງລັດຖະມົນຕີ ກ່ຽວກັບການຊຸກຍູ້ ຜະລິດກະສິກໍາ ເປັນສິນຄ້າສົ່ງອອກ ສາທາລະນະລັດ ປະຊາຊົນຈີນ | ກະຊວງ ກະສິກຳ ແລະ ປ່າໄມ້ | 30-06-2014 | 10-11-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງຂອງລັດຖະົນຕີ ກ່ຽວກັບການເພີ່ມທະວີ ຄວາມຮັບຜິດຊອບ ຕໍ່ການປ້ອງກັນ ແລະ ຄວບຄຸມພະຍາດ ທາງເດີນຫາຍໃຈ ແລະ ລະບົບອະໄວຍະວະ ສືບພັນໝູເຊື່ອມ (ພະຍາດຫູໜູກໍ່າ) | ກະຊວງ ກະສິກຳ ແລະ ປ່າໄມ້ | 06-07-2010 | 10-11-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງຂອງລັດຖະມົນຕີ ກ່ຽວກັບການຄຸ້ມຄອງ ນໍາໃຊ້ໄມ້ເພື່ອຜະລິດຖ່ານ, ເພື່ອເປັນແຫຼ່ງພະລັງງານ ແລະເພື່ອເປັນສິນຄ້າ | ກະຊວງ ກະສິກຳ ແລະ ປ່າໄມ້ | 14-03-2011 | 10-11-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ຂອງລັດຖະມົນຕີ ວ່າການ ກະຊວງກະສິກຳ ແລະ ປ່າໄມ້ ວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ ຂີ້ເຈຽ ຢູ່ພາຍໃນປະເທດ | ກະຊວງ ກະສິກຳ ແລະ ປ່າໄມ້ | 08-07-2005 | 20-11-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ຂອງເຈົ້າແຂວງ ວ່າດ້ວຍການຕອບໂຕ້ການລະບາດຂອງພະຍາດໂປລິໂອ ແລະ ສົ່ງເສີມການຢອດຢາ-ສັກຢາກັນພະຍາດ | ແຂວງ ຜົ້ງສາລີ | 22-12-2015 | 12-05-2016 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ຂອງນາຍົກລັດຖະມົນຕີ ກ່ຽວກັບການກວດກາ ແລະ ຄຸ້ມຄອງການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳຕົກຂ້ອນ | ກະຊວງ ພະລັງງານ ແລະ ບໍ່ແຮ່ | 27-08-2008 | 03-02-2017 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງຂອງລັດຖະມົນຕີ ກ່ຽວກັບການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາຝຸ່ນ, ແນວພັນພືດ ແລະ ຢາຂ້າຫຍ້າ ລວມທັງຢາປາບສັດຕູພືດອື່ນໆ ທີ່ນໍາໃຊ້ຢູ ສປປ ລາວ | ກະຊວງ ກະສິກຳ ແລະ ປ່າໄມ້ | 15-08-2014 | 15-10-2014 | ຄໍາສັ່ງ | ເບິ່ງ | ![]() | |
ຄຳສັ່ງ ຂອງລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ວ່າດ້ວຍການຫ້າມການນຳເຂົ້າ, ສົ່ງອອກ, ຈຳໜ່າຍ, ຊື້ຂາຍ, ຄອບຄອງ, ຂົນສົ່ງ, ນຳຜ່ານປຸງແຕ່ງ ແລະ ນຳໃຊ້ສານຊູໂດອີຟິດຣີນ | ກະຊວງ ສາທາລະນະສຸກ | 12-06-2014 | 25-08-2014 | ຄໍາສັ່ງ | ເບິ່ງ | ![]() |
ນິຕິກໍາ ສະບັບເກົ່າ
(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍສະຫະກອນ ຜະລິດກະສິກໍາ | ກະຊວງ ກະສິກຳ ແລະ ປ່າໄມ້ | 25-09-2014 | 07-11-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍກຳນົດໝາຍ ການໃຊ້ຈ່າຍ ງົບປະມານບໍລິຫານຂອງລັດ (ສະບັບປັບປຸງໃໝ່) | ກະຊວງ ການເງິນ | 05-01-2010 | 04-03-2015 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍກຳນົດໝາຍ ໃຊ້ຈ່າຍງົບປະມານຂອງລັດ (ສະບັບປັບປຸງໃໝ່) | ກະຊວງ ການເງິນ | 25-06-2015 | 05-08-2015 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ແນວພັນພືດ | ກະຊວງ ກະສິກຳ ແລະ ປ່າໄມ້ | 19-12-2012 | 04-11-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຜະລິດ, ຄຸ້ມຄອງ ແລະ ເຜີຍແຜ່ສະຖິຕິກະສິກໍາ | ກະຊວງ ກະສິກຳ ແລະ ປ່າໄມ້ | 10-09-2014 | 07-11-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງ ຢາປາບສັດຕູພືດ ໃນ ສປປ ລາວ | ກະຊວງ ກະສິກຳ ແລະ ປ່າໄມ້ | 11-06-2010 | 07-11-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍມາດຕະຖານ ກະສິກໍາທີ່ດີ ກ່ຽວກັບຄວາມປອດໄພ ຂອງຜົນຜະລິດ | ກະຊວງ ກະສິກຳ ແລະ ປ່າໄມ້ | 07-01-2011 | 10-11-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການກວດກາ ແລະການດໍາເນີນຄະດີກ່ຽວກັບປ່າໄມ້ ແລະ ຊັບພະຍາກອນປ່າໄມ້ | ກະຊວງ ກະສິກຳ ແລະ ປ່າໄມ້ | 18-11-2010 | 07-11-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍ ການຄຸ້ມຄອງຄວາມປອດໄພຂອງ ອຸປະກອນເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ຢູ່ ສປປ ລາວ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 12-01-2018 | 27-02-2018 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກ່ຽວກັບ ການຄຸ້ມຄອງການປຸກສ້າງ | ກະຊວງ ໂຍທາທິການ ແລະ ຂົນສົ່ງ | 29-03-2000 | 09-01-2014 | ຂໍ້ຕົກລົງ | ເບິ່ງ | ![]() |