ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ເຜີຍແຜ່ວັບໄຊຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານພາກກາງ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານສະພາປະຊົນ ພາກເໜືອ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງພາກເໜືອ
Bootstrap Slider

ຂ່າວ

ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ 4 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ

ສະຫຼຸບຫຍໍ້

14-10-2016

ວັນທີປັບປູງ: 14-10-2016


ລາຍລະອຽດ

ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃນລະບົບເອເລັກໂຕຣນິກ 4 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ

       ກະຊວງຍຸຕິທຳ, ກົມໂຄສະນາອົບຮົມກົດໝາຍ,​ ໜ່ວຍງານຈົດໝາຍເຫດທາງລັດຖະການ ໄດ້ຈັດຊຸດຝຶກອົບ ຮົມໃຫ້ຜູ່ປະສານງານ ວຽກງານຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ 4 ແຂວງພາກກາງ ​ແລະ ນະຄອນຫຼວງ​ວຽງ​ຈັນ ລະຫວ່າງ ວັນທີ 13-14 ຕຸລາ 2016 ທີ່ໂຮງ​​ແຮມ ທະວີ​ສຸກ ເມືອງວັງ​ວຽງ ແຂວງວຽງ​ຈັນ ໂດຍການເປັນປະທານຂອງ ທ່ານ ສຸ​ວຽງ​ທອງ ວົງ​ຈຳປາ ກຳມະການປະຈຳພັກ​ເມືອງ ຮອງເຈົ້າ​ເມືອງໆ​ວັງ​ວຽງ, ຊຶ່ງມີນັກສໍາມະນາກອນມາຈາກຫ້ອງວ່າການປົກຄອງແຂວງ ແລະ ພະແນກຍຸຕິທຳແຂວງ ວຽຈັນ, ຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ ​ແລະ ນະຄອນ​ຫຼວງ​ວຽງ​ຈັນ, ມີຜູ່ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 10 ທ່ານ.

         ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອໃຫ້ຜູ້ປະສານງານເຫັນໄດ້ບົດບາດຄວາມໝາຍຄວາມສຳຄັນຂອງການຈັດຕັ້ງປະຕິບັດ ຈົດໝາຍເຫດທາງລັດຖະການໃນລະບົບເອເລັກໂຕຣນິກ. ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ເນັ້ນໃຫ້ຜູ່ປະສານງານຕ້ອງໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດ ວຽກງາ ຈົດໝາຍເຫດທາງລັດຖະການໃຫ້ມີປະສິດທິຜົນ, ຜູ່ປະສານງານຕ້ອງກຳໄດ້ ແລະ ຮັບຮູ້ ສິດ ແລະ ພາລະບົດບາດຂອງຕົນໃນການ ສັງລວມ, ການເກັບໂຮມ, ການໄຈ້ແຍກ ແລະ ການນຳສົ່ງນິຕິກຳ ລວມເຖິງວິທີການນຳໃຊ້ເວັບໄຊຈົດໝາຍເຫດທາງລັດຖະການ. ໃນລະຫວ່າງການຝຶກອົບຮົມໄດ້ດຳເນີນໄປດ້ວຍບັນຍາກາດອັນດີ, ຟົດຟື້ນ ແລະ ເປັນກັນເອງ ແລະ ໄດ້ມີການແລກ ປ່ຽນຄຳຄິດ ຄຳເຫັນ ແລະ ຖອດຖອນບົດຮຽນນຳກັນ ລະຫວ່າງ ນັກສຳມະນາກອນ ແລະ ຜູ່ບັນຍາຍ ເຫັນວ່າບັນຫາໃດຍັງບໍ່ຈະແຈ້ງ ກໍໄດ້ຮັບການແກ້ໄຂ ແລະ ເປັນເອກະພາບກັນ ແລະ ເຮັດໃຫ້ມີຄວາມເຂົ້າໃຈແຈ້ງຂຶ້ນຕື່ມ. ຊຸດຝຶກອົບຮົມດັ່ງກ່າວ ໄດ້ດຳ​ເນີນໄປເປັນ ເວລາ ສອງ ວັນ.


ຂ່າວ ແລະ ແຈ້ງການ ທີ່ລົງເຜີຍແຜ່ຫລັງສຸດ


Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານແຂວງພາກໃຕ້ ໃນຄັ້ງວັນທີ 23-24 ພະຈິກ 2022...ອ່ານ

Eng-version not available
ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022

ບົດລາຍງານ ການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2 ຄັ້ງວັນທີ 5-6 ຕຸລາ 2022...ອ່ານ

Eng-version not available
ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022

ບົດລາຍງານການຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນສູນກາງ ຄັ້ງວັນທີ 17-18 ສິງຫາ 2022...ອ່ານ

Eng-version not available
ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022

ບົດລາຍງານ ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 16 ມິຖຸນາ 2022...ອ່ານ

Eng-version not available
ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3

ບົດລາຍງານ ການລົງໂຄສະນາເຜີຍແຜ່ແອັບກົດໝາຍລາວ ເວີຊັນ3...ອ່ານ


ຄົ້ນຫາ ຂ່າວ ແລະ ແຈ້ງການ

 
ສະແດງ 1-10 ຂອງ 61 ຜົນທີ່ໄດ້ຮັບ.
ຫົວຂໍ້ປະເພດພາກສ່ວນຮັບຜິດຊອບວັນທີ ນິຕິກໍາພີມເຜີຍແຜ່PDF ອັງກິດPDF ລາວ
ບົດລາຍງານກະຊວງ ຍຸຕິທໍາ05-12-202204-01-2023
ບົດລາຍງານກະຊວງ ຍຸຕິທໍາ17-10-202204-01-2023
ບົດລາຍງານກະຊວງ ຍຸຕິທໍາ24-08-202226-09-2022
ບົດລາຍງານກະຊວງ ຍຸຕິທໍາ22-06-202222-06-2022
ບົດລາຍງານກະຊວງ ຍຸຕິທໍາ26-02-201926-02-2019
ບົດລາຍງານກະຊວງ ຍຸຕິທໍາ03-10-201803-10-2018
ບົດລາຍງານກະຊວງ ຍຸຕິທໍາ11-04-201819-04-2018
ບົດລາຍງານກະຊວງ ຍຸຕິທໍາ22-03-201811-04-2018
ຂ່າວເດັ່ນກະຊວງ ຍຸຕິທໍາ29-03-201802-04-2018
ຂ່າວເດັ່ນກະຊວງ ຍຸຕິທໍາ28-03-201802-04-2018