![]() ຊອກຫານິຕິກໍາ |
![]() ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ |
![]() ສະຖິຕິປັດຈຸບັນ ຂອງນິຕິກໍາ |
ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ
ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ. ຈົດໝາຍເຫດທາງລັດຖະການ ແມ່ນເອກະສານທາງການຂອງລັດ ທີ່ເປັນຮູບແບບເອເລັກໂຕຣນິກ ໃນລະບົບອິນເຕີເນັດ ຊຶ່ງເປັນບ່ອນລົງບັນດານິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້ສາທາລະນະຊົນຮັບຮູ້ ແລະ ຈັດຕັ້ງປະຕິບັດ ຫຼື ເພື່ອທາບທາມຄໍາເຫັນ. ນິຕິກຳທີ່ຈະເອົາລົງໃນຈົດໝາຍເຫດທາງລັດຖະການ ແມ່ນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຍົກເວັ້ນບັນດານິຕິກຳຂັ້ນເມືອງ ແລະ ຂັ້ນບ້ານ ທີ່ມີຜົນນຳໃຊ້ສຳລັບສະເພາະຂອບເຂດເມືອງ ແລະ ບ້ານຂອງຕົນເທົ່ານັ້ນ. ເນື້ອໃນເວັບໄຊ ແລະ ຂັ້ນຕອນທາງດ້ານກົດໝາຍ ມີທັງເປັນພາສາລາວ ແລະ ພາສາອັງກິດ ແຕ່ວ່າ ປັດຈຸບັນ ນິຕິກຳທີ່ພິມລົງໃນ ຈົດໝາຍເຫດທາງລັດຖະການ ມີພາສາອັງກິດຈໍານວນໜຶ່ງ. ນອກຈາກນີ້ ຖ້າທ່ານມີຄວາມສົນໃຈນິຕິກໍາທີ່ເປັນພາສາອັງກິດຕື່ມ ພວກຂ້າພະເຈົ້າ ຂໍແນະນຳໃຫ້ທ່ານ ເຂົ້າໄປເບິ່ງສູນຂໍ້ມູນຂ່າວສານທາງດ້ານການຄ້າ(Lao Trade Portal) ຊຶ່ງຢູ່ໃນນັ້ນ ມີນິຕິກຳຈຳນວນໜຶ່ງທີ່ແປເປັນພາສາອັງກິດແບບບໍ່ເປັນທາງການ ແລະ ເວັບໄຊທ໌ຂອງ ສະພາແຫ່ງຊາດ ຊຶ່ງມີນິຕິກໍາຈໍານວນໜຶ່ງ ທີ່ໄດ້ແປເປັນພາສາອັງກິດແບບບໍ່ເປັນທາງການເຊັນດຽວກັນ. ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ |
|
ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ
ກົດໝາຍວ່າດ້ວຍ ການສ້າງນິຕິກຳ ມີຜົນສັກສິດ ນັບແຕ່ ວັນທີ 29 ມັງກອນ 2013 ເປັນຕົ້ນໄປ ແລະ ກົດໝາຍດັ່ງກ່າວ ໄດ້ກຳນົດກ່ຽວກັບຜົນສັກສິດຂອງບັນດານິຕິກຳ ແລະ ພາລະບົດບາດຂອງຈົດໝາຍເຫດທາງລັດຖະການ.
ນັບແຕ່ ວັນທີ 29 ມັງກອນ 2013 ເປັນຕົ້ນໄປ ບັນດານິຕິກຳ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຢູ່ ຂັ້ນສູນກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ ພາຍຫຼັງ 15 ວັນ ນັບແຕ່ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.
ສຳລັບນິຕິກຳ ຂັ້ນເມືອງ ຫຼື ເທດສະບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງເຜີຍແຜ່ຜ່ານສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.
ກໍລະນີຈຳເປັນ ແລະ ຮີບດ່ວນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດກຳນົດໃຫ້ນິຕິກຳທີ່ຕົນສ້າງຂຶ້ນນັ້ນ ມີຜົນສັກສິດທັນທີນັບແຕ່ວັນຮັບຮອງ ແລະ ປະກາດໃຊ້ເປັນຕົ້ນໄປ ເຊັ່ນ ບັນດານິຕິກຳທີ່ກ່ຽວກັບການປົກປ້ອງຊີວິດ, ສຸຂະພາບ ຫຼື ຄວາມປອດໄພຂອງພົນລະເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຫຼັງຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳຕ້ອງສົ່ງນິຕິກຳດັ່ງກ່າວ ໄປຍັງພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ພາຍໃນສອງວັນລັດຖະການ ນັບແຕ່ວັນຮັບຮອງ ຫຼື ປະກາດໃຊ້ເປັນຕົ້ນໄປ.
ສໍາລັບນິຕິກຳທີ່ມີຜົນສັກສິດກ່ອນກົດໝາຍວ່າດ້ວຍ ການສ້າງນິຕິກຳ ຂໍໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງນຕິກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້ພະແນກຈົດໝາຍເຫດທາງລັດຖະການ ແລະ ເວັບໄຊ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນດານິຕິກຳໃດທີ່ບໍ່ໄດ້ພິມລົງໃນຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ ຈະຖືວ່າບໍ່ມີຜົນສັກສິດອີກຕໍ່ໄປ.
ຢູ່ໃນໜ້າເວັບໄຊນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ
(Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (download) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.
ນິຕິກຳສຳລັບການປະກອບຄຳເຫັນ
ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນເວັບໄຊອື່ນ (ເວັບໄຊ ຂອງອົງການສ້າງນິຕິກຳ) ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.
ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.
ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.
ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ
(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດຕາ 80 ຂອງກົດໝາຍສ້າງນິຕິກໍາ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຄໍາສັ່ງ ກ່ຽວກັບການສ້າງແຜນການຂຸດຄົ້ນ, ຄຸ້ມຄອງ ການຊື້-ຂາຍ, ການເຄື່ອນຍ້າຍ ແລະ ສົ່ງອອກເຄື່ອງປ່າຂອງດົງ | ກະຊວງ ກະສິກຳ ແລະ ປ່າໄມ້ | 07-10-2022 | 02-11-2022 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາສັ່ງ ກ່ຽວກັບການຫ້າມຂ້າສັດໃຫຍ່ຖືພາມານ | ກະຊວງ ກະສິກຳ ແລະ ປ່າໄມ້ | 18-10-2022 | 02-11-2022 | ຄໍາສັ່ງ | ເບິ່ງ | ![]() | |
ຄໍາແນະນໍາ ກ່ຽວກັບມາດຕະການປະຕິບັດ ສໍາລັບການສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖະຕ້ອງຄວບຄຸມ ທີ່ບໍ່ຖືກຕ້ອງກັບເງື່ອນໄຂນໍາເຂົ້າ ຂອງສະຫະພາບເອີຣົບ | ກະຊວງ ກະສິກຳ ແລະ ປ່າໄມ້ | 10-10-2022 | 02-11-2022 | ຄໍາແນະນໍາ | ເບິ່ງ | ![]() | |
ດຳລັດ ວ່າດ້ວຍວິສາຫະກິດລັດລົງທຶນ | ກະຊວງ ການເງິນ | 02-09-2022 | 31-10-2022 | ດໍາລັດ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍກອງທຶນພັດທະນາກິລາ - ກາຍຍະກຳ ແຂວງ ໄຊຍະບູລີ | ແຂວງ ໄຊຍະບູລີ | 12-08-2022 | 27-10-2022 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍກອງທຶນເລືອດ | ແຂວງ ໄຊຍະບູລີ | 08-09-2022 | 27-10-2022 | ຂໍ້ຕົກລົງ | ເບິ່ງ | ![]() | |
ດຳລັດ ວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ | ກະຊວງ ສຶກສາທິການ ແລະ ກິລາ | 11-08-2022 | 20-10-2022 | ດໍາລັດ | ເບິ່ງ | ![]() | ![]() |
ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງ ໄຊຍະບູລີ | ແຂວງ ໄຊຍະບູລີ | 08-09-2022 | 18-10-2022 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ຂັ້ນແຂວງ | ແຂວງ ຜົ້ງສາລີ | 12-05-2022 | 18-10-2022 | ຂໍ້ຕົກລົງ | ເບິ່ງ | ![]() | |
ກົດໝາຍ ວ່າດ້ວຍຄວາມປອດໄພຂອງເຂື່ອນ | ກະຊວງ ພະລັງງານ ແລະ ບໍ່ແຮ່ | 07-07-2022 | 13-10-2022 | ກົດໝາຍ | ເບິ່ງ | ![]() |
ນິຕິກໍາ ສະບັບເກົ່າ
(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)ນິຕິກໍາ | ພາກສ່ວນຮັບຜິດຊອບ | ວັນ-ເດືອນ-ປີ ນິຕິກໍາ | ເຜີຍແຜ່ລົງຈົດໝາຍເຫດ | ປະເພດນິຕິກຳ | ເນື້ອໃນ | PDF ອັງກິດ | PDF ລາວ |
---|---|---|---|---|---|---|---|
ຂໍ້ຕົກລົງ ວ່າດ້ວຍ ການກຳນົດ ມາດຕະຖານສຽງດັງ ທີ່ເກີດຈາກໂຮງງານ ອຸດສາຫະກຳປຸງແຕ່ງ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 14-10-2009 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງງານ ອຸດສາຫະກຳປຸງແຕ່ງ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 30-07-2007 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ທຸລະກິດການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 18-05-2012 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ມາດຕະຖານໂຮງງານຂ້າສັດ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 13-05-2010 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ຈຳໜ່າຍ ນ້ຳມັນເຊື້ອໄຟຢູ່ ສປປ ລາວ | ກະຊວງ ອຸດສາຫະກຳ ແລະ ການຄ້າ | 02-02-2012 | 17-09-2014 | ຂໍ້ຕົກລົງ | ເບິ່ງ | ![]() | |
ລັັດຖະບັນຍັດ ຂອງປະທານປະເທດວ່າດ້ວຍ ຄ່າທຳນຽມ ແລະ ຄ່າບໍລິການ | ກະຊວງ ການເງິນ | 26-12-2012 | 22-07-2014 | ລັດຖະບັນຍັດ | ເບິ່ງ | ![]() | |
ກົດໝາຍວ່າດ້ວຍ ມໍຣະດົກແຫ່ງຊາດ (ສະບັບປັບປຸງ) | ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ | 24-12-2013 | 11-07-2014 | ກົດໝາຍ | ເບິ່ງ | ![]() | |
ກົດໝາຍວ່າດ້ວຍ ອາຊີວະສຶກສາ | ກະຊວງ ສຶກສາທິການ ແລະ ກິລາ | 23-12-2013 | 10-07-2014 | ກົດໝາຍ | ເບິ່ງ | ![]() | |
ດຳລັດວ່າດ້ວຍ ການບັນຊີຂອງທະນາຄານ ແຫ່ງ ສປປ ລາວ ແລະ ສະຖາບັນການເງິນ ທີ່ຂື້ນກັບທະນາຄານແຫ່ງ ສປປ ລາວ | ທະນາຄານແຫ່ງ ສປປ ລາວ | 08-01-1996 | 26-05-2014 | ດໍາລັດ | ເບິ່ງ | ![]() | |
ດຳລັດວ່າດ້ວຍ ການເຊົ່າສິນເຊື່ອ | ທະນາຄານແຫ່ງ ສປປ ລາວ | 10-02-1999 | 26-05-2014 | ດໍາລັດ | ເບິ່ງ | ![]() |