ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ເຜີຍແຜ່ວັບໄຊຈົດໝາຍເຫດທາງລັດຖະການ ແລະ ແອັບກົດໝາຍລາວ ທີ່ ສະຖາບັນຍຸຕິທຳແຫ່ງຊາດ
ກະຊວງຍຸຕິທຳ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານສະພາປະຊາຊົນ ພາກເໜືອ
ກອງປະຊຸມທົບທວນຄືນການຈັດຕັ້ງປະຕິບັດວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ຍົກລະດັບວຽກງານຈົດໝາຍເຫດທາງລັດຖະການໃຫ້ຜູ້ປະສານງານຂັ້ນແຂວງພາກເໜືອ
ຊຸດຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານສະພາປະຊາຊົນ ພາກກາງ
Bootstrap Slider
ຊອກຫານິຕິກໍາ
ຊອກຫານິຕິກໍາ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ຮ່າງນິຕິກໍາ ສໍາລັບປະກອບຄໍາເຫັນ
ສະຖິຕິປັດຈຸບັນ ຂອງນິຕິກໍາ
ສະຖິຕິປັດຈຸບັນ ຂອງນິຕິກໍາ
ກົດໝາຍທັງໝົດ
ກົດໝາຍທັງໝົດ
ແອັບ Official Gazette ມືຖື
ແອັບ ຈົດໝາຍເຫດທາງລັດຖະການ

ຍິນດີຕ້ອນຮັບສູ່ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ

ນີ້ແມ່ນ ຈົດໝາຍເຫດທາງລັດຖະການ ຂອງ ສປປ ລາວ.
   ຈົດໝາຍເຫດທາງລັດຖະການ ແມ່ນ​ເອ​ກະ​ສານ​ທາງ​ການ​ຂອງ​ລັດ ທີ່​ເປັນ​ຮູບ​ແບບ​ເອ​ເລັກ​ໂຕ​ຣ​ນິກ ໃນ​ລະ​ບົບ​ອິນ​ເຕີ​ເນັດ ຊຶ່ງ​ເປັນ​ບ່ອນ​ລົງ​ບັນ​ດາ​ນິ​ຕິ​ກຳ ທີ່ໄດ້ປະກາດໃຊ້ແລ້ວ ຫຼື ເອົາຮ່າງນິຕິກໍາ ເພື່ອໃຫ້​ສາ​ທາ​ລະ​ນະ​ຊົນ​ຮັບ​ຮູ້ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ຫຼື ເພື່ອທາບທາມຄໍາເຫັນ.
   ນິ​ຕິ​ກຳ​ທີ່​ຈະ​ເອົາ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ​ແມ່ນ​ບັນ​ດາ​ນິ​ຕິ​ກຳ​ທີ່​ມີ​ຜົນ​ບັງ​ຄັບ​ທົ່ວ​ໄປ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຍົກ​ເວັ້ນ​ບັນ​ດານິ​ຕິ​ກຳ​ຂັ້ນ​ເມືອງ ແລະ ຂັ້ນ​ບ້ານ ​ທີ່​ມີ​ຜົນ​ນຳ​ໃຊ້​ສຳ​ລັບ​ສະ​ເພາະ​ຂອບ​ເຂດ​ເມືອງ ແລະ ບ້ານ​ຂອງ​ຕົນ​ເທົ່າ​ນັ້ນ.

   ເນື້ອໃນ​ເວັບ​ໄຊ​ ແລະ ການແນະນໍາຂັ້ນຕອນຕ່າງໆ ມີເປັນພາສາລາວ ແລະ ພາສາອັງກິດ. ສໍາລັບນິຕິກຳພິມລົງໃນຈົດໝາຍເຫດທາງລັດຖະການ ທີ່ເປັນພາສາອັງກິດແມ່ນແປບໍ່ເປັນທາງການ.

ສໍາລັບທ່ານທີ່ຕ້ອງການເຂົ້າໃຈເພີ່ມຕື່ມກ່ຽວກັບ ລະບົບນິຕິກຳຂອງ ສປປ ລາວ ກະລຸນາເຂົ້າເບີ່ງໄດ້ທີ່ ລະບົບນິຕິກຳຂອງ ສປປ ລາວ

Download App LaoLaw V4

ນິຕິກຳຂອງ ສປປ ລາວ ໃນປັດຈຸບັນ ທີ່ຖືກ​ຮັບ​ຮອງ ແລະ ປະກາດໃຊ້ແລ້ວ

   ບັນດານິຕິກໍາ ທີ່ມີຜົນບັງຄັບທົ່ວໄປທີ່ໄດ້ຖືກ​ຮັບ​ຮອງ ຫຼື ປະກາດໃຊ້ແລ້ວ ຢູ່ຂັ້ນ​ສູນ​ກາງ, ແຂວງ ແລະ ນະຄອນຫຼວງນັ້ນ ແມ່ນມີຜົນສັກສິດ  ນັບ​ແຕ່​ວັນໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ເປັນ​ຕົ້ນ​ໄປ.
   ສຳລັບນິ​ຕິ​ກຳ ຂັ້ນເມືອງ ຫຼື ເທດ​ສະ​ບານ ແລະ ບ້ານ ແມ່ນສາມາດນຳເອົານິຕິກຳຂອງຕົນທີ່ໄດ້ປະກາດໃຊ້ແລ້ວ ລົງ​ເຜີຍແຜ່​ຜ່ານ​ສື່ສິ່ງພິມຂອງທ້ອງຖິ່ນ ຫຼື ຕິດປະກາດຕາມສະຖານທີ່ ຊຶ່ງເຮັດໃຫ້ປະຊາຊົນສາມາດເຂົ້າເຖິງງ່າຍ.

   ສໍາລັບນິຕິກໍາທີ່ໄດ້ສ້າງຂຶ້ນຕາມຂັ້ນຕອນເລັ່ງລັດ ອາດມີຜົນສັກສິດທັນທີນັບແຕ່ວັນຮັບ ຮອງ ຫຼື ປະກາດໃຊ້ ພ້ອມທັງລົງເວັບໄຊຂອງອົງການທີ່ອອກນິຕິກໍານັ້ນ ແລະ ເຜີຍແຜ່ຜ່ານສື່ມວນຊົນ ແຕ່ຕ້ອງນໍາເອົາໄປລົງຈົດໝາຍເຫດທາງລັດຖະການ ກັບ​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ​ ຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ຊ້າສຸດບໍ່ໃຫ້ກາຍ ສາມ ວັນ ນັບແຕ່ຖືກຮັບຮອງ ຫຼື ປະກາດໃຊ້ ເປັນຕົ້ນໄປ.

   ນິ​ຕິ​ກຳ​ທີ່​ມີ​ຜົນ​ສັກ​ສິດ​ກ່ອນ​ກົດ​ໝາຍ​ວ່າ​ດ້ວຍ​ ການ​ສ້າງ​ນິ​ຕິ​ກຳ ຂໍໃຫ້ອົງ​ການ​ຮັບ​ຜິດ​ຊອບ​ສ້າງ ແລະ ປັບ​ປຸງນິ​ຕິ​ກຳ ຮີບຮ້ອນສັງລວມຄືນບັນດານິຕິກໍາທີ່ມີຜົນບັງຄັບທົ່ວໄປທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນນັ້ນ ແລ້ວນໍາສົ່ງໃຫ້​ພະແນກຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ແລະ ເວັບໄຊ​ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ເພື່ອພິມລົງໃນຈົດໝາຍເຫດທາງລັດຖະການ. ບັນ​ດາ​ນິ​ຕິ​ກຳ​ໃດ​ທີ່ບໍ່​ໄດ້​ພິມ​ລົງ​ໃນ​ຈົດ​ໝາຍ​ເຫດ​ທາງ​ລັດ​ຖະ​ການ ຂອງ ສປ​ປ ລາວ ​ຈະຖື​ວ່າບໍ່​ມີ​ຜົນ​ສັກ​ສິດ​ອີກ​ຕໍ່​ໄປ.

   ຢູ່ໃນໜ້າ​ເວັບ​ໄຊ​ນີ້ ນິຕິກຳທີ່ເປັນສະບັບທາງການ ແມ່ນຢູ່ໃນຮູບແບບຂອງນິຕິກໍາທີ່ເປັນຮູບພາບ (Portable Document Format “PDF”) ຊຶ່ງຮູບແບບຂອງນິຕິກໍາທີ່ເປັນຮູບພາບນີ້ ແມ່ນເປັນເນື້ອໃນຕົ້ນສະບັບຂອງນິຕິກໍາ ທີ່ຖືກຮັບຮອງແລະ ປະກາດໃຊ້ ໂດຍອົງການຮັບຜິດຊອບ ສ້າງນິຕິກຳດັ່ງກ່າວ. ສະບັບທີ່ເປັນທາງການນີ້ ສາມາດເປີດເບິ່ງ, ພິມ ແລະ ບັນຈຸລົງ (DOWNLOAD) ໃນຮູບແບບ PDF ໂດຍການກົດລົງບ່ອນເຊື່ອມຕໍ່ຢູ່ຂ້າງລຸ່ມ. ນອກຈາກນັ້ນ ທ່ານຍັງສາມາດເປີດເບິ່ງນິຕິກຳຢູ່ໃນແຟ້ມ ທີ່ເປັນເອກະສານ (word text file) ຊຶ່ງສາມາດຄົ້ນຫາຂໍ້ມູນໄດ້ ແຕ່ວ່າເອກະສານທີ່ຢູ່ໃນຮູບແບບດັ່ງກ່າວນີ້ ແມ່ນສຳລັບໃຊ້ເປັນຂໍ້ມູນເທົ່ານັ້ນ.
   ລາຍຊື່ນິຕິກຳທີ່ຢູ່ດ້ານລຸ່ມຂອງໜ້ານີ້ ແມ່ນສະແດງໃຫ້ເຫັນບັນດານິຕິກຳທີ່ມີຜົນບັງຄັບທົ່ວໄປ ທີ່ໄດ້ປະກາດໃຊ້ແລ້ວ ແລະ ມີຜົນສັກສິດ ພາຍຫຼັງໄດ້ພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ. ລາຍຊື່ນິຕິກຳ ແມ່ນຈັດລຽງຕາມວັນທີ ພິມເຜີຍແຜ່ນິຕິກຳລົງໃນຈົດໝາຍເຫດທາງລັດຖະການ ຊຶ່ງນິຕິກຳທີ່ຖືກພິມລົງຄັ້ງຫຼ້າສຸດ ຈະຢູ່ເທິງສຸດຂອງລາຍຊື່ນິຕິກໍາດັ່ງກ່າວ.

ນິຕິກຳສຳລັບການປະກອບຄຳເຫັນ

    ອົງການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກຳ ສາມາດນຳເອົາຮ່າງນິຕິກຳມາລົງໃນ​ເວັບ​ໄຊຈົດໝາຍເຫດທາງລັດຖະການ ເພື່ອທາບທາມຄຳເຫັນ, ສໍາລັບກໍານົດເວລາທາບທາມຄໍາເຫັນແມ່ນຢ່າງໜ້ອຍ 60 ວັນ ຫຼື ຈົນກວ່າຈະມີຮ່າງໃໝ່ມາປ່ຽນແທນ ຫຼື ນິຕິກໍາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ. ນອກຈາກນັ້ນ ອົງການຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາ ສາມາດນຳເອົາຮ່າງນິຕິກຳຂອງຕົນ ໄປລົງໃນ​ເວັບ​ໄຊ​ອື່ນ (ເວັບ​ໄຊ​ ຂອງອົງການສ້າງນິຕິກຳ)  ຫຼື ພິມລົງໃນສື່ສິ່ງພິມ ຫຼື ເຄື່ອງມືອື່ນໆ ເພື່ອທາບທາມຄໍາເຫັນ ໃນການຮັບປະກັນໃຫ້ສາທາລະນະຊົນ ສາມາດເຂົ້າປະກອບຄໍາເຫັນໃສ່ຮ່າງນິຕິກຳ ໄດ້ຢ່າງງ່າຍດາຍ.

    ການສົ່ງຄໍາເຫັນຂອງທ່ານ ໃສ່ຮ່າງນິຕິກຳດັ່ງກ່າວ ແມ່ນຈະຖືກສົ່ງໄປຫາຄະນະຮັບຜິດຊອບຮ່າງນິຕິກຳ ຂອງອົງການສ້າງ ແລະ ປັບປຸງນິຕິກຳ ເພື່ອພິຈາລະນາ.

ກົດທີ່ນີ້ ຫຼື ກົດການເຊື່ອມຕໍ່ ທີ່ຢູ່ຂ້າງເທີງຂອງໜ້ານີ້ ເພື່ອເບີ່ງຮ່າງນິຕິກໍາ ສໍາລັບການປະກອບຄຳເຫັນ ທີ່ໄດ້ຖືກພີມເຜີຍແຜ່ ແລະ ສົ່ງຄຳຄິດເຫັນຂອງທ່ານໃສ່ຮ່າງນິຕິກຳດັ່ງກ່າວ.  

ນິຕິກໍາ ທີ່ມີຜົນສັກສິດ ໃນຈົດໝາຍເຫດທາງລັດຖະການ

(ເພື່ອໃຫ້ມີຜົນສັກສິດ ອີງຕາມ ມາດ​ຕາ 108 ຂອງກົດໝາຍສ້າງນິຕິກໍາ)
ສະແດງ 411-420 ຂອງ 1483 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ຄຳແນະນຳ ການຈັດຕັ້ງປະຕິບັດດຳລັດວ່າດ້ວຍ ການປະເມີນຜົນການປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນກະຊວງ ພາຍໃນ02-05-201815-05-2019ຄໍາແນະນໍາເບິ່ງ
ຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍເອກະສານກະຊວງ ພາຍໃນ09-03-202122-03-2021ຄໍາແນະນໍາເບິ່ງ
ຄໍາແນະນໍາ ກ່ຽວກັບການນໍາເອົານິຕິກໍາຕ່າງໆ ຂອງກະຊວງພາຍໃນ ລົງໃນຈົດໝາຍເຫດທາງລັດຖະການ ຂອງລັດຖະບານກະຊວງ ພາຍໃນ11-11-201603-03-2020ຄໍາແນະນໍາເບິ່ງ
ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການກຳນົດຕຳແໜ່ງງານ ສະບັບເລກທີ 734/ລບ,ລົງວັນທີ 31 ທັນວາ 2021ກະຊວງ ພາຍໃນ01-11-202221-11-2022ຄໍາແນະນໍາເບິ່ງ
ຄໍາແນະນໍາ ກ່ຽວກັບການປະເມີນຜົນ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາກະຊວງ ພາຍໃນ31-12-201926-11-2020ຄໍາແນະນໍາເບິ່ງ
ຂໍ້ຕົກລົງ ວ່າດ້ວຍ ອັດຕາຄ່ານຳໃຊ້ ເລກໝາຍໂທລະຄົມ ແລະ ເລກລະຫັດອິນເຕີເນັດກະຊວງ ເຕັກໂນໂລຊີ ແລະ ການສື່ສານ16-06-201106-01-2014ຂໍ້ຕົກລົງເບິ່ງ
ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ)ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ13-06-201921-10-2019ກົດໝາຍເບິ່ງ
ກົດໝາຍ ວ່າດ້ວຍອາຫານ ( ສະບັບປັບປຸງ )ກະຊວງ ສາທາລະນະສຸກ24-07-201309-12-2013ກົດໝາຍເບິ່ງ
ກົດໝາຍ ວ່າດ້ວຍທະບຽນຄອບຄົວ (ສະບັບປັບປຸງ)ກະຊວງ ພາຍໃນ14-06-201819-09-2018ກົດໝາຍເບິ່ງ
ກົດໝາຍວ່າດ້ວຍ ການສົ່ງຜູ້ຮ້າຍຂ້າມແດນກະຊວງ ການຕ່າງປະເທດ11-07-201221-02-2014ກົດໝາຍເບິ່ງ

ນິຕິກໍາ ສະບັບເກົ່າ

(ນິຕິກໍາສະບັບເກົ່າ ແມ່ນນິຕິກໍາທີ່ມີ ສະບັບປັບປຸງໃໝ່ມາປ່ຽນແທນແລ້ວ ແຕ່ຍັງຄົງມີຜົນສັກສິດຍ້ອນຫລັງ ຕາມກໍານົດເວລາຂອງ ນິຕິກໍາ ສະບັບເກົ່ານັ້ນ)
ສະແດງ 291-297 ຂອງ 297 ຜົນທີ່ໄດ້ຮັບ.
ນິຕິກໍາພາກສ່ວນຮັບຜິດຊອບວັນ-ເດືອນ-ປີ ນິຕິກໍາເຜີຍແຜ່ລົງຈົດໝາຍເຫດປະເພດນິຕິກຳເນື້ອໃນPDF ອັງກິດPDF ລາວ
     
ກົດໝາຍວ່າດ້ວຍ ປ່າໄມ້ ( ສະບັບປັບປຸງ )ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ24-12-200701-11-2013ກົດໝາຍເບິ່ງ
ກົດໝາຍວ່າດ້ວຍ ການປະມົງກະຊວງ ກະສິກຳ ແລະ ສິ່ງແວດລ້ອມ09-07-200931-10-2013ກົດໝາຍເບິ່ງ
ກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ( ສະບັບປັບປຸງ )ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ18-12-201212-02-2014ກົດໝາຍເບິ່ງ
ກົດໝາຍວ່າດ້ວຍ ການສຶກສາກະຊວງ ສຶກສາທິການ ແລະ ກິລາ03-07-200711-02-2014ກົດໝາຍເບິ່ງ
ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຕົວເມືອງຫ້ວຍຊາຍແຂວງ ບໍ່ແກ້ວ22-08-201714-09-2017ຂໍ້ຕົກລົງເບິ່ງ
ກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ ( ສະບັບປັບປຸງ )ສານປະຊາຊົນສູງສຸດ04-07-201205-02-2014ກົດໝາຍເບິ່ງ
ກົດໝາຍວ່າດ້ວຍ ການບິນພົນລະເຮືອນກະຊວງ ໂຍທາທິການ ແລະ ຂົນສົ່ງ19-05-200527-11-2013ກົດໝາຍເບິ່ງ