ພື້ນທີ່ຂອງສະມາຊິກ

Ministry of Justice Lao PDR
ກະຊວງຍຸຕິທຳ
ເຜີຍແຜ່ວຽກງານຄຸ້ມຄອງຈົດໝາຍເຫດທາງລັດຖະການໃຫ້ ກົມກົດໝາຍ ກະຊວງປ້ອງກັນປະເທດ
ການພົບປະ ແລະ ປຶກສາຫາລືວຽກງານຈົດໝາຍເຫດທາງລັດຖະການທີ່ ແຂວງບໍ່ແກ້ວ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກກາງ
ຝຶກອົບຮົມ ຜູ່ປະສານງານວຽກງານຈົດໝາຍເຫດທາງລັດຖະການ ສຳລັບ ພາກໃຕ້
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ມະຫາວິທະຍາໄລແຫ່ງຊາດ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານຕຳຫຼວດປະຊາຊົນ
ເຜີຍແຜ່ແອັບກົດໝາຍລາວ ແລະ ເວັບໄຊຈົດໝາຍເຫດທາງລັດຖະການ ທີ່ ວິທະຍາຄານສັນຕິບານປະຊາຊົນ
ກອງປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ "ຮ່າງ"ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ
ຝຶກອົບຮົມວຽກງານຈົດໝາຍເຫດທາງລັດຖະການ ໃຫ້ຜູ້ປະສານງານຂັ້ນສູນກາງ ຊຸດທີ 2
Bootstrap Slider

 

ສົ່ງ ຄໍາຄິດເຫັນ ຕໍ່ຮ່າງນິຕິກໍາ:

(ຮ່າງ) ຂໍ້​ຕົກ​ລົງ​ວ່າ​ດ້ວຍ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນ​ຍາ​ກ່ຽວ​ກັບ ລິ​ຂະ​ສິດ ແລະ ສິດ​ກ່ຽວ​ຂ້ອງ​ກັບ​ລິ​ຂະສິດ

ສ່ວນທີ່ໝາຍດ້ວຍ * ຈໍາເປັນຕ້ອງມີຂໍ້ມູນ

(<=5MB)

 

ລາຍການ ຜູ້ທີ່ໄດ້ສົ່ງ ຄໍາຄິດເຫັນ

ສະແດງ 131-135 ຂອງ 135 ຜົນທີ່ໄດ້ຮັບ.
ຊື່ຄໍາເຫັນເລືອກ ຟາຍ
ສົມສະນຸກ ສີສົມບັດ
18-07-2018 04:34:53
ຢາກໃຫ້ຂະຫຍາຍໃຈຄວາມ ມາດຕາ 6 ວັກ ທີ1 ໃຫ້ຈະແຈ້ງຕື່ມ- ຂໍໃຫ້ປັບປຸງເງື່ອນໄຂຂອງຕ່າງຊາດ ທີ່ເຂົ້າມາ ເພາະອ່ານແລ້ວ ບໍ່ຊັດເຈນ ສັບສົນຫລາຍ.
ຕ່າງໜ້າ ກຸ່ມ 4 ກອງປະຊຸມທາບຄໍາຄໍາເຫັນ ໂດຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ
18-07-2018 04:29:54
ຄໍາຖາມເຈາະຈີ້ມ 1. ການທົບທວນທາງດ້ານບໍລິຫານ ແລະ ການອະນຸຍາດສ້າງຕັ້ງອົງການຈັດຕັ້ງອົງການຈັດຕັ້ງລິຂະສິດແບບລວມໝູ່ ມີຄວາມຄົບຖ້ວນ ແລະ ສອດຄ່ອງແລ້ວບໍ່?(ມາດຕາ 32- 39) ມີສອງໝວດ ໝວດທີ VII ມາດຕາ 32 ຍໍ້ໜ້າທີ 1 ຢາກໃຫ້ອະທິບາຍຄືນຄໍາສັບກ່ຽວກັບ ຂໍ້ຜິດພາດ ຫຼຶ ຜິພາດ ສະເໜີໃຫ້ພິຈາລະນາຊີ້ແຈງຄໍາສັບ ມາດຕາ 33 ເຫັນດີ ມາດຕາ 34 ແຖວສຸດທ້າຍ: ໃຫ້ອະທິບາຍກ່ຽວກັບ ບຸກຄົນທີ 1 ບຸກຄົນທີ 2 ບຸກຄົນທີ 3 ແມ່ນໃຜ່? ມາດຕາ 35 ວັກສຸດທ້າຍ: ໃຫ້ອະທິບາຍຈະແຈ້ງວ່າ ການຂໍອຸທອນແມ່ນ 30 ວັນ ລັດຖະການບໍ່ ຫຼື ນັບຕາມລາຍວັນ ມາດຕາ 36 ວັກທີ 2: ແຖວທີ 2 ສາມາດໃຫ້ຄໍາຊີ້ແຈງ ໃຫ້ຕື່ມຄໍາວ່າ ສາມາດໃຫ້ຄໍາອະທິບາຍ, ຊີ້ແຈງ ແຖວທີ 4 ຄໍາວ່າ: ຂັດຄ້ານ ໃຫ້ໃສ່ ຄັດຄ້ານ ວັກທີ 2 ແຖວທີ 3 ອະທິບາຍກ່ຽວກັບຄໍາສັບ ຂໍ້ເທັດຈິງ ໃຫ້ລະອຽດຕື່ມ. ວັກທີ 2 ແຖວທີ 4 ເປັນຫຍັງຜູ້ທີ່ຍຶ່ນຂໍ່ອຸທອນ ມີໂອກາດໜື່ງຄັ້ງໃນການໂຕ້ແຍ້ງ. ມາດຕາ 37 ວັກທີ 1 ແຖວທີ 1 ພິຈາລະນາ ຄໍາສັບ ການອຸທອນຂອງຂັ້ນກົມຊັບສິນທາງປັນຍາ ມາດຕາ 38 ວັກທີ 2 ແຖວທີ 2 ໃຫ້ອະທິບາຍຄໍາວ່າ ສາເຫດ ຫຼື ສາຍເຫດ ຫຼື ຕົ້ນເຫດ ໃຫ້ລະອຽດແຈ້ງຕື່ມ. ມາດຕາ 39 ຫົວຂໍ້ມາດຕາ: ເປັນຫຍັງຈື່ງໃສ່ ຄໍາວ່າ ຫຼື, ສໍານວນເອກະສານປະກອບມີຫຍັງແດ່? ອະທິບາຍລະອຽດຕື່ມ ແປ່ວ່າຫຍັງ? ເອກະສານທີ່ຊອກບໍ່ເຫັນແມ່ນຫຍັງ? ເປັນຫຍັງຈື່ງແທນກັນໄດ້ ເມືອເຮົາໃສ່ຄໍາວ່າ ຫຼື. ດາວໂຫຼດ
ນາງ ສົມໝາຍ
18-07-2018 04:09:58
ໃນມາດຕາ 7 ການນຳໃຊ້ສິດ ແລະ ເງື່ອນໄຂ ຍັງບໍ່ທັນຈະແຈ້ງເທື່ອ ຢາກໃຫ້ແກ້ຄືນເພື່ອໃຫ້ ກະຈ່າງແຈ້ງຕື່ມ.
ນາງ ລຳເງິນ ມະນີວົງ (ຕາງຫນ້າກຸ່ມ2)
18-07-2018 04:06:42
ມາດຕາ 20 1. ສະເຫນີໃຫ້ມີການສ້າງແອັບພິເຄຊັ່ນເພື່ອຊ່ວຍໃຫ້ມີຄວາມສະດວກໃນການຈົດລິຂະສິດໂດຍເອົາເທັກໂນໂລຊີເຂົ້າມາຊ່ວຍ 2. ນອກຈາກ 6ຊ່ອງທາງນີ້ແລ້ວຖ້າຫາກວ່າການແຈ້ງລິຂະສິດຜ່ານສື່ອອນໄລຕ່າງໆຖືວ່ານອນຢູ່ໃນຊ່ອງທາງໃດ? ນອນໃນຂໍ້ໃດ? 3. ຄ່າທຳນຽມລິຂະສິດ (ກຳນົດປະເພດ)ໃຫ້ມີນະໂຍບາຍບາງສ່ວນ ຫລືກຸ່ມຄົນ 4. ຕ້ອງປຸກລະດົມເຜີຍແຜ່ໂຄສະນາກ່ຽວກັບລິຂະສິດ ແລະການຈົດລິຂະສິດ ມາດຕາ 24 1. ອີກກໍລະນີຫນຶ່ງ ການສິ້ນສຸດສິດໃນການແຕ່ງຕັ້ງ ແມ່ນນັບແຕ່ຫນ້າວຽກນັ້ນສຳເລັດໄປ ມາດຕາ 25 ບໍ່ເຫັນດີ ເຫດຜົນຂັດກັບມາດຕາ 20
khammuan Bouxatry
20-06-2018 09:15:51
1) ມາຕາ 01: ການອະທິບາຍຄຳສັບ ຂໍ້ 19 "ເຈົ້າຂອງສິດ ຫຼື ຜູ້ທີ່ເປັນເຈົ້າຂອງລິຂະສິດ" ຄວນຈະໃຊ້ຄຳວ່າ ""ເຈົ້າຂອງສິດ ຫຼື ຜູ້ທີ່ເປັນເຈົ້າຂອງລິຂະສິດ" ຈະເໝາະສົມກວ່າ ແລະ ກໍ່ບໍ່ຈຳເປັນຕ້ອງໃຊ້ຄຳວ່າ "ຜູ້ຖືສິດ" ໃຫ້ໃຊ້ຄຳວ່າ "ເຈົ້າຂອງສິດ ຫຼື ຜູ້ທີ່ເປັນເຈົ້າຂອງລິຂະສິດ" ອ່ານແລ້ວເຂົ້າໃຈງ່າຍ. 2) ມາດຕາ 12: ກໍ່ເຊັນດຽວກັນ ໃຊ້ຄຳວ່າ "ເຈົ້າຂອງສິດ ຫຼື ຜູ້ທີ່ເປັນເຈົ້າຂອງລິຂະສິດ"